ຍົກລະດັບການຄຸ້ມຄອງນຳໃຊ້ລະບົບ G-web platform ເວັບໄຊ ໃຫ້ພະນັກງານ ຖວທ ນວ

    ເພື່ອເປັນການຍົກລະດັບ ແລະ ພັດທະນາເວັບໄຊ ໃຫ້ບັນດາ 9 ຕົວເມືອງ ໃນວັນທີ 26 ກໍລະກົດ 2021  ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ ) ໄດ້ຈັດເຝິກອົບຮົມກ່ຽວກັບການຄຸ້ມຄອງ G-web platform ເວັບໄຊ ຄັ້ງທີ I ໃຫ້ບັນດາຫ້ອງການ ຖວທ ໃນຂົງເຂດ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ບົວລີ ແກ້ວມະນີວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທອງທ່ຽວ ນະຄອນຫຼວງວຽງຈັນ ທ່ານ ພູຊະນະ ສີລິວົງ ຮອງຫົວໜ້າພະແນກໂປຣແກຣມ ແລະ ຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ສື່ສານ ພ້ອມດ້ວຍຂະແໜງການ ວິທະຍາກອນ ແລະ ສຳມະນາກອນ ຈຳນວນ 20 ທ່ານເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວນີ້ ທ່ານ ບົວລີ ແກ້ວມະນີວັນ ໄດ້ກ່າວວ່າ: ຈຸດປະສົງໃນການຈັດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອແນໃສ່ ປະຕິບັດແຜນພັດທະນາວຽກງານຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ທັງເປັນການຍົກລະດັບ ຄວາມຮູ້ ຄວາມສາມາດດ້ານວຽກງານວິຊາສະເພາະໃຫ້ແກ່ຜູ້ຮັບຜິດຊອບວຽກງານຖະແຫຼງຂ່າວປະຈຳຢູ່ຫ້ອງການ ຖວທ ເມືອງຈຳນວນ 9 ເມືອງໃນທົ່ວ ນວ ໃຫ້ມີຄວາມຮູ້ ຄວາມສາມາດໃນການໃຊ້ລະບົບ G-web platform ເວັບໄຊ ເພື່ອໃຫ້ທັນຍຸກທັນສະໄໝ ທຽບເທົ່າສາກົນ.

    ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກເຝິກອົບຮົມທຸກທ່ານ ຈົ່ງນໍາເອົາຄວາມຮູ້ ບົດຮຽນ ແລະ ເຕັກນິກໃໝ່ໆຈາກນັກວິທະຍາກອນ ອາຈານ ເພື່ອນຳໄປສຶບຕໍ່ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ເກີດຜົນປະໂຫຍດອັນຫຼວງຫຼາຍ ເພື່ອເຮັດໃຫ້ຕົນເອງໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບລະບົບ G-web platform ເວັບໄຊຢ່າງເລິກເຊິ່ງ ນຳເອົາຄວາມຮູ້ດັ່ງກ່າວໄປພັດທະນາ ແລະ ປະກອບສ່ວນໃຫ້ແກ່ກົມທີ່ຕົນເອງສັງກັດຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຖະແຫຼງຂ່າວ ໃຫ້ມີໃບໜ້າໃໝ່ ທັນສະໄໝ ກິດຈະກຳໃນຄັ້ງນີ້ ຈະຈັດຂຶ້ນເປັນເວລາ 5 ວັນ ແຕ່ວັນທີ 26 ຫາ 30 ກໍລະກົດ 2021 ຈຶ່ງຈະສຳເລັດ.

# ຂ່າວ & ພາບ:  ອຸເປຂາ

error: Content is protected !!