ພິທີເປີດການສອບເສັງຈົບຊັ້ນສາມັນສຶກສາ ປ5 ມ4 ແລະ ມ7 ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2020-2021 ຈັດຂຶ້ນວັນທີ 27 ກໍລະກົດ 2021 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ຮ່ວມເປັນປະທານຂອງທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ມີຮອງເຈົ້າເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ 9 ເມືອງ ພ້ອມດ້ວຍບັນດາຄູ-ຈານ ເຂົ້າຮ່ວມ.

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ຜ່ານບົດລາຍງານການກະກຽມສອບເສັງຈົບຊັ້ນສາມັນສຶກສາ (ປ5 ມ4 ແລະ ມ7) ປະຈຳສົກຮຽນ 2020-2021 ທົ່ວນະຄອນຫຼວງວຽງຈັນມີໂຮງຮຽນປະຖົມທັງໝົດ 546 ແຫ່ງ ໃນນັ້ນ ໂຮງຮຽນລັດ 366 ແຫ່ງ ໂຮງຮຽນເອກະຊົນ 180 ແຫ່ງ ໂຮງຮຽນທີ່ມີຊັ້ນ ປ5 ມີຈຳນວນ 490 ແຫ່ງ ມີນັກຮຽນທັງໝົດ 14.930 ຄົນ ຍິງ 7.345 ຄົນ ໂຮງຮຽນມັດທະຍົມສຶກສາມີທັງໝົດ 188 ແຫ່ງ ໃນນັ້ນ ໂຮງຮຽນລັດ 106 ແຫ່ງ ໂຮງຮຽນເອກະຊົນ 82 ແຫ່ງ ໂຮງຮຽນທີ່ມີຊັ້ນ ມ4 ມີຈໍານວນ 165 ແຫ່ງ ເພີ່ມຂຶ້ນ 5 ແຫ່ງ ມີນັກຮຽນທັງໝົດ 11.912 ຄົນ ຍິງ 6.013 ຄົນ ແລະ ໂຮງຮຽນທີ່ມີຊັ້ນ ມ7 ມີທັງໝົດ 99 ແຫ່ງ ເພີ່ມຂຶ້ນ 6 ແຫ່ງ ມີນັກຮຽນທັງໝົດ 9.008 ຄົນ ຍິງ 4.676 ຄົນ. ເລີ່ມແຕ່ເຂົ້າໂຮງຮຽນພາກທີ II ເປັນຕົ້ນມາ ພະແນກສຶກສາທິການ ແລະ ກີລາ ນວ ໄດ້ເປີດກອງປະຊຸມຮ່ວມກັບຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ຜູ້ອຳນວຍການໂຮງຮຽນທັງພາກລັດ ແລະ ເອກະຊົນທຸກແຫ່ງໃນແຕ່ລະທ້າຍເດືອນ ເພື່ອຄົ້ນຄວ້າ ປຶກສາຫາລື ກະກຽມຄວາມພ້ອມເຂົ້າສູ່ການສອບເສັງ ໂດຍຈັດວາງວຽກຕ່າງໆຢ່າງລະອຽດເຊັ່ນ:ເນັ້ນໃສ່ການປະຕິບັດຫຼັກສູດການຮຽນ-ການສອນໃຫ້ສຳເລັດ ເຖິງແມ່ນວ່າຈະມີການລະບາດຂອງພະຍາດໂຄວິດ-19 ກໍໄດ້ແນະນຳໃຫ້ຜູ້ບໍລິຫານໂຮງຮຽນ ຄູ-ອາຈານ ນັກຮຽນ ຈົ່ງສືບຕໍ່ຈັດການຮຽນ-ການສອນທາງໄກ ຜ່ານລະບົບສື່ສານອອນລາຍຕ່າງໆ ແລະ ຮູບແບບຕ່າງໆທີ່ເໝາະສົມຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ພ້ອມທັງແຕ່ງຕັ້ງຄະນະກຳມະການລົງຊຸກຍູ້ຕິດຕາມການຮຽນ-ການສອນ ແລະ ການຈັດຕັ້ງບຳລຸງ ແນໃສ່ເຮັດໃຫ້ຜົນການສອບເສັງສາມາດບັນລຸຕາມຄາດໝາຍ.
.