ພະຍຸໝຸນເຂດຮ້ອນ ສົ່ງຜົນກະທົບ 4 ແຂວງ ເກີດນໍ້າຖ້ວມ ຜົນເສຍຫາຍເບື້ອງຕົ້ນຫຼາຍກວ່າ 180 ຕື້ກີບ

    ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບຜົນກະທົບຈາກລົມພະຍຸໝຸນເຂດຮ້ອນ ໂຄກູມະ ແລະ ເຈີມປາກາ ທີ່ພັດຜ່ານເຂົ້າມາ ອັນໄດ້ເຮັດໃຫ້ເກີດມີຟ້າລົມຝົນຕົກຢູ່ໃນຂອບເຂດທົ່ວປະເທດເຮົາ ໂດຍສະເພາະເກີດມີນໍ້າຖ້ວມຢູ່ 4 ແຂວງ ຄື: ແຂວງໄຊຍະບູລີ ບໍ່ແກ້ວ ຫຼວງພະບາງ ຫຼວງນໍ້າທາ ເຊິ່ງສົ່ງຜົນກະທົບໂດຍກົງໃສ່ 18 ເມືອງ 218 ບ້ານ 3.608 ຄອບຄົວ 15.012 ຄົນ ຍິງ 7.533 ຄົນ ເຮັດໃຫ້ມີຄົນບາດເຈັບ 4 ຄົນ ເສຍຊີວິດ 2 ຄົນ ເຮືອນເສຍຫາຍ 60% ຂຶ້ນໄປ 38 ຫຼັງ ເສຍຫາຍບາງສ່ວນ 2.305 ເຮັກຕາ ເນື້ອທີ່ທໍາການຜະລິດຖືກເສຍຫາຍ 1.197 ເຮັກຕາ ຊົນລະປະທານ 71 ແຫ່ງ ທາງ 25 ເສັ້ນ ແລະ 19 ຈຸດ ຄາດນະເນມູນຄ່າເສຍຫາຍເບື້ອງຕົ້ນ 183 ຕື້ກວ່າກີບ.

    ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະປະທານ ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານສະພາບໄພພິບັດທີ່ເກີດຂຶ້ນໃນໄລຍະເດືອນມິຖຸນາ-ກໍລະກົດ 2021 ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ ວັນທີ 26-27ກໍລະກົດ 2021 ທີ່ ຫ້ອງວ່າ​ການ​ສຳ​ນັກ​ງານ​ນານ​ຍົກ​ລັດ​ຖະ​ມົນ​ຕີ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໂດຍ​ການ​ເຂົ້າ​ຮ່ວມຂອງ​ບັນ​ດາທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ສະ​ມາ​ຊິກ​ລັດ​ຖະ​ບານຢ່າງ​ຄົບ​ຖ້ວນ ວ່າ: ສຳລັບຜົນກະທົບຈາກພະຍຸເຈີມປາກາ ທີ່ເກີດຂື້ນໃນລະຫວ່າງວັນທີ 18-21ມິຖຸນາ 2021 ໄດ້ເຮັດໃຫ້ເກີດນໍ້າຖ້ວມຢູ່ 2 ແຂວງ ຄື: ແຂວງຫຼວງນໍ້າທາ ແລະ ຫຼວງພະບາງ ເຊິ່ງແຂວງຫຼວງນໍ້າທາໄດ້ຮັບຜົນກະທົບຫຼາຍກວ່າໝູ່ ຢູ່ 3 ເມືອງ ຄື: ເມືອງລອງ ຫຼວງນໍ້າທາ ແລະ ວຽງພູຄາ ມີ 31 ບ້ານ 149 ຄອບຄົວ ເສຍຊີວິດ 1 ຄົນ (ດິນຖະຫຼົ່ມທັບ) ດິນເຊາະເຈື່ອນເຮືອນເສຍຫາຍເປ່ເພ 14 ຫຼັງ ເນື້ອທີ່ທໍາການຜະລິດ 150 ເຮັກຕາ ຊົນລະປະທານ ປະມານ 70 ແຫ່ງ ເສັ້ນທາງເລກທີ 17 B ຖືກເຊາະເຈື່ອນ ເສັ້ນທາງເລກທີ 17B ຖືກນໍ້າເຊາະເຈື່ອນ 5 ຈຸດ ບາງຈຸດແມ່ນລົດບັນທຸກໜັກບໍ່ສາມາດແລ່ນຜ່ານໄດ້ ສຳລັບແຂວງຫຼວງພະບາງ ແມ່ນໄດ້ຮັບຜົນກະທົບເລັກນ້ອຍ ມີນ້ຳໄຫຼຊຸເຂົ້າ 3 ບ້ານ ຢູ່ໃນຕົວເມືອງນະຄອນຫຼວງພະບາງ ຄື: ບ້ານພິກໃຫຍ່ ບ້ານຊຽງລ້ວມ ແລະ ບ້ານກົກງິ້ວ ສ່ວນການຊ່ວຍເຫຼືອຕອບໂຕ້ສຸກເສີນນັ້ນ ທາງອຳນາດການປົກຄອງທ້ອງຖິ່ນກໍໄດ້ໃຊ້ພາຫະນະ ແລະ ກຳລັງພົນຈາກກອງບັນຊາການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຊາວໜຸ່ມຂອງແຂວງ ແລະ ເມືອງຈຳນວນໜຶ່ງ ໄປຍົກຍ້າຍປະຊາຊົນຂົນເຄື່ອງຂອງທີ່ຈຳເປັນໄປໄວ້ໃນບ່ອນທີ່ປອດໄພ ພ້ອມທັງຊີ້ນຳໃຫ້ແຂວງນຳໃຊ້ເຂົ້າທີ່ກະຊວງໄດ້ຈັດສົ່ງໄປຕາມແຜນແບ່ງປັນໃຫ້ແຕ່ລະແຂວງແລ້ວ ເຊິ່ງແຂວງຫຼວງນ້ຳທາ 120 ໂຕນ ແລະ ຫຼວງພະບາງ 105 ໂຕນ ພ້ອມທັງໃຫ້ການຊ່ວຍເຫຼືອສຸກເສີນເງິນ 350 ລ້ານກີບ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 170 ລ້ານກີບ.

       ດ້ວຄວາມເປັນຫວ່ງເປັນໄຍຈາກສູນກາງພັກ-ລັດຖະບານ ເພື່ອຮັບປະກັນໃຫ້ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບການປົກປ້ອງ ແລະ ມີຄວາມປອດໄພ ພ້ອມທັງໄດ້ຮັບການຊ່ວຍເຫຼືອຮີບດ່ວນທັນການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ຕິດຕາມສະພາບດີນຟ້າອາກາດທີ່ລາຍງານແຕ່ລະວັນເປັນປົກກະຕິ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມນັ້ນ ຍັງໄດ້ອອກແຈ້ງການໃຫ້ບັນດາພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ກະກຽມດ້ານກຳລັງພົນ ເຂົ້າກິນ ເຕັ່ນ ເຮືອ ແລະ ຈຸດປອດໄພທີ່ຈະຍົກຍ້າຍປະຊາຊົນໄປຢູ່ຊົ່ວຄາວ ໃຫ້ຮັບປະກັນ ແລະ ທັນກັບສະພາບການ.

      ສຳລັບຂັ້ນສູນກາງ ແມ່ນໄດ້ຮ່ວມມືກັບຄູ່ຮ່ວມພັດທະນາສາກົນ ກະກຽມຄວາມພ້ອມ ເປັນຕົ້ນແມ່ນເຂົ້າກິນຈາກຄັງແຮເຂົ້າອາຊຽນ +3 (AFTERR +3) ແລະ ອົງການອາຫານໂລກ ມີເຂົ້າແຮຢູ່ສາງ ຂອງກະຊວງ ຫຼັກ 17 ຈຳນວນ 1.320 ໂຕນ ຫາກເກີດຜົນກະທົບທີ່ຮ້າຍແຮງຈາກໄພພິບັດຢູ່ແຂວງໃດ ກໍສາມາດປະສານສົມທົບຮ່ວມກັນລົງໄປປະເມີນຜົນເສຍຫາຍ ແລະ ຈັດສົ່ງໃຫ້ແຂວງນັ້ນໂດຍໄວ.

# ຂ່າວ & ພາບ: ເພັດສະໝອນ

     ພາບປະກອບ

error: Content is protected !!