ປະທານ ສນຊ ສໍາເລັດການເຄື່ອນໄຫວຢ້ຽມຢາມ 4 ແຂວງພາກກາງ

    ລະຫວ່າງວັນທີ 22-26 ກໍລະກົດ 2021 ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມແຂວງໄຊສົມບູນ ບໍລິຄຳໄຊ ຄຳມ່ວນ ແລະ ແຂວງສະຫວັນນະເຂດ.

    ທີ່ແຂວງໄຊສົມບູນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ເລັງຊົງ ຕົງສີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມນີ້ ໄດ້ລົງຢ້ຽມຢາມໂຄງການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ເຂດຈຸດສຸມ 516 ກຸ່ມບ້ານໂພນສະຫວາດ ເມືອງລ້ອງຊານ ເຊິ່ງເປັນໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບກຸ່ມບໍລິສັດພົງສະຫວັນ ຈຳກັດ ໂດຍໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2018 ມາຮອດປັດຈຸບັນ ເຫັນວ່າໂຄງການໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນພື້ນຖານໂຄງລ່າງ ກິດຈະກຳປູກຕົ້ນໄມ້ໃຫ້ໝາກ 18,2 ເຮັກຕາ ການລ້ຽງສັດ ມອບສັດລ້ຽງໃຫ້ຄອບຄົວທີ່ທຸກຍາກ ຈັດຕັ້ງກຸ່ມຜະລິດໄດ້ 3 ກຸ່ມ ສ້າງຕັ້ງໜ່ວຍບໍລິການທະນາຄານ ເພື່ອປ່ອຍເງິນກູ້ໃຫ້ກຸ່ມການຜະລິດ ແລະ ຈັດສົ່ງປະຊາຊົນຈຳນວນໜຶ່ງໄປຖອດຖອນບົດຮຽນດ້ານກະສິກຳ ຢູ່ປະເທດເພື່ອນບ້ານ ຕື່ມອີກ.

    ສ່ວນຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ພ້ອມດ້ວຍການນຳຂັ້ນແຂວງ ພ້ອມດ້ວຍທ່ານ ບຸນຄຳ ໄຊເຍ່ຍລໍ່ວື ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມຄະນະ ພະ ນັກງານກ່ຽວຂ້ອງ ຈາກນັ້ນ ປະທານສູນກາງແນວລາວສ້າງຊາດ ສືບຕໍ່ຢ້ຽມຢາມແຂວງຄຳມ່ວນ ເປັນກຽດຕ້ອນຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມທັງລາຍງານສະພາບການ ເຄື່ອນໄຫວວຽກງານພາຍໃນແຂວງໂດຍຫຍໍ້ ໃນໄລຍະ 6 ເດືອນຕົ້ນປີ 2021 ໃຫ້ຮັບຊາບ ສຳລັບການຢ້ຽມຢາມຢູ່ແຂວງສະຫວັນນະເຂດ ມີທ່ານ ຄຳແພງ ເພັດທຸມພອນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນຳຂັ້ນແຂວງເປັນກຽດຕ້ອນຮັບ

    ໂອກາດພົບປະ ແລະ ຢ້ຽມຢາມ 4 ແຂວງພາກກາງ ທ່ານປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນແຕ່ລະດ້ານ ທີ່ອົງການປົກຄອງແຂວງ ກໍຄືອົງການແນວລາວສ້າງຊາດຍາດມາໄດ້ໃນໄລຍະທີ່ຜ່ານມາ ທ່ານໄດ້ເນັ້ນໃຫ້ແນວລາວສ້າງຊາດແຂວງຕ້ອງໄດ້ສ້າງການຫັນປ່ຽນໃໝ່ທີ່ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນຕົນ ເພື່ອແກ້ໄຂບັນດາຂໍ້ຫຍຸ້ງຍາກ-ຄົງຄ້າງ ສ່ວນຫຼາຍກໍແມ່ນດ້ານງົບປະມານ ໂດຍການຫາວິທີທາງສ້າງແຫຼ່ງລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ ອີງຕາມກົດໝາຍວ່າດ້ວຍແນວລາວສ້າງຊາດ ມາດຕາ 37 ໂດຍມີການປະສານສົມທົບກັບອົງການພາຄີ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານແນວລາວສ້າງຊາດມີບາດກ້າວໃໝ່ທີ່ມີການຫັນປ່ຽນ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ ໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ:  ບຸນມີ

error: Content is protected !!