ກອງປະຊຸມພາຍໃນຄົບຄະນະ ກໍາມາທິການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ຈັດຂຶ້ນວັນທີ 6 ຕຸລາ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະກຳມາທິການ ຮ່ວມມື ລາວ-ຣັດເຊຍ ມີບັນດາທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມຕາງໜ້າຈາກບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ພ້ອມກັນກວດກາຄືນ ຄວາມຄືບໜ້າບັນດາວຽກງານການຮ່ວມມືລາວ-ຣັດເຊຍໃນໄລຍະຜ່ານມາ ລວມທັງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຍາດແຍ່ງການຮ່ວມມືກັບຝ່າຍຣັດເຊຍ ເພື່ອຜົນປະ ໂຫຍດອັນລວມມາໃຫ້ ສປປ ລາວ ໃນການສ້າງສາພັດທະນາປະເທດຊາດ.
ປັດຈຸບັນ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໄດ້ມີສາຍພົວພັນການທູດຄົບຮອບ 60 ປີ ເຊິ່ງໃນໂອກາດນີ້ ທາງສະຖານທູດຣັດເຊຍປະຈໍາ ສປປ ລາວ ຈະໄດ້ຈັດພິທີສະເຫຼີມສະຫຼອງສາຍພົວພັນດັ່ງກ່າວ ໃນວັນທີ 7 ຕຸລາ 2020 ແລະ ຈະເຊີນການນໍາຂອງແຕ່ລະກະຊວງ ຂະແໜງການເຂົ້າຮ່ວມ ພ້ອມດຽວກັນນີ້ ທັງສອງຝ່າຍເຫັນດີ ຍົກລະດັບການຮ່ວມມືສອງຝ່າຍ ເປັນການຮ່ວມມືຍຸດທະສາດຮອບດ້ານ.

ມາຮອດປັດຈຸບັນ ການຮ່ວມມືລະຫວ່າງລາວ ແລະ ຣັດເຊຍ ແມ່ນຢູ່ໃນໄລຍະການຜັນຂະຫຍາຍຜົນຂອງກອງປະຊຸມຄະ ນະກໍາມາທິການຮ່ວມດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ຄັ້ງທີ 15 ທີ່ຈັດຂຶ້ນໃນວັນທີ 8-9 ກໍລະກົດ 2019 ທີ່ມົດສະກູ ສ ຣັດເຊຍ ເຊິ່ງກວມເອົາການພົວພັນຮ່ວມມືໃນ 8 ຂົງເຂດຕ່າງໆເຊັ່ນ: ການຄ້າ ແລະ ການລົງທຶນ ອຸດສາຫະກໍາ-ການຄ້າ ພະລັງງານ-ບໍ່ແຮ່ ຂໍ້ມູນຂ່າວສານ ໂທລະຄົມມະນາຄົມ-ເຕັກໂນໂລຊີ ແລະ ການສື່ ສານມວນຊົນ ວິທະຍາສາດ ແລະ ການສຶກສາ ສາທາລະນະສຸກ ແລະ ວັດທະນະທໍາການທ່ອງທ່ຽວ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ ໃນນັ້ນ ການຮ່ວມມືທີ່ພົ້ນເດັ່ນ ແມ່ນການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ MK-SP Ltd ໃນໂຄງການຜະລິດ ອີປາດສະປໍ ພີມພັນທະບັດ ແລະ ການຮ່ວມມືໃນຂົງເຂດການສຶກສາ ເຫັນວ່ານັບແຕ່ປີ 2010 ມາເຖິງປັດຈຸບັນ ໄດ້ມີນັກສຶກສາລາວ ໄປຮຽນຢູ່ສະຫະພັນຣັດເຊຍມີ 283 ຄົນ ຍິງ 109 ຄົນ ນອກນັ້ນ ຍັງໄດ້ເປີດສອນພາສາຣັດເຊຍຢູ່ສູນວິທະຍາສາດ ແລະ ວັດທະນະທໍາລາວ-ຣັດເຊຍ ຢູ່ນະຄອນຫຼວງວຽງຈັນອີກດ້ວຍ.