ນຳສະເໜີ ລົດຮຸ່ນພິເສດ Mazda3 Sport Mazda3 Sedan ແລະ CX-30

    ບໍລິສັດ ແກ້ວໂອໂຕກຣຸບ ນຳສະເໜີລົດຮຸ່ນໃໝ່ ພິເສດ 3 ຮຸ່ນ ຄື: Mazda3 Sport Mazda3 Sedan ແລະ CX-30 ເພື່ອສະຫຼອງຄົບຮອບ 100 ປີ ການກໍ່ຕັ້ງບໍລິສັດ Mazda ຂຶ້ນວັນທີ 5 ກັນຍາ 2020 ຢູ່ຫ້ອງຂາຍ Mazda ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ນຳສະເໜີ ລົດຮຸ່ນພິເສດ Mazda3 Sport Mazda3 Sedan ແລະ CX-30

    Mazda3 Sport Mazda3 Sedan ແລະ CX-30 ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ວັດສະດຸທີ່ເບົາ ທົນທານ ອອກແບບໄດ້ຢ່າງໂດດເດັ່ນ ມີຊີວິດຊີວາ ແລະ ໄດ້ຮັບລາງວັນລະດັບໂລກ ເຊັ່ນ: Mazda3 ລົດອອກແບບທີ່ງາມທີ່ສຸດໃນໂລກປີ 2020 (World Car Design of the year 2020) ແລະ Mazda CX-30 ໄດ້ຮັບລາງວັນ 1 ໃນ 3 ລົດ ສຸດຍອດຂອງໂລກປີ 2020 (Top Three World Car Of The Year 2020) ລົດລຸ້ນພິເສດ “ລຸ້ນຄົນຮອບ 100 ປີ” ມີຈຸດເດັ່ນທີ່ແຕກຕ່າງຈາກຮຸ່ນອື່ນ ຄື: ເບາະໜັງອອກແບບຢ່າງສະດຸດຕາດ້ວຍສີແດງຊ້ຳ ຜ້າພົມ ແລະ ຜ້າປູພື້ນໃຫ້ຄວາມກົມກືນດ້ວຍສີແດງຊ້ຳ ໂລໂກ້ສີແດງຊ້ຳ 100 ປີ ຕິດໃນລໍ້ແມັກໃຫ້ຄວາມເປັນເອກະລັກ ໝອນເທິງເບາະໜ້າມີ ໂລໂກ້ສີແດງຊ້ຳ 100 ປີ ແກ້ມໜ້າລົດມີ ໂລໂກ້ຄົບຮອບ 100 ປີ ກະແຈຣີໂໝດ ມາພ້ອມກ່ອງບັນຈຸ ແລະ ຢ້ຳດ້ວຍໂລໂກ້ 100 ປີ ໃສ່ຢ່າງສະງ່າງາມ.

    ບັນດາທ່ານທີ່ສົນໃຈ ສາມາດຈັບຈອງເປັນເຈົ້າຂອງລົດ Mazda3 Sport Mazda3 Sedan ແລະ CX-30 ໄດ້ແລ້ວມື້ນີ້ ຢູ່ຫ້ອງຂາຍ Mazda ທຸກສາຂາ CX-30 ລາຄາ 37.900 $ ມີທັງລະບົບຈ່າຍສົດ ແລະ ຜ່ອນ ນອກນີ້ຍັງມີສ່ວນຫຼຸດ ແລະ ຂອງແຖມອີກຫຼາຍລາຍການ.

ນຳສະເໜີ ລົດຮຸ່ນພິເສດ Mazda3 Sport Mazda3 Sedan ແລະ CX-30
ນຳສະເໜີ ລົດຮຸ່ນພິເສດ Mazda3 Sport Mazda3 Sedan ແລະ CX-30
error: Content is protected !!