ໂທດສຳລັບການເຜີຍແຜ່ ສິ່ງບໍ່ເໝາະສົມ ຜ່ານສື່ສັງຄົມອອນລາຍ

ທີ່​ເອ​ຢິບ: ການ​ຖ່າຍ​ເຊວ​ຟີ (ໃຊ້​ສະ­ມາດ​ໂຟນ​ຖ່າຍ​ເອົາ​ຮູບ​ຕົນ​ເອງ) ກັບ​ພາບ​ຄົນ​ອື່ນ ຫຼື ເຫດ­ການ​ທີ່​ເກີດ​ຂຶ້ນ ແລ້ວ​ເຜີຍ­ແຜ່​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ​ໃຫ້​ຄົນ ສັງ­ຄົມ​ຮູ້​ວ່າ​ຕົນ​ພວມ​ເຮັດ​ຫຍັງ​ຢູ່​ໃສ ຢູ່​ກັບ​ໃຜ​ນັ້ນ ໄດ້​ກາຍ­ເປັນ​ກະ­ແສ​ນິ­ຍົມ​ໃນ​ການ​ໃຊ້​ໂທລະ­ສັບ​ມື​ຖື ແຕ່​ເລື່ອງ​ນີ້​ຢູ່​ໃນ​ຫຼາຍໆ​ປະ­ເທດ​ເຂົາ​ມີ​ມາດ​ຕະ­ການ​ລົງ­ໂທດ​ກັນ​ຢ່າງ​ຈິງ​ຈັງ ຖ້າ​ຖ່າຍ­ຮູບ​ແບບ​ເຊວ​ຟີ​ກັບ​ເຫດ­ການ​ທີ່​ບໍ່​ສົມ​ມາ​ພາ​ຄວນ ເຊັ່ນ: ຖ່າຍ​ກັບ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແບບ​ສະ​ຍົດ​ສະ­ຫຍອງ ຖ່າຍ​ກັບ​ພາບ​ອຸ­ບັດ­ເຫດ​ທີ່​ມີ​ຄົນ​ບາດ­ເຈັບ ລົ້ມ​ຕາຍ ແລະ​ອື່ນໆ ຕົວ­ຢ່າງ ກໍ­ລະ­ນີ​ດັ່ງ­ກ່າວ​ນີ້ ໄດ້​ເກີດ​ຂຶ້ນ​ຢູ່​ປະ­ເທດ​ເອ​ຢິບ ເມື່ອ 3 ປີ​ກ່ອນ​ໜ້າ​ນີ້ ເລື່ອງ​ມີ​ຢູ່​ວ່າ ໄດ້​ເກີດ​ມີ​ອຸ­ບັດ­ເຫດ​ລົດ­ໄຟ​ຊົນ​ກັນ​ທີ່​ນະ­ຄອນ​ອາ​ເລັກ​ຊັນ​ເດຼຍ (ເມືອງ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ເອ​ຢິບ) ໃນ​ເດືອນ​ສິງ­ຫາ ປີ 2017 ເຫດ­ການ​ດັ່ງ­ກ່າວ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີ­ວິດ 41 ຄົນ ສ່ວນ​ຜູ້​ທີ່​ໄດ້​ຮັບ​ບາດ­ເຈັບ​ນັ້ນ​ນັບ​ບໍ່​ຖ້ວນ ເມື່ອ​ລົດ​ແພດ​ສຸກ​ເສີນ​ໄດ້​ລົງ​ໄປ​ຮອດ​ບ່ອນ­ເກີດ​ເຫດ​ເປັນ​ການ​ດ່ວນ ແຕ່​ແທນ​ທີ່​ຈະ​ຮີບ​ຮ້ອນ​ໄປ​ຊ່ວຍ​ຄົນ​ເຈັບ ນາຍ​ແພດ​ຈຳ­ນວນ 6 ຄົນ ໄດ້​ພາ­ກັນ​ໄປ​ຢືນ​ຖ່າຍ​ເຊວ​ຟີ​ໃຫ້​ເຫັນ​ພາບ​ສະ​ຍົດ​ສະ­ຫຍອງ​ທີ່​ເກີດ​ຈາກ​ລົດ­ໄຟ​ຊົນ​ກັນ ແລ້ວ​ເຜີຍ­ແຜ່​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ຜົນ​ຮັບ​ຈາກ​ການ​ເຜີຍ­ແຜ່​ພາບ​ດັ່ງ­ກ່າວ ກໍ​ຄື ສຽງ​ວິ­ພາກ​ວິ­ຈານ​ຢ່າງ​ຟົດ​ສະ​ນັ່ນ ທັງ​ມີ​ການ​ຮຽກ­ຮ້ອງ​ໃຫ້​ລົງ­ໂທດ “ນາຍ​ແພດ​ເຊວ​ຟີ” ເຫຼົ່າ­ນັ້ນ​ຢ່າງ​ສະ​ສົມ ບາງ​ສຽງ​ວິ­ພາກ​ວິ­ຈານ​ເອີ້ນ​ການ​ຖ່າຍ​ເຊວ​ຟີ​ຂອງ​ນາຍ​ແພດ​ເຫຼົ່າ­ນັ້ນ​ວ່າ “ມະ­ໂນ​ທຳ​ໄດ້​ສິ້ນ​ສະ­ຕິ​ຂັ້ນ​ໂຄ​ມາ​ແລ້ວ” ທ່າມ­ກາງ​ສຽງ​ວິ­ພາກ​ວິ­ຈານ​ດັ່ງ­ກ່າວ ທາງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກໍ​ໄດ້​ອອກ​ຄຳ​ສັ່ງ​ລົງ­ໂທດ ໂດຍ​ການ​ຍົກ­ຍ້າຍ​ແພດ​ເຊວ​ຟີ ທັງ 6 ຄົນ ໄປ​ປະ­ຈຳ­ການ​ຢູ່​ເມືອງ ຊີ­ວາ-ເຂດ​ຫ່າງ​ໄກ​ສອກ­ຫຼີກ ທາງ​ພາກ​ຕາ­ເວັນ­ຕົກ​ຂອງ​ປະ­ເທດ ທ່ານ ອັກ​ຄ​ເມັດ ອານ​ຊາ​ຣີ ຫົວ­ໜ້າ​ກົມ​ຈັດ​ຕັ້ງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ເອ​ຢິບ ບອກ​ສັ້ນໆ​ກ່ຽວ​ກັບ​ການ​ກະ­ທຳ​ຂອງ​ແພດ​ທັງ 6 ຄົນ​ວ່າ: “ເປັນ​ການ​ປະ­ພຶດ​ທີ່​ບໍ່​ເໝາະ​ສົມ​ເລີຍ”.

ທີ່​ສິງ­ກະ­ໂປ: ການ​ຖ່າຍ­ຮູບ ຫຼື ການ​ຖ່າຍ​ທຳ​ວິ​ດີ​ໂອ​ໃນ​ສະ­ຖານ­ທີ່​ທີ່​ເກີດ​ເຫດ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ ກໍ​ຄື ການ​ເຜີຍ­ແຜ່​ຂ່າວ​ທີ່​ບໍ່​ເປັນ​ທາງ​ການ ກ່ຽວ​ກັບ​ການ​ປະ­ຕິ­ບັດ​ງານ​ຂອງ​ຕຳ­ຫຼວດ​ນັ້ນ ທາງ​ການ​ຂອງ​ປະ­ເທດ​ສິງ­ກະ­ໂປ ໄດ້​ມີ​ກົດ­ໝາຍ​ຫ້າມ​ຢ່າງ​ເດັດ­ຂາດ ກົດ­ໝາຍ​ດັ່ງ­ກ່າວ​ໄດ້​ຖືກ​ຮັບ­ຮອງ​ເອົາ​ໂດຍ ສະ­ພາ​ແຫ່ງ​ຊາດ​ສິງ­ກະ­ໂປ ໃນ​ຄັ້ງ​ວັນ​ທີ 21 ມີ­ນາ 2018 ພາຍ​ໃຕ້​ກົດ­ໝາຍ​ສະ­ບັບ​ນີ້ ຕຳ­ຫຼວດ​ມີ​ສິດ​ຫ້າມ​ການ​ຖ່າຍ­ຮູບ ຖ່າຍ​ວີ​ດີ​ໂອ ເອົາ​ເຫດ­ການ​ໃນ​ສະ­ຖານ­ທີ່​ທີ່​ມີ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ ລວມ​ທັງ​ການ​ບັນ­ທຶກ​ພາບ ບັນ­ທຶກ​ສຽງ ກ່ຽວ​ກັບ​ການ­ເຄື່ອນ­ໄຫວ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ເພື່ອ​ເຜີຍ­ແຜ່​ເປັນ​ຂ່າວ ເຫດ­ຜົນ​ທີ່​ຕ້ອງ​ມີ​ກົດ­ໝາຍ​ກຳ­ນົດ​ຫ້າມ​ດັ່ງ­ກ່າວ ກໍ​ແມ່ນ​ເພື່ອ​ຮັກ­ສາ​ຄວາມ​ລັບ​ບໍ່​ໃຫ້​ພວກ​ໃຊ້​ຄວາມ​ຮຸນ​ແຮງ​ແບບ​ກໍ່​ການ​ຮ້າຍ ສາ­ມາດ​ກຳ​ໄດ້​ຂໍ້​ມູນ​ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ທາງ​ການ​ສິງ­ກະ­ໂປ ເຫັນ​ວ່າ ຖ້າ​ພວກ​ກໍ່​ການ​ຮ້າຍ​ສາ­ມາດ​ກຳ​ໄດ້ ກ່ຽວ​ກັບ​ການ​ປະ­ຕິ­ບັດ​ງານ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ​ແລ້ວ ມັນ​ກໍ​ຈະ​ກາຍ­ເປັນ​ໄພ​ຄຸກ​ຄາມ​ຕໍ່​ຊີ­ວິດ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ທີ່​ຮັກ­ສາ​ຄວາມ​ສະ­ຫງົບ ກໍ​ຄື ຄວາມ​ປອດ​ໄພ​ຂອງ​ບັນ­ດາ​ຕົວ​ປະ­ກັນ​ທີ່​ພວກ​ກໍ່​ການ​ຮ້າຍ​ຈັບ​ໄວ້.

error: Content is protected !!