ສຸຂະພາບແຂງແຮງ ພຽງແຕ່ດື່ມນ້ຳຫຼັງຕື່ນນອນຕອນເຊົ້າ

“ນ້ຳ” ເປັນ​ສ່ວນ​ປະ­ກອບ​ຫຼັກ​ໃນ​ຮ່າງ­ກາຍ​ມະ­ນຸດ ທີ່​ມີ​ອັດ­ຕາ​ສ່ວນ​ຢູ່​ເຖິງ 1 ໃນ 4 ຂອງ​ຮ່າງ­ກາຍ​ນັ້ນ ເຮັດ​ໃຫ້​ນ້ຳ​ມີ​ສ່ວນ​ສຳ­ຄັນ​ໃນ​ການ​ຊີ້​ວັດ​ສຸ­ຂະ­ພາບ​ຊີ­ວິດ​ທັງ​ພາຍ​ນອກ ແລະ ພາຍ​ໃນ ແນ່­ນອນ​ວ່າ ເຮົາ​ທຸກ​ຄົນ​ດື່ມ­ນ້ຳ​ກັນ​ທຸກ​ຄົນ​ໃນ​ແຕ່​ລະ​ວັນ​ຫຼາຍ​ແດ່​ໜ້ອຍ ແດ່​ແຕກ​ຕ່າງ​ກັນ ແຕ່​ໜ້ອຍ​ຄົນ​ທີ່​ຈະ​ຮູ້​ວ່າ ນອກ­ຈາກ ປະ­ລິ­ມານ 7-8 ຈອກ​ຕໍ່​ໜຶ່ງ​ວັນ ອັນ​ເປັນ​ປະ­ລິ­ມານ​ທີ່​ດີ​ຕໍ່​ຮ່າງ­ກາຍ​ແລ້ວ​ນັ້ນ ໄລ­ຍະ​ເວ­ລາ​ໃນ​ການ​ດື່ມ​ກໍ​ສຳ­ຄັນ​ບໍ່​ແພ້​ກັນ ແລະ ຍັງ​ສຳ­ຄັນ​ອັນ​ດັບ​ຕົ້ນ​ຂອງ​ຊີ­ວິດ​ທີ່​ເລີ່ມ​ໃໝ່​ໃນ​ແຕ່​ລະ​ວັນ.

ວັນ​ນີ້​ເຮົາ​ຈຶ່ງ​ນຳ​ຂໍ້​ມູນ​ດີໆ​ເລື່ອງ​ການ​ດື່ມ­ນ້ຳ​ຕອນ​ເຊົ້າ ວ່າ​ມີ​ຄຸນ​ປະ­ໂຫຍດ​ທີ່​ດີ​ຢ່າງ­ໃດ​ໃນ​ຊີ­ວິດ​ມາ​ຝາກ.

ຜິວ​ສວຍ​ງາມ ໜ້າ​ສົດ­ໃສ ສຸ­ຂະ­ພາບ​ພາຍ​ໃນ​ດີ.

ເນື່ອງ​ຈາກ​ນ້ຳ​ຈະ​ເຂົ້າ​ໄປ​ລ້າງ​ລຳ​ໄສ້ ໄປ​ຊ່ວຍ​ປັບ​ສົມ ດຸນ​ຂອງ “ຕ່ອມ​ນ້ຳ​ເຫຼືອງ” ໃຫ້​ເຮັດ​ວຽກ​ຢ່າງ​ມີ​ປະ­ສິດ ທິ​ພາບ ຊຶ່ງ​ຈະ​ເຮັດ​ວຽກ​ຄວບ​ຄູ່​ກັບ​ລະ­ບົບ​ພູມ​ຕ້ານ ທານ​ໃນ​ການ​ຕໍ່­ຕ້ານ ແລະ ທຳ­ລາຍ​ເຊື້ອ​ໂລກ ລວມ ທັງ​ການ​ຂັບ​ສິ່ງ​ເສຍ​ຕ່າງໆ​ຂອງ​ຮ່າງ­ກາຍ ນອກ­ຈາກ​ນີ້  ຍັງ​ເຮັດ​ວຽກ​ຮ່ວມ​ກັບ​ລະ­ບົບ​ການ​ໄຫຼ​ວຽນ​ຂອງ​ເລືອດ ເພື່ອ​ຈະ​ລຳ­ລຽງ​ສານ​ອາ­ຫານ ອົກ​ຊິ​ແຊນ ແລະ ຮໍ ໂມນ​ຈາກ​ເຊລ​ເມັດ​ເລືອດ​ຕ່າງໆ​ທີ່​ຖືກ​ສ້າງ​ຂຶ້ນ ໄປ​ຍັງ ເນື້ອ​ເຍື່ອ​ຕ່າງໆ​ຂອງ​ຮ່າງ­ກາຍ ສົ່ງ​ຜົນ​ໃຫ້​ຮ່າງ­ກາຍ​ໄດ້​ຮັບ​ການ​ເຮັດ​ວຽກ​ຢ່າງ​ມີ​ປະ­ສິດ­ທິ­ພາບ ເຮັດ​ໃຫ້​ກະ​ຕຸ້ນ ໃນ​ການ​ສ້າງ​ເຊລ​ໃໝ່ໆ​ໄດ້​ຮັບ​ການ​ຟື້ນ​ຟູ ສົ່ງ​ຜົນ​ໃຫ້   ຜິວ​ພັນ​ສົດ­ໃສ​ຈາກ​ພາຍ​ໃນ​ສູ່​ພາຍ​ນອກ​ນັ້ນ​ເອງ (ແລະ ໂດຍ​ສະ­ເພາະ​ຢ່າງ​ຍິ່ງ ໃຜ​ທີ່​ເປັນ​ແຜ​ອັກ­ເສບ ການ​ດື່ມ­ນ້ຳ​ໃນ​ຕອນ​ເຊົ້າ​ຫຼັງ​ຕື່ນ​ນອນ​ທັນ­ທີ ຍັງ​ຊ່ວຍ ໃຫ້​ແຜ​ເຊົາ​ໄດ້​ໄວ​ຂຶ້ນ​ອີກ​ເທົ່າ​ຕົວ​ດ້ວຍ).

ແນວ​ຄວາມ​ຄິດ​ເປັນ​ເລີດ ຮູບ​ຮ່າງ​ສວຍ​ງາມ.

ເພາະ​ເມື່ອ​ລະ­ບົບ​ຕ່າງໆ​ໃນ​ຮ່າງ­ກາຍ​ເຮັດ​ວຽກ​ຢ່າງ​ມີ​ປະ­ສິດ­ທິ­ພາບ ການ​ດື່ມ­ນ້ຳ​ໃນ​ຕອນ​ເຊົ້າ​ຫຼັງ​ຕື່ນ​ນອນ ໃນ​ທັນ­ທີ​ຂະ­ນະ​ທີ່​ທ້ອງ​ຍັງ​ຫວ່າງ ຍັງ​ຊ່ວຍ​ໃຫ້​ລຳ​ໄສ້​ທີ່ ສະ­ອາດ​ຈາກ​ສ້າງ​ພິດ ພ້ອມ​ໃນ​ການ​ທີ່​ຈະ​ຮັບ​ສານ​ອາ ຫານ​ທີ່​ມີ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ​ໃນ​ວັນ​ໃໝ່​ໄດ້​ຢ່າງ ເຕັມ­ທີ່ ໂດຍ​ຄຸນ​ປະ­ໂຫຍດ​ຂອງ​ສານ​ອາ­ຫານ​ທີ່​ເຮົາ​ຮັບ ປະ­ທານ​ໄປ​ໃນ​ຕອນ​ເຊົ້າ​ກໍ​ຈະ​ກະ​ຕຸ້ນ​ການ​ເຮັດ​ວຽກ ຂອງ​ລະ­ບົບ​ສະ­ໝອງ ພັດ­ທະ­ນາ​ຂະ​ບວນ​ການ​ຄວາມ​ຄິດ ແລະ ສະ­ມາ­ທິ​ໃຫ້​ດີ​ຍິ່ງ​ຂຶ້ນ ພ້ອມໆ​ກັບ​ສ້ອມ­ແຊມ ເຊວ​ເກົ່າ​ທີ່​ບໍ່​ດີ ເສີມ​ສ້າງ​ກ້າມ­ຊີ້ນ ແລະ ຂັບ​ໄຂ­ມັນ ອອກ​ມາ​ຈາກ​ຮ່າງ­ກາຍ ຊ່ວຍ​ຫຼຸດ​ນ້ຳ­ໜັກ ແຖມ​ໝົດ ບັນ­ຫາ​ສ່ຽງ​ຂອງ​ໂຣກ​ກະ­ດູກ ໂລກ​ປະ­ດົງ​ແສນ​ທໍ­ລະ ມານ​ໄດ້ ໂດຍ​ການ​ທີ່​ນ້ຳ​ເຂົ້າ​ໄປ​ຊ່ວຍ​ໃນ​ການ​ເຮັດ​ວຽກ​ຂອງ​ຂໍ່​ຕໍ່​ກະ­ດູກ​ໃນ​ຮ່າງ­ກາຍ​ຄວບ​ຄູ່​ກັນ​ໄປ ເນື່ອງ ຈາກ​ລະ­ບົບ​ຍ່ອຍ​ອາ­ຫານ ແລະ ການ​ເຜົາ​ຜານ​ເຮັດ ວຽກ​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ເຕັມ​ກຳ­ລັງ.

ມະ​ເຮັງ​ພຽງ​ແຕ່​ມາ​ສອດ­ສ່ອງ ໂຣກ​ພະ­ຍາດ​ໄກ​ຫ່າງ ຊີ­ວິດ​ດີ​ບໍ່​ມີ​ເຈັບ­ເປັນ.

ຈາກ​ການ​ລ້າງ​ພິດ​ຂັບ​ພິດ​ອອກ​ຈາກ​ລຳ​ໄສ້ ແລະ ຮ່າງ­ກາຍ​ສ່ວນ​ອື່ນໆ ນອກ­ຈາກ​ສົ່ງ​ຜົນ​ໃນ​ເລື່ອງ ຄວາມ​ສວຍ​ງາມ​ຂອງ​ຜິວ​ພັນ ຮູບ​ຮ່າງ ຫຼື ການ​ເຮັດ ວຽກ​ໃນ​ສ່ວນ​ຂອງ​ລະ­ບົບ​ສະ­ໝອງ​ໃຫ້​ມີ​ປະ­ສິດ­ທິ­ພາບ ດີ​ຂຶ້ນ ການ​ດື່ມ­ນ້ຳ​ຍັງ​ຊ່ວຍ​ໃຫ້​ເຮົາ​ສົດ­ຊື່ນ ແລະ ຜ່ອນ ຄາຍ​ພ້ອມ​ຮັບ​ວັນ​ໃໝ່​ທີ່​ດີ ດັ່ງ­ນັ້ນ ເມື່ອ​ອາ­ລົມ​ເຮົາ ສົດ­ໃສ ຮໍ​ໂມນ ຄໍ​ຕິ​ຊອນ ບໍ່­ເກີດ​ຂອງ​ໂລກ​ກໍ​ເທົ່າ​ກັບ ໝົດ​ສິດ​ທີ່​ຈະ​ຫຼັ່ງ​ອອກ​ມາ​ຕອບ​ສະ­ໜອງ​ທຳ­ຮ້າຍ ຮ່າງ­ກາຍ​ເຮົາ ແລະ ເມື່ອ​ກາຍ​ພ້ອມ​ໃຈ​ພ້ອມ ສານ ຕ່າງໆ​ທີ່​ຈະ​ກໍ່­ໃຫ້­ເກີດ​ໂລກ​ຮ້າຍ ເຊັ່ນ ມະ​ເຮັງ​ຕ່າງໆ ຢ່າງ ໂລກ​ມະ​ເຮັງ​ລຳ​ໄສ້ ໂລກ​ມະ​ເຮັງ​ຕ່ອມ​ລູກ​ໝາກ ໂລກ​ມະ​ເຮັງ​ພົກ­ຍ່ຽວ ກໍ​ຈະ​ຖືກ​ຊະ​ລ້າງ​ອອກ​ໄປ​ດ້ວຍ ອີກ​ຂັ້ນ​ໜຶ່ງ ຫຼັງ​ຈາກ​ທີ່​ລຳ​ໄສ້ ແລະ ລະ­ບົບ​ຕ່າງໆ​ຂອງ ຮ່າງ­ກາຍ​ເຮັດ​ວຽກ​ຢ່າງ​ມີ​ປະ­ສິດ­ທິ­ພາບ ໃນ​ເບື້ອງ​ຕົ້ນ ທີ່​ຊ່ວຍ​ຄັດ​ສານ​ເຄ​ມີ ແລະ ສານ­ພິດ​ທີ່​ປະ​ປົນ​ມາ ຈາກ​ອາ­ຫານ ແລະ ຈະ​ຊ່ວຍ​ໃຫ້​ຮ່າງ­ກາຍ ສຸ­ຂະ­ພາບ​ດີ ບໍ່​ເຈັບ​ປ່ວຍ​ງ່າຍ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!