ວັນທີ 3 ທັນວາ 2025 ທີ່ທໍານຽບປະທານປະເທດ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບອໍາລາຂອງ ທ່ານ Wilhelm Maximilian Donko ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດ ຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນປະເທດ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ Wilhelm Maximilian Donko ທີ່ໄດ້ມາປະຕິບັດໜ້າທີ່ການທູດຈົນສໍາເລັດ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບດີຂຶ້ນ ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານທູດໄລຍະຜ່ານມາ ທ່ານແມ່ນນັກການທູດຜູ້ທີ່ມີຄວາມຫ້າວຫັນ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບໃນການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ໂອຕຣິດ ໂອຕຣິດ-ລາວ ກໍຄື ປະຊາຊົນສອງຊາດ ລາວ-ໂອຕຣິດ ຍາມໃດກໍໃຫ້ການອຸ້ມຊູ-ຊ່ວຍເຫຼືອລັດຖະບານລາວ ກໍຄື ປະຊາຊົນລາວ ສະເໝີມາ.

ການພົວພັນການທູດ ສປປ ລາວ ແລະ ສ.ໂອຕຣິດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 1 ກັນຍາ 1967 (ປີ 2025 ຄົບຮອບ 58 ປີ) ສປປ ລາວ ໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽນ ປະເທດໂອຕຣິດ ໃນປີ 2010 ຮັບຜິດຊອບ 5 ປະເທດ ຄື: ໂອ ຕຣິດ ຊອກຊີ ກຣົວຊີ ສະໂລເວນີ ແລະ ສະໂລວາກີ ພ້ອມທັງ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການຈັດຕັ້ງສາກົນ ທີ່ຢູ່ໃນເຄືອຂ່າຍຂອງອົງການ ສປຊ ປະຈຸບັນ ແມ່ນທ່ານ ຄຳແພງ ດວງທອງລາ ເປັນເອກອັກຄະລັກຖະທູດ ລາວ ປະຈຳ ໂອຕຣິດ (ຮັບສານວັນທີ 11 ກໍລະກົດ 2025).
ໂອກາດນີ້ ທ່ານ Wilhelm Maximilian Donko ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ຄວາມຮ່ວມມື ຊ່ວຍເຫຼືອໃນການມາປະຕິບັດໜ້າທີ່ການເປັນທູດຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໂອກາດດຽວກັນ ທ່ານ ນາງປານີ ຢາທໍ່ຕູ້ ໄດ້ອວຍໄຊໃຫ້ພອນອັນປະເສີດແດ່ທ່ານທູດ ຈົ່ງມີສຸຂະ ພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ ຂໍໃຫ້ທ່ານເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໂຊກດີ.