ກອງປະຊຸມທະວິພາຄີ ປະຈໍາປີ 2025 ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ

 ກອງປະຊຸມທະວິພາຄີ ລະຫວ່າງ  ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງລັດ ຫວຽດນາມ (ທຫວ) ປະຈໍາປີ 2025 ຈັດຂຶ້ນວັນທີ 3 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ຫງຽນ ທິ ຮົງ ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

 ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບຜົນການຈັດຕັ້ງປະຕິບັດສະພາບເສດຖະກິດມະຫາພາກ ແລະ ນະໂຍບາຍການຄຸ້ມຄອງເງິນຕາຕ່າງປະເທດ ປະຈໍາປີ 2025 ແລະ ແຜນການຈັດຕັ້ງໃນປີ 2026 ການພັດທະນາຂະ ແໜງການທະນາຄານ ແລະ ສະຖາບັນການເງິນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ສິ່ງທ້າທາຍຕ່າງໆໃນວຽກງານສົ່ງເສີມສະກຸນເງິນທ້ອງຖິ່ນ ຜົນການຮ່ວມມືສອງຝ່າຍ ໃນໄລຍະ 5 ປີຜ່ານມາ (2021-2025) ແລະ ແຜນຈຸດສຸມການຮ່ວມມື ປະຈໍາປີ 2026 ແລະ ແຜນໄລຍະ 5 ປີ (2026-2030) ຕໍ່ໜ້າ ລວມເຖິງການແລກປ່ຽນບົດຮຽນກ່ຽວກັບຄວາມຄືບໜ້າການສ້າງຕັ້ງສູນກາງທາງການເງິນ ຢູ່ເມືອງດານັງ ແລະ ນະຄອນໂຮ່ຈິມິງ ນອກນີ້ ກໍໄດ້ມີການປະຊຸມພົບປະລະຫວ່າງຜູ້ຄຸ້ມຄອງທະນາຄານທຸລະກິດ ຂອງສອງທະນາຄານກາງ ແລະ ບັນດາທະນາຄານທຸລະກິດຈາກ ສສ ຫວຽດນາມ ທີ່ມາດຳເນີນທຸລະກິດຢູ່ ສປປ ລາວ ກອງປະຊຸມໄດ້ຮັບຟັງການລາຍງານຜົນການດຳເນີນທຸລະກິດ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງທະນາຄານດັ່ງກ່າວ ພ້ອມທັງໄດ້ຮ່ວມ ກັນປຶກສາຫາລືແນວທາງໃນການແກ້ໄຂບັນດາຂໍ້ສະເໜີ ແລະ ທິດທາງແຜນການ ເພື່ອແນໃສ່ຊຸກຍູ້ສົ່ງເສີມການເຄື່ອນໄຫວທຸລະກິດ ຂອງທະນາຄານທຸລະກິດຫວຽດນາມດັ່ງກ່າວ ໃຫ້ມີປະສິດທິຜົນ ມີການພັດທະນາການບໍລິການຫັນເປັນທັນສະໄໝ ມີຄວາມໝັ້ນຄົງ ແລະ ສາມາດປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ໃນໂອກາດດຽວກັນນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມ ປະຈໍາປີ 2025 ທີ່ຈັດຂຶ້ນໃນຄັ້ງນີ້ ຊຶ່ງສອງຝ່າຍໄດ້​ປຶກ​ສາ​ຫາ​ລື​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ເຊິ່ງ​ກັນ ແລະ ກັນ ຢ່າງ​ກົງ​ໄປ​ກົງ​ມາ​​ດ້ວຍບັນຍາກາດໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ພ້ອມທັງໄດ້ເອົາໃຈໃສ່ໃນການແລກ ປ່ຽນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ ສະພາບການຈັດຕັ້ງປະຕິບັດນະໂຍບາຍເສດຖະກິດມະຫາພາກ ແລະ ນະໂຍບາຍການຄຸ້ມ ຄອງເງິນຕາຕ່າງປະເທດ ການພັດທະນາຂະແໜງການທະນາຄານ ແລະ ສະຖາບັນການເງິນ ການຈັດຕັ້ງປະຕິບັດ ແລະ ສິ່ງທ້າທາຍຕ່າງໆໃນວຽກງານສົ່ງເສີມສະກຸນເງິນທ້ອງຖິ່ນ ບົດຮຽນທີ່ຖອດຖອນໄດ້ຈາກການປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານດັ່ງກ່າວ ລ້ວນແລ້ວແຕ່ມີຄວາມສໍາຄັນ ແລະ ເປັນປະໂຫຍດຢ່າງຍິ່ງຕໍ່ສອງທະນາຄານກາງຂອງພວກເຮົາໃນການນໍາໄປໝູນໃຊ້ເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ໄດ້ຮັບປະສິດທິຜົນສູງຍິ່ງຂຶ້ນ.

     ໃນທ່າມກາງສະພາບການປ່ຽນແປງຢ່າງໄວວາ ແລະ ຄວາມບໍ່ແນ່ນອນຂອງໂລກໃນປະຈຸບັນ ທາງດ້ານການເມືອງ ເສດຖະກິດ ການເງິນ ການພັດທະນາທາງດ້ານເທັກໂນໂລຊີ ແລະ ການປ່ຽນແປງທາງດ້ານດິນຟ້າອາກາດ ໄດ້ນໍາເອົາທັງກາລະໂອກາດ ແລະ ສິ່ງທ້າທາຍມາສູ່ພວກເຮົາ ສະນັ້ນ ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງສະໜິດແໜ້ນ ແລະ ມີປະສິດທິຜົນ ຈຶ່ງເປັນຄວາມຈໍາເປັນພາວະວິໃສສໍາລັບສອງທະນາຄານກາງຂອງພວກເຮົາໃນການປັບຕົວ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ຢ່າງມີປະສິດທິຜົນ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດທະນາຄານ ໄລຍະປີ 2026-2030 ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ບົນພື້ນຖານແນວທາງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ສສ ຫວຽດ ນາມ ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

error: Content is protected !!