ລາວ – ຫວຽດນາມ ເສີມຂະຫຍາຍການຮ່ວມມື 2026-2030

 ວັນທີ 3 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມຄັ້ງທີ 48 ປະຈຳປີ 2026 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ.

ກອງປະຊຸຸມດັ່ງກ່າວ ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງ, ແຜນການຮ່ວມມືປະຈຳປີ 2025 ກໍຄືຍຸດທະສາດການຮ່ວມມື ລະຫວ່າງສອງລັດຖະບານ ໄລຍະ 2021-2025 ພ້ອມກັນປຶກສາຫາວາງທິດທາງແຜນການຮ່ວມມື ປະຈຳປີ 2026 ແລະ ຍຸດທະສາດການຮ່ວມມື ໄລຍະ 2026-2030.

ນາຍົກລັດຖະມົນຕີຂອງສອງປະເທດ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງແຜນການຮ່ວມມື ປະຈຳປີ 2025 ໃນນັ້ນດ້ານການເມືອງການຕ່າງປະເທດ ປ້ອງກັນຊາດປ້ອງກັນຄວາມສະຫງົບ ສືບຕໍ່ມີສະຖຽນລະພາບ ສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ນັບມື້ນັບຫຼາຍຂຶ້ນ ມູນຄ່າການຄ້າຂອງສອງປະເທດ ໝົດປີ 2026 ຄາດຄະເນີບັນລຸໄດ້ 3 ຕື້ໂດລາອາເມລິກາ ເພີ່ມຂຶ້ນ 1,5 ເທື່ອ ທຽບໃສ່ປີ 2024 ລື່ນຄາດໝາຍທີ່ສອງຝ່າຍໄດ້ກຳນົດໄວ້ ການລົງທຶນຂອງຫວຽດນາມ ເຂົ້າມາລາວ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ ໂຄງການໃຫຍ່ຈຳນວນໜຶ່ງໃນຂົງເຂດພະລັງງານ ເປັນຕົ້ນ: ໂຄງການໄຟຟ້າພະລັງງານລົມ ເຈືອງເຊີນ ສະຫວັນ1 ໄດ້ຮັບການຊຸກຍູ້ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ ເຮັດໃຫ້ມູນຄ່າຈົດທະບຽນການລົງທຶນຂອງວິສາຫະກິດຫວຽດນາມ ເຂົ້າມາລາວ ໃນປີ 2025 ບັນລຸໄດ້ 6,21 ຕື້ໂດລາສະຫະລັດເປັນອັນດັບ 1 ໃນຈຳນວນ 85 ປະເທດ ຂອງພາກພື້ນ ທີ່ຫວຽດນາມລົງທຶນອອກຕ່າງປະເທດ ລັດຖະບານຫວຽດນາມ ສືບຕໍ່ໃຫ້ທຶນການສຶກສາ ກໍ່ສ້າງ ພະນັກງານ ແລະ ນັກຮຽນ ນັກສຶກສາ ລາວ ໄປຮຽນຢູ່ບັນດາສະຖາບັນການສຶກສາຂອງຫວຽດນາມ ປັດຈຸບັນມີນັກສຶກສາລາວ ທີ່ພວມສຶກສາຮ່ຳຮຽນຢູ່ຫວຽດນາມ 10 ພັນກວ່າຄົນ.

ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນຢ່າງສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາບພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ ແລະ ຫວຽດນາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ໃນໂອກາດດຽວກັນນີ້ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຍັງໄດ້ເປັນສັກຂີພິຍານ ໃນລົງນາມບົດບັນທຶກກອງປະຊຸມຄັ້ງທີ 48 ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2026 ສັນຍາວ່າດ້ວຍການຮ່ວມມື ໄລຍະ 05 ປີແຕ່ 2026-2030 ແລະ ເອກະສານຮ່ວມມື ລະຫວ່າງສອງຝ່າຍ ອີກຈໍານວນໜຶ່ງຕື່ມອີກ.

error: Content is protected !!