ຖະ​ແຫຼງ​ການ​ຮ່ວມ ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ, ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ  50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 01-02 ທັນວາ 2025.

ໃນໂອກາດດັ່ງກ່າວ, ສະ​ຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້​ພົບ​ປະ​ກັບສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ; ພົບ​ປະ​ກັບ​ ສະ​ຫາຍ ສອນ​ໄຊ ສີ​ພັນ​ດອນ,  ນາ​ຍົກ​ລັດ​ຖະ​ມົນ​ຕີ; ພົບ​ປະ​ກັບ​ ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ, ປະ​ທານ​ສ​ະ​ພ​າ​ແຫ່ງ​ຊາດ​ລາວ; ວາງ​ພວງ​ມາ​ລາ ​ຢູ່​ ອະ​ນຸ​ສາ​ວະ​ລີ ນັບ​ຮົບ​ນິ​ລະ​ນາມ; ເຂົ້າ​ຮ່ວມ​ພິ​ທີ​ເປີດ​ການນຳ​ໃຊ້​ ສວນສາທາລະນະມິດ​ຕະ​ພາບ ​ລາວ-ຫວຽດ​ນາມ; ຢ້ຽມ​ຢາມ​ບັນ​ດາ​ສະ​ຫາຍອະ​ດີດ​ກາ​ນ​ນຳພັກ, ລັດ ລາວ; ພົບ​ປະ​ໂອ້​ລົມ ຢູ່​ ສະ​ຖາ​ບັນ​ການ​ເມືອງ​ການ​ປົກ​ຄອງ​ ແຫ່ງ​ຊາດ​ລາວ ແລະ ເຂົ້າ​ຮ່ວມ​​ກິດ​ຈະ​ກຳ​ອື່ນໆ​ ທີ່​ ສປປ ລາວ.

2. ໃນ​ບັນ​ຍາ​ກາດທີ່​ເຕັມ​ໄປ​ດ້ວຍ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ໄວ້​ເນື້ອ​ເຊື່ອ​ໃຈ​ອັນ​ເລິກ​ເຊິ່ງ, ສອງ​ຝ່າຍ ​ໄດ້​ແລກ​ປ່ຽນກ່ຽວ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ; ​ສາຍ​ພົວ​ພັນລາວ-ຫວຽດ​ນາມ; ​ສະ​ພາບ​ພາກ​ພື້ນ ແລະ ສາ​ກົນ ​ທີ່​ສອງ​ຝ່າຍ​ ​ມີ​ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ຮອບດ້ານ ແລະ ແທດ​ເໝາະກັບຕົວຈິງ.

ສອງ​ຝ່າຍ ​ຊົມ​ເຊີຍ ແລະ ຕີລາ​ຄາ​ສູງ​ ຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ, ຮອບດ້ານ ແລະ ມີ​ຄວາມ​ໝາຍ​ທາງປະ​ຫວັດ​ສາດ ​ທີ່ສອ​ງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ຍາດມາໄດ້​ໃນ​ໄລຍະ​ຜ່ານ​ມາ. ສອງ​ຝ່າ​ຍ ​ຢືນ​ຢັນ​ການ​ແລກປ່ຽນ​ບົດ​ຮຽນ, ຄົ້ນຄວ້າ ແລະ ການໝູນໃຊ້​ນະ​ໂຍ​ບາຍ​ບຸກ​ທະ​ລຸ ເຂົ້າໃນ​ວຽກ​ງານ​ກໍ່​ສ້າງ, ປັບ​ປຸງ​ປົວ​ແປງ​ພັກ, ສະກັດກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ກໍ່​ສ້າງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຊັບ​ຊ້ອນ​ກົງ​ຈັກການ​ຈັດ​ຕັ້ງ​ ແລະ ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຂອງ​ ແຕ່​ລະ​ພັກ, ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ເຂົ້າ​ໃນ​ການ​ຮັກ​ສາສະຖຽນລະພາບຢ່າງ​ໝັ້ນ​ຄົງ​ ທາງດ້ານການ​ເມືອງ, ກະ​ຕຸກ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ປັບ​ປຸງທາງ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ເປີດກວ້າງ​ສາຍພົວພັນ​ຮ່ວມມືກັບຕ່າງ​ປະ​ເທດ.​

ສອງ​ຝ່າຍ ​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງ ພາຍ​ໃຕ້​ການ​ນຳ​ພາ​ອັນສະຫຼາດ​ສ່ອງ​ໃສ ຂອງພັກ​ປະ​ຊາ​ຊົນປະ​ຕິ​ວັດລາວ ແລະ ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ສືບ​ທອ​ດ​ພາ​ລະ​ກິດ​ຂອງ​ບັນ​ດາການນໍາ​ຮຸ່ນ​ກ່ອນ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ການ​ປະ​ຕິ​ວັດອັນ​ສະ​ຫງ່າ​ລາ​ສີ ແລະ ຄວາມ​ສາ​ມັກ​ຄີ​ພິ​ເສດ ​ລະ​ຫວ່າງ​ ປະຊາຊົນສອງຊາດ, ສຶບຕໍ່ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາພັດທະນາປະເທດຊາດ ​ຢູ່ ​ແຕ່​ລະ​ປະ​ເທດ​ ໃຫ້​ສືບ​ຕໍ່​ບັນ​ລຸ ​ບັນ​ດ​າ​ຜົນ​ສຳ​ເລັດໃຫມ່​ໃຫຍ່ຫຼວງກວ່າເກົ່າ.

ສອງ​ຝ່າຍ ​ຕີ​ລາ​ຄາ​ສູງໃນ​ໄລຍະຜ່ານ​ມາ ສາມາດຮັກ​ສາໄດ້​ບັນ​ດາ​ການ​ຢ້ຽມ​ຢາມ, ການ​ພົບ​ປະ ​ລະ​ຫວ່າງ​ ການ​ນຳ​ຂັ້ນ​ສູງ​ເປັນ​ປະ​ຈຳ, ດ້ວຍຫຼາຍ​ຮູບ​ແບບ, ມີ​ການ​ປ່ຽນ​ແປງ​ໃໝ່; ສອງຝ່າຍໄດ້ເສີມຂະຫຍາຍ ແລະ ໝູນໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ບັນ​ດາກົນ​ໄກການ​ຮ່ວມ​ມື​ ທີ່ມີ​ໃນ​ປັດ​ຈຸ​ບັນ, ພ້ອ​ມ​ທັງ​ ເປັນ​ເຈົ້າ​ການ​ໃນ​ການ​ສ້າງ ແລະ ເຮັດສຳເລັດຫຼາຍກົນ​ໄກທີ່ມີລັກສະນະພິເສດ ໂດຍສະເພາະແມ່ນກົນ​ໄກ​​ປຶກ​ສາຫາລືດ້ານ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ, ປະສານສົມ​ທົບ​ໃນ​ການ​ແຕ່ງ​ຕັ້ງ​ໜ່ວຍງານ​ຊ່ຽວ​ຊານ​ຂອງ​ຫວຽດ​ນາມ ມາ​ລາວ​ ເພື່ອແລກ​ປ່ຽນ​ບົດ​ຮຽນແນໃສ່ການແກ້ໄຂ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ທັນ​ການ; ປະ​ສານ​ສົມ​ທົບ ​ກຳ​ນົດ​ທິດ​ທາງ​ໃນ​​ບັນ​ຫາ​ໃຫຍ່ ທີ່ກ່ຽວ​ຂ້ອງກັບ​ ຄວາມ​ສະ​ຫງົບ, ການ​ພັດ​ທະ​ນາ ແລະ ການເຊື່ອມ​ໂຍງ​ ຂອງ​ ແຕ່​ລະ​ປະ​ເທດ, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ໃນການ​ຍົກ​ສູງ​ປະ​ສິດ​ທິ​ພາບ​ກາ​ນ​ຮ່ວມ​ມື​ຢູ່ທຸກ​ຂົງ​ເຂດ ແລະ ຫຼາຍລະດັບ.

3. ບົນ​ພື້ນ​ຖານ​ການ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາຍ​ພົວ​ພັນ​ພິ​ເສດ​ ລະ​ຫວ່າງ​ ສອງ​ປະ​ເທດ, ສອງ​ຝ່າຍ ​ເຫັນ​ດີ​ເປັນ​ເອ​ກະ​ພາບ ຍົກລະດັບສາຍພົວພັນລາວ – ຫວຽດນາມ ໃຫ້ເລິກເຊິ່ງ ແລະ ຂຶ້ນ​ສູ່​ລະ​ດັ​ບ​ໃໝ່, ຄື: ມິດ​ຕະ​ພາບ​ອັນຍິ່ງ​ໃຫຍ່, ຄວາມສາ​ມັກ​ຄີ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນສ່ວນຍຸດທະ​ສາດ, ຊຶ່ງສະ​ແດງໃຫ້ເຫັນເຖິງການມີວິ​ໄສ​ທັດ​ລວມ, ຜົນ​ປະ​ໂຫຍດ ດ້ານຍຸດ​ທະ​ສາດ​ ຮ່ວມກັນ ແລະ ການກຳ​ນົດ​ທິດ​ທາງ​ກ້າວ​ເດີນ​​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ, ຄວາມເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮື​ອງ ​ຂອງປະຊາຊົນສອງ​​ຊາດ.

ສອງຝ່າຍ ຢືນຢັນວ່າ ການເປັນຫຸ້ນສ່ວນຍຸດທະສາດ​ຈະເປັນພື້ນຖານໃນການຊຸກຍູ້ແນວທາງ ແລະ ທິດທາງການຮ່ວມມືສອງຝ່າຍຢ່າງແຂງແຮງ ໂດຍສະເພາະແມ່ນການເຊື່ອມໂຍງດ້ານວິໄສທັດ ແລະ ເປົ້າໝາຍ, ນະໂຍ ບາຍ ແລະ ຍຸດທະສາດການພັດທະນາ, ພື້ນຖານໂຄງລ່າງ ແລະ ຂົງເຂດການພັດທະນາ, ດ້ານການສຶກສາ ແລະ ພັດທະນາທາງດ້ານຊັບພະຍາກອນມະນຸດ, ເພື່ອຮັກສາຄວາມສະຫງົບສຸກ ແລະ ການພັດທະນາທີ່ຍືນຍົງຂອງສອງປະເທດ.

ສອງ​ຝ່າຍ ເຫັນດີເປັນເອກະພາບ ໃນການຢຶດ​ໝັ້ນໃຫ້ຄວາມ​ສຳ​ຄັນເປັນ​ພິ​ເສດ ແລະ ມີຄວາມຕັດ​ສິນ​ໃຈ​ສູງ ໃນການປົກ​ປັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນສ່ວນຍຸ​ດ​ທະ​ສາດ ໂດ​ຍມີ​ປະ​ທານ ໂຮ່​ຈີ​ມິນ, ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ​ ສຸ​ພາ​ນຸ​ວົງ ເປັນຜູ້ກໍ່ຕັ້ງ, ເຊີ່ງບັນ​ດາ​ການ​ນຳແຕ່ລະຮຸ່ນ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ໄດ້​ເພີ່ມພູນຄູນ​ສ້າງ ແລະ ປັດ​ຈຸ​ບັນໄດ້ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ ໃຫ້ສອດຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ວິ​ໄສ​ທັດ ແລະ ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ ຂອງ​ ສອງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່.

4. ສອງ​ຝ່າຍ ​ຢື​ນ​ຢັນ​ຄືນ​ຮ່ວມ​ກັນ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ດ້ານ​ຍຸດ​ທະ​ສາດ​ ໃຫ້ຂຶ້ນ​ສູ່​ລະ​ດັບ​ສູງກວ່າເກົ່າ. ໃນ​ນີ້, ຢືນ​ຢັນແນວທາງ ອັນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ຂອງ​ສອງ​ພັກ, ສອງ​ລັດ​ ໃນການ​ຄຽງ​ບ່າ​ຄຽງ​ໄຫຼ່, ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ ​ເຊິ່ງ​ກັນ ​ແລະ ​ກັນ ໃນ​ພາ​ລະ​ກິດ ​ແຫ່ງການ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາພັດ​ທະ​ນາປະ​ເທດ​ຊາດ. ສາຍ​ພົວ​ພັນລາວ-ຫວຽດ​ນາມ, ຫວຽດ​ນາມ-​ລາວ​ ຍາ​ມ​ໃດ​ກໍ່ຖື​ເປັນ​ບູ​ລິ​ມະ​ສິດຕົ້ນຕໍ ແລະ ຢູ່ໃນ​ແຖວ​ໜ້າຂອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ຂອງ​ແຕ່​ລະ​ປະ​ເທດ, ເຊິ່ງເປັນ​ສາຍ​ພົວ​ພັນ​ທີ່ເປັນ​ແບບ​ຢ່າງ, ມີລັກສະນະ​ຍຸດ​ທະ​ສາດ​ອັນ​ຍາວ​ນານ, ເປັນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ ຕັດ​ສິນໄຊ​ຊະ​ນະ​ ໃນພ​າ​ລະ​ກິດ​ການ​ປະ​ຕິ​ວັດ ​ຢູ່​ ແຕ່​ລະ​ປ​ະ​ເທດ, ເປັນຊັ​ບ​ສິນ​ອັນ​ລ້ຳ​ຄ່າ, ເປັນ​ບ່ອນ​ອີງທາງດ້ານຍຸດ​ທະ​ສາດ​ ໃຫ້​ແກ່​ຄວາມໝັ້ນຄົງ, ການພັດ​ທະ​ນາ ແລະ ການເຊື່ອມ​ໂຍງສາກົນ​ ຂອງແຕ່​ລະປະ​ເທດ, ພ້ອມ​ທັງ​ເປັນ​ກົດ​ເກນປະ​ຫວັ​ດ​ສາດ, ແຫຼ່ງ​ກຳ​ລັງ​ແຮງ​ ແລະ ເປັນສີ່ງຍູ້ດັນ ​ໃຫ້​ສອງປະ​ເທດ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ, ເສີມ​ຂະ​ຫຍາຍ ແລະ ຖ່າຍ​ທອດ​ໃຫ້​ແກ່​ບັນ​ດາຮຸ່ນ​ຄົນ​ຕໍ່ໆ​ໄປ.

ສອງ​ຝ່າຍ ​ຢືນ​ຢັນ ແລະ ຕັດ​ສິນ​ໃຈ​​ສູງ ​ເພື່ອ​ກ້າວສູ່ບັນ​ດາ​ຂີດ​ໝາຍການ​ພັດ​ທະ​ນາ​ໃໝ່, ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຜູ້ແທນ​ທົ່ວ​ປະ​ເທດ ​ຂອງແຕ່​ລະ​ພັກໃຫ້ສຳເລັດ; ເພື່ອສູ້​ຊົນ​ຮອດ​ປີ 2045 ໃນໂອກາດສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ຄົບ​ຮອບ 100 ປີ ເຮັດໃຫ້ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ. ເປົ້າໝາຍສູ້ຊົນຮອດ​ປີ 2055 ໃນໂອກາດສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນປະ​ຕິ​ວັດລາວ ຄົບ​ຮອບ 100 ປີ ໃຫ້ກາຍ​ເປັນ​ປະ​ເທດ​ ກຳລັງພັດ​ທະ​ນາ ແລະ ມີ​ລາຍ​ຮັບ​ປານ​ກາງ​ຫາສູງ. ພ້ອມກັນນັ້ນ, ສອງ​ຝ່າຍ ​ກຳນົດເປົ້າ​ໝາຍເພື່ອ​ສ້າງ​ສາ​ປະ​ເທດລາວ ແລະ ​ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ; ຍົກ​ສູງ​ຖາ​ນະອິດ​ທິ​ພົນ, ບົດ​ບາດ ຂອງ​ແຕ່​ລະ​ປ​ະ​ເທດ​ໃນເວທີ​ພາກ​ພື້ນ ແລະ  ​ສາ​ກົນ ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພື່ອກ້າວ​ຂຶ້ນ​ສູ່​ສັງຄົມ​ນິ​ຍົມ​ ທີ່ສອດຄ່ອງກັບ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ແຕ່​ລະ​ປະ​ເທດຢ່າງ​ໜັກ​ແໜ້ນ.

ສອງ​ຝ່າ​ຍ ຢື​ນ​ຢັນ​ຈະຮ່ວມ​ກັນຜັນຂະຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນ​ຍິ່ງ​ໃຫຍ່, ຄວາມສາ​ມັກ​ຄີ​ພິ​ເສດ, ການຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນສ່ວນ​ຍຸດ​ທະ​ສາດ ໃນ​ຍຸກສະໄໝແຫ່ງການພັດ​ທະ​ນາ​ໃໝ່ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ເປັນ​ເອ​ກະ​ພາບ ​ສືບ​ຕໍ່​ຍົກ​ສູງ​ລະ​ດັບ ການເປັນຫຸ້ນສ່ວນ​ຍຸດ​ທະ​ສາດ ​ໃນ​ການຮ່ວມມືທາງ​ດ້ານ​ການ​ເມືອງ​ ລະ​ຫວ່າງ ​ສອງ​ພັກ, ສອງ​ລັດ, ເຊິ່ງຖືເປັນເສົາ​ຄ້ຳຫຼັກ ໃນການ​ກຳ​ນົດ​ທິດ​ທາງ​ຍຸດ​ທະ​ສາດ​ລວມ ໃຫ້ແກ່​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ຮອບ​ດ້ານ​ລາວ-ຫວຽດນາມ.

ສອງ​ຝ່າຍ ​ເປັນ​ເອ​ກະ​ພາບໃນການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ປ​ະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ວຽກ​ງານ​ກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ​. ພ້ອມ​ທັງ​ ປະ​ສານ​ສົມ​ທົບກັນໃນ​ການ​ຜັ​ນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ ​ຂໍ້​ລິ​ເລີ່ມບຸກ​ທະ​ລຸ​ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ສະຖຽນລະພາບດ້ານເສດ​ຖະ​ກິ​ດ​ມະ​ຫາ​ພາກ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ. ສອງ​ຝ່າຍ ​ເຫັນດີ ເປັນເອກະພາບທາງດ້ານ​ແນວຄວາມ​ຄິດ ແລະ ​ພືດຕິກຳດ້ານຍຸດ​ທະ​ສາດ ເພື່ອເຮັດໃຫ້​ສາຍ​ພົວ​ພັນ​ລາວ-ຫວຽດ​ນາມ ນັບ​ມື້​ນັບສະນິດແໜ້ນ, ພັດ​ທະ​ນາ​ຮອບ​ດ້ານ ແລະ ຍືນ​ຍົງ​ໃນ​ຍຸກສະໄໝໃໝ່.

5. ສອງ​ຝ່າຍ ​ສືບ​ຕໍ່​ຢືນ​ຢັນຢ່າງໜັກແໜ້ນຄວາມ​ສຳ​ຄັນ​ຍຸດ​ທະ​ສາດ​ ໃນການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃນ​ຂົງ​ເຂດວຽກງານ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບກວ່າເກົ່າ, ເຊີ່ງເປັນໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳຫຼັກທີ່​ສຳ​ຄັນ​ ຂອງ​ສາຍ​ພົວ​ພັນ​ພິ​ເສດ​ລາວ-ຫວຽດ​ນາມ.

ສອງ​ຝ່າຍ ​ເປັນ​ເອ​ກະ​ພາບປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ການ​ຮັບ​ປ​ະ​ກັນ​ຄວາມໝັ້ນຄົງທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ປົກ​ປັ​ກ​ຮັກ​ສາ​ຢ່າງເຂັ້ມແຂງຄວາມ​ເປັນ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງປະເທດຕົນ; ພ້ອມທັງສ້າງທ່າສະໜາມປ້ອງ​ກັນ​ຊາດ, ຄວາມ​ສະ​ຫງົບ​ຕິດພັນກັບ​ຍຸດ​ທະ​ສາດ, ຊ່ວຍ​ເຫຼືອ ​ເຊິ່ງ​ກັນ​ແລະ ​ກັນ​ ໃນ​ການ​ສະກັດກັ້ນ ແລະ ຕ້ານ​ກັບ​ບັນ​ດາ​ຄວາມ​ສ່ຽງ​ ຕໍ່ຄວາມ ​ໝັ້ນຄົງ​ແບບເກົ່າ ແລະ ​ແບບ​ໃໝ່.

ສອງຝ່າຍ ​ເປັນ​ເອ​ກະ​ພາບ​ປະ​ສານ​ສົມ​ທົບຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຮັກ​ສາ​​ສະຖຽນລະພາບທາງ​ດ້ານ​ການ​ເມືອງ, ຮັ​ບ​ປະ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຢູ່​ແຕ່​ລະ​ປະ​ເທດ; ຜັນ​ຂະ​ຫຍາຍ​ບັນ​ດາ​ອະ​ນຸ​ສັນ​ຍາ, ຂໍ້​ຕົກ​ລົງ, ແຜນ​ການ​ຮ່ວມ​ມື ແລະ ບົດ​ບັນ​ທຶກ​ຊ່ວຍ​ຈໍາ ລະ​ຫວ່າງ ກະ​ຊວງ​ປ້ອງ​ກັນ​ຊາດ,    ກະ​ຊວງ​ຕຳຫຼວດ ແລະ ລະ​ຫວ່າງ​ ບາງ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ ຂອງລາວ ແລະ ຫວຽດ​ນາມ ​ຢ່າງ​ແທດ​ເໝາະຕົວຈິງ,  ມີປະ​ສິດ​ທິ​ຜົນ; ປະ​ຕິ​ບັດ​ສົນ​ທິ​ສັນ​ຍາວ່າດ້ວຍ​ຊາວ​ຕ່າງ​ດ້​າວ, ສົນ​ທິ​ສັນ​ຍາວ່າດ້ວຍ​ວຽກ​ງານ​ກົງ​ສຸນ, ສົນ​ທິ​ສັນ​ຍາ​ວ່າດ້ວຍ​ແຮງ​ງານ ​ລະ​ຫວ່າງ​ ສອງ​ປະ​ເທດ; ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ວ່າດ້ວຍ ​ກົດ​ລະ​ບຽບການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນຢ່າງ​ເຂັ້ມ​ງວດ, ສ້າງ​ເສັ້ນ​ຊາຍ​ແດນ ​ລາວ-ຫວຽດ​ນາມ ເປັນຊາຍແດນແຫ່ງ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ສອງ​ຝ່າຍ ​ຢືນ​ຢັນທັດ​ສະ​ນະ ​ອັນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ໂດຍຖືວ່າ ຄວາມ​ສະ​ຫງົບ​ ຂອງປະ​ເທດ​ໜຶ່ງ ​ຄືກັນກັບ​ຄວາມ​ສະ​ຫງົບ ​ຂອງ ​ປະ​ເທດຕົນ; ເດັດ​ຂາດ​ບໍ່​ໃຫ້​ບັນ​ດາ​ອິດ​ທິກຳລັງປໍລະປັກ​ ສວຍ​ໃຊ້​ຜືນ​ແຜ່ນ​ດິນ ​ຂອງປະ​ເທດໜຶ່ງ ​ ເພື່ອ​ຫວັງທັບ​ມ້າງ​ອີກ​ປະ​ເທດໜຶ່ງ ຫຼື ຍຸແຍ່ ແລະ ສ້າງຄວາມແບ່ງ​ແຍກ​ຄວາມສາມັກຄີຂອງສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບພິ​ເສດ​ ລາວ​-ຫວຽດ​ນາມ. ສືບ​ຕໍ່​ເພີ່ມ​ທະ​ວີປະ​ສາ​ນ​ສົ​ມທົບກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ໃນ​ການ​ປ້ອງ​ກັນ, ຕ້ານ​ກັບ​ກົນ​ອຸ​ບາຍ “ການຫັນປ່ຽນໂດຍ​ສັນ​ຕິວິທີ”, “ການກໍ່ຄວາມບໍ່ສະຫງົບ ເພື່ອ​ໂຄ່ນ​ລົ້ມ”, ພ້ອມ​ທັງ​ປະ​ສາ​ນ​ສົມ​ທົບ​ຕໍ່​ສູ້, ຕອບ​ໂຕ້​ຕໍ່​ບັນ​ດາ​ຖ້ອຍ​ທຳ​ນອງ​ບິດ​ເບືອນ, ບໍ່ມີມູນຄວາມຈິງ ​ເພື່ອ​ແບ່ງ​ແຍກ​ສາຍ​ພົວ​ພັນ​ພິ​ເສດ ​ລາວ-ຫວຽດ​ນາມ.

ສອງ​ຝ່າຍ ​ຢືນ​ຢັນ​ຖື​ສຳ​ຄັນການ​ເພີ່ມ​ທະ​ວີ ​​ປຶກ​ສາຫາລື ແລະ ຊ່ວຍ​ເຫຼືອ ​ເຊິ່ງ​ກັນ​ ແລະ ​ກັນ ​ໃນ​ການ​ປັບ​ປຸງ, ສ້າງ​ທ່າສະໜາມປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ ຢ່າງ​ໜັກ​ແໜ້ນ; ເປັນ​ເອ​ກະ​ພາບ ​ຍູ້​ແຮງ​ການ​ຮ່ວມມື ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ, ຝຶກ​ຊ້ອມ, ກໍ່​ສ້າງ, ແບ່ງປັນຂໍ້​ມູນ, ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍຕໍ່​ຄວາມ​ໝັ້ນຄົງທັງໃນ​ແບບຮູບ​ເກົ່າ ແລະ ແບບ​ໃໝ່ ​ຢ່າງ​ມີ​ປະ​ສິດ​ທິຜົນ; ປ​ະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ການ​ຈັດ​ຕັ້ງ​ການ​ຝຶກຊ້ອມ ​ດ້ານ​ການ​ທະ​ຫານ, ຮັບ​ມື​ຕໍ່​ສິ່ງ​ທ້າ​ທາຍ​ຕໍ່ຄວາມໝັ້ນຄົງແບບ​ເກົ່າ, ປ້ອງກັນ ແລະ ຕ້ານ​​ການ​ກໍ່​ການ​ຮ້າຍ, ​ຄຸ້ມຄອງ​ຄົນ​ເຂົ້າ-ອອກ​ເມືອງ, ສະກັດ​ກັ້ນ​ການຍົກຍ້າຍພົນ​ລະ​ເມືອງ ແລະ ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ແບບຜິດ​ກົດ​ໝາຍ; ຮັບ​ປະ​ກັນ​ຄວາມໝັ້ນຄົງດ້ານການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ຄວາມ​ສະ​ຫງົບ​ໃນເຂດ​ຊາຍ​ແດນ, ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ກັບ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ໂດຍສະເພາະ​ແມ່ນ​ອາ​ຊະ​ຍ​າ​ກຳ​ຢາ​ເສບ​ຕິດ, ອາຊະ​ຍາ​ກຳທາງ​ໄຊ​ເບີ. ສອງ​ຝ່າຍ ​ສະແດງຄວາມຊົມ​ເຊີຍ ຕໍ່ຜົນສຳເລັດ​ພິ​ທີ​ເຊັນ​ສົນ​ທິ​ສັນ​ຍາ​ ຂອງ​ອົງການສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ ການ​ຕ້ານ​ກັບ​ອ​າ​ຊະ​ຍາ​ກຳທາງ​ໄຊ​ເບີ​ ຢູ່ ​ຮ່າ​ໂນ້ຍ, ພ້ອມ​ທັງ​ຢືນ​ຢັນ​ ຈະດໍາເນີນຂັ້ນຕອນ​ພາຍ​ໃນ ​ເພື່ອ​ຮັບ​ຮອງ​ສົນ​ທິ​ສັນ​ຍາ, ປະ​ກອບ​ສ່ວນ​ກະ​ຕຸກ​ຊຸກ​ຍູ້​ໃຫ້ ​ສົນ​ທິ​ສັນ​ຍາດັ່ງກ່າວ ​ມີ​ຜົ​ນ​ສັກ​ສິດ​ໂດຍ​ໄວ. ສອ​ງ​ຝ່າຍ​ ສືບ​ຕໍ່​ເພີ່ມ​ທະ​ວີ​ການເຊື່ອມ​ໂຍງບັນ​ດາ​ກິດ​ຈະ​ກໍາ, ໂຄງ​ກາ​ນ​ຮ່ວມ​ມື​ດ້ານ​ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ​ກັບ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແບບ​ຍືນ​ຍົງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ໂຄງ​ການ ​ຢູ່​ ບັນ​ດາເຂດ​ຈຸດ​ສຸມ, ເຂດ​ຊາຍ​ແດນ​ ລະ​ຫວ່າງ​ ສອງ​ປະ​ເທດ. ສອງ​ຝ່າຍ ​ເປັນ​ເອກ​ະ​ພາບ​ສືບ​ຕໍ່​ເພີ່ມ​ທະ​ວີ​ ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​​ປ້ອງ​ກັນ​ຊາດໃນເຂດຊາ​ຍ​ແດນ ​ລະ​ຫວ່າງ​ລາວ-ຫວຽດ​ນາມ ແລະ ເສີມ​ຂະ​ຫຍາຍ ບັນດາກົນໄກທີ່ມີຢູ່ປັດຈຸບັນ ​ຢ່າງມີປະ​ສິດ​ທິຜົນ. ພ້ອ​ມ​ກັນ​ນັ້ນ, ສອງ​ຝ່າຍ​ ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ໃນ​ວຽກ​ງານ​ການຊອກຄົ້ນ, ຮີບໂຮມ ແລະ ນຳເອົາ​ອັດຖິນັກຮົບ, ​ທະ​ຫານອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ ທີ່ໄດ້ເສຍ​ສະຫຼະ​ຊີ​ວິດ​ຢູ່ ​ລາວ ໃນປາງສົງຄາມ ກັບຄືນປະເທດ, ເຊິ່ງເປັນການສະແດງໃຫ້ເຫັນເຖິງ​ມູນ​ເຊື້ອ ແລະ ຄວາມ​ຮັກ​ແພງທີ່ຊື່ສັດ​ບໍ​ລິ​ສຸດ ແລະ ອັນ​ດູດ​ດື່ມ, ສະ​ໜິດສະໜົມຢ່າງເປັນພິເສດ​ ລະ​ຫວ່າງ​ ປະຊາຊົນສອງປະເທດ; ພ້ອມ​ທັງ​ ປະ​ສານ​ສົ​ມ​ທົບກວດ​ກາ, ປັບ​ປຸງ ​ບູ​ລະ​ນະ​ບັນ​ດາ​ອານຸສອນສະຖານ, ໂຄງ​ການ​ສັນ​ຍາ​ລັກ ແຫ່ງ ​ຄ​ວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ ແລະ  ຮ່ວມ​ສຳ​ພັນ​ສູ້​ຮົບ ​ລາວ-ຫວຽດ​ນາມ.

6. ສອງ​ຝ່າຍ​ເຫັນດີເປັນ​ເອກ​ະ​ພາບ ໃນການ​ຕັດ​ສິນ​ໃຈສູງທາງດ້ານ​ການເມືອງ ເພື່ອສ້າງບາດກ້າວ​ຫັນ​ປ່ຽນຢ່າງ​ແຂງ​ແຮງ, ບຸກ​ທະ​ລຸ​ດ້ານ​ຍຸດ​ທະ​ສາດ​ໃນ​ກາ​ນ​ຮ່ວມມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ແລະ ພັດ​ທະ​ນາພື້ນຖານໂຄງ​ລ່າງ, ເຮັດໃຫ້ການຮ່ວມມືໃນຂົງເຂດດັ່ງກ່າວ ​ກາຍ​ເປັນ​ເສົາ​ຄ້ຳ​ຫຼັກໜຶ່ງ​ ຂອງຫຸ້ນສ່ວນຍຸດ​ທະ​ສາດແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເພື່ອໃຫ້ສົ​ມ​ຄູ່​ກັບ​ລະ​ດັບ​ຂອງສາຍ​ພົວ​ພັນ​ພິ​ເສດ ​ລາວ-ຫວຽດ​ນາມ.

ການເປີດນຳໃຊ້​ທ່າ​ທຽບເຮືອ​ເລກ 3, ຂອງທ່າ​ເຮືອ​ສາ​ກົນ​ ລາວ-ຫວຽດ ບໍ່​ພຽງ​ແຕ່​ເປັນ​ບາດ​ກ້າວ​​ຜົນສຳ ເລັດດ້ານພື້ນຖານໂຄງລ່າງ ແຕ່ຍັງເປັນ​ສັນ​ຍາ​ລັກ ​ຂອງ​ການເປັນຫຸ້ນສ່ວນຍຸດທະສາດການ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ຫັນ​ວິ​ໄສ​ທັດ “ນຳເອົາ ສປປ ​ລາວ ​ອອກ​ສູ່​ທະ​ເລ” ໃຫ້ປະກົດຜົນເປັນຈິງ, ເຊື່ອມ​ຈອດ ​ລາວ-ຫວຽດ​ນາມ ກັບພາກພື້ນ ແລະ ແນວທາງການພັດ​ທະ​ນາແບບຍືນ​ຍົງ.

ສອງ​ຝ່າຍ​ ໃຫ້​ຄຳໝັ້ນ​ສັນ​ຍາ ຈະສືບ​ຕໍ່​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ ສະຖຽນລະພາບທາງ​ດ້ານ​ເສດ​ຖະ​ກິດ, ຄວາມ​ໝັ້​ນ​ຄົງ​ດ້ານ​ພະ​ລັງ​ງານ​ ຂອງ​ແຕ່​ລະ​ປະ​ເທດ; ເຫັນ​ດີ​ເປັນ​ເອ​ກະ​ພາ​ບ​​ຊຸກຍູ້ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຍຸດ​ທະ​ສາດຂະ​ໜາດ​ໃຫຍ່​ໃນ​ຂົງ​ເຂດ​ພະ​ລັງ​ງານ, ການສໍາຫຼວດຂຸດ​ຄົ້ນ​ແຮ່​ທາດ ແລະ ເຊື່ອມ​ໂຍງ​ພື້ນ​ຖານ​ໂຄງ​ລ່າງ​ຄົມມະ​ນາ​ຄົມ. ສອງ​ຝ່າຍ​ ຢືນ​ຢັນ​ຄວາມຕັດ​ສິນ​ໃຈສູງ ເພື່ອ​ສ້າງສິ່ງອຳ​ນວຍ​ຄວາມ​ສະ​ດວກ, ລະ​ດົມ​ແຫຼ່ງ​ກຳ​ລັງ​ແຮງ​ ເພື່ອລົງ​ທຶນ ໃນບັນ​ດາ​ໂຄງ​ກາ​ນ​ຮ່​ວມ​ມືທີ່ເປັນ​ຈຸດ​ສຸມ ໃຫ້ປະກົດເປັນຮູບປະທໍາໂດຍ​ໄວ, ເຊິ່ງປະ​ກອບ​ດ້ວຍ: ເສັ້ນ​ທາງ​ລົດ​ໄຟ​ ວຽງ​ຈັນ-ຫວຸງ​ອາງ, ບັນ​ດາ​ໂຄງ​ການ​ສາຍ​ສົ່ງ​ໄຟ​ຟ້າ ຈາກເຂດພາກເໜືອຂອງລາວໄປຫວຽດນາມ, ການ​ຮ່ວມ​ມືຊື້-ຂາຍ​ຖ່ານ​ຫີນ, ໄຟຟ້າ, ສ້າງ​ສາງ​ເກັບ​ນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດຢູ່ເຂດຊາຍແດນ ແລະ ຂຸດຄົ້ນແຮ່ທາດ, ຖື​ວ່າ​ນີ້​ແມ່ນ​ກຳ​ລັງ​ຍູ້ດັນ​ສຳ​ຄັນ ແລະ ເປັນສິ່ງ​​ກະ​ຕຸກ​ຊຸກຍູ້ ແລະ ສ້າງບາດກ້າວ​ບຸກ​ທະ​ລຸ​ໃນ​ສາຍ​ພົ​ວ​ພັນ​ຮ່ວມ​ມື​  ລະ​ຫວ່າງ ​ສອງ​ປະ​ເທດ ​ໃນ​ໄລ​ຍະ​ຕໍ່​ໜ້າ.

ຫວຽດ​ນາມ ​ສະແດງຄວາມຊົມ​ເຊີຍ​ ຝ່າຍ​ລາວ ທີ່ໄດ້​ຕັດ​ສິນ​ໃຈ​ເປັນ​ເຈົ້າ​ການ​​ຜັນ​ຂະ​ຫຍາຍໂຄງການ​ສ້າງ​ເສັ້ນ​ທາງ​ດ່ວນ ວຽງ​ຈັນ-​ຮ່າ​ໂນ້ຍ, ໄລຍະແຕ່ ນະຄອນຫຼວງວຽງ​ຈັນ ຫາ ​ດ່ານ​ຊາ​ຍ​ແດນ ​ແທງ​ຖຸຍ. ສ່ວນຫວຽດ​ນາມ ກໍຈະ​ລົງ​ມື​ກໍ່ສ້າງ​ເສັ້ນ​ທາງ ແຕ່ ນະຄອນ​ວີງ ​ເຖິງ ​ດ່ານ​ຊາຍ​ແດນ​ ແທງ​ຖຸຍ ໃນ​ຕົ້ນ​ປີ 2026. ສອງ​ຝ່າຍ ສະ​ແດງ​ຄວາມ​ໝາຍໝັ້ນ ​ເພື່ອສ້າງ​ເສັ້ນ​ທາງ​ດ່ວນ​ວຽງ​ຈັນ-ຮ່າ​ໂນ້ຍ ໃຫ້ສໍາເລັດໂດຍໄວ ທັງນີ້ ກໍເພື່ອຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຮ່​ວມ​ກັນ ​ຂອງ​ສອງ​ປະ​ເທດ​ ໃນ​ການ​ເຊື່ອມ​ໂຍງ​ພື້ນ​ຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ສະ​ດວກໃນການ​ຊຸກ​ຍູ້​ການພັດ​ທະ​ນາ. ພິ​ເສດ ​ແມ່ນ​ການ​ເຊື່ອມ​ຕໍ່ ​ທ່າ​ເຮືອ​ຫວຸງ​ອາງ​ ກັບ​ເສັ້ນ​ທາງ​ສຳ​ຄັນດັ່ງກ່າວ.

ສອງ​ຝ່າຍ ​ຈະ​ປະ​ສານ​ສົມ​ທົບຄົ້ນ​ຄວ້າ, ສະ​ເໜີ​ບັນ​ດາ​ມາດ​ຕະ​ການທີ່​ເໝາະ​ສົມ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ກີດ​ຂວາງ, ຮັບ​ປະ​ກັນ​ບັນ​ດາ​ໂຄງ​ການ​ ຈັດຕັ້ງໃຫ້ສອດຄ່ອງກັບ​ແຜນ​ນະ​ໂຍ​ບາຍ, ເນື້ອໃນຈິດ​ໃຈ​ການ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອ​ງ​ລັດ. ພ້ອມກັນ​ນັ້ນ, ຈະສຸມ​ໃສ່ການ​ເປີດກວ້າງ ​ບັນ​ດາແລວການ​ຮ່ວມ​ມື​ເສດ​ຖະ​ກິດ​ໃໝ່, ເພີ່ມ​ທະ​ວີ​ການ​ເຊື່ອ​ມຕໍ່ ແລະ ຊ່ວຍ​ໜູນ​ເຊິ່ງ​ກັນ ​ແລະ ​ກັນ ລະ​ຫວ່າງ​ ສອງ​ພື້ນ​ຖານ​ເສດ​ຖະ​ກິດ. ພິ​ເສດ ​ແມ່ນ​ບັນ​ດາ​ລະບຽບດ້ານການ​ເງິນ, ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ-ການ​ຂົນ​ສົ່ງ, ໂລ​ຈີດສຕິກ, ພະ​ລັງ​ງານ, ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ທ່ອງ​ທ່ຽວ, ສ້າງ​ຕ່ອງ​ໂສ້​ການ​ເຊື່ອມ​ຕໍ່​ ລະ​ຫວ່າງ​ ການ​ຜະ​ລິດ-ການ​ຈຳ​ໜ່າຍ, ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະ​ດວກ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ, ມີຄວາມໜ້າເຊື່ອຖື ແລະ ທ່າ​ແຮງ​ດ້ານ​ການ​ເງິນ​ຂອງ​ແຕ່​ລະ​ປະ​ເທດ ​ໃນ​ກາ​ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດການປ່ຽນໃໝ່ທາງດ້ານນະ​ວັດ​ຕະ​ກຳ, ການຫັນ​ເປັນ​ດີ​ຈີ​ຕອນ, ພະ​ລັງ​ງານ​ທົດ​ແທນ, ກະ​ສິ​ກຳ​ທີ່ນຳໃຊ້ເຕັກ​ໂນ​ໂລ​ຊີ​ຂັ້ນສູງ, ການ​ປຸງ​ແຕ່ງ, ການພັດ​ທະ​ນາ​ສີ​ຂຽວ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ກາ​ນ​ທ່ອງ​ທ່ຽວ ແລະ ຂົງ​ເຂດ​ອື່ນໆ. ສອງ​ຝ່າຍ ​ເຫັນດີເປັນເອ​ກະ​ພາບ ໃຫ້ບູລິມະສິດມອບ​ບັນ​ດາ​ໂຄງ​ການ​ຢູ່ຕາມລຽບ​ຊາຍ​ແດນ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ ຂອງ​ສອ​ງ​ປະ​ເທດ, ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງທີ່ເປັນຈຸດສຸມ, ຊຸກຍູ້ການ​ປະ​ຕິ​ບັດ​ຮູບ​ແບບ​ເຂດອຸດ​ສາ​ຫະ​ກຳ​ລາວ-ຫວຽດ​ນາມ, ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ ​ຂ້າມ​ຊາຍ​ແດນ​ ໃນ​ແລວເສດ​ຖະ​ກິດ​ຕ​າ​ເວັນ​ອອກ-ຕາ​ເວັນ​ຕົກ; ພ້ອມ​ທັງ​ສ້າງສະ​ພາບ​ແວດ​ລ້ອມອຳນວຍຄວາມສະດວກໃນການ​ລົງ​ທຶນ-ດຳ​ເນີນທຸ​ລະ​ກິດ, ຄວາມ​ໝັ້​ນ​ຄົງ ແລະ ຄວາມສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ​ຂອງ​ສອງ​ປະ​ເທດ​ ເພື່ອການພັດ​ທະ​ນາ​ແບບ​ຍືນ​ຍົງ.

ສອງ​ຝ່າຍ ​ເຫັນດີເປັນ​ເອ​ກະ​ພາບ ເພື່ອພະຍາຍາມຊຸກຍູ້ການເຕີບໂຕ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ແລະ ສູ້​ຊົນໃຫ້ບັນລຸມູນຄ່າການຄ້າສອງສົ້ນ ໃຫ້ໄດ້ 5 ຕື້ໂດລາສະຫະລັດ ໃນ​ໄລ​ຍະ​ຕໍ່​ໜ້າ​ ໂດຍ​ໄວ; ເພີ່ມ​ທະ​ວີການ​ເຊື່ອມ​ຕໍ່, ຊ່ວຍ​ເຫຼືອ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ, ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ ເພື່ອຍູ້ໝູນທາງດ້ານ​ການ​ຄ້າ, ໂຄ​ສະ​ນາ​ເຜີຍ​ແຜ່, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ລະບົບ​ຈຳ​ໜ່າຍ​ສິ​ນ​ຄ້າ​ຂອງ ​ລາວ ແລະ ຫວຽດ​ນາມ ຢູ່​ແຕ່​ລະ​ປະ​ເທດ, ເຊິ່ງຈະເຮັດໃຫ້ການຈຳໜ່າຍສິນຄ້າຂອງສອງປະເທດ ມີ​ຄວາມໝັ້​ນ​ຄົງ ແລະ ຍືນ​ຍົງ. ພ້ອມ​ທັງ, ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຊ່ວຍ​ເຫຼືອລ້າທີ່ໄດ້ຮັບຮອງໃຫ້ມີຄວາມຄືບໜ້າ, ກະ​ຕຸກ​ຊຸກ​ຍູ້ ແລະ ເສີມ​ຂະ​ຫຍາຍກົນ​ໄກ​ຍູ້​ແຮງ​ການ​ຊຳ​ລະ ການຄ້າ​ຂາຍ​ຍ່ອຍ​ສອງ​ຝ່າຍ ແລະ ຫັນ​ເປັນ​ລະ​ບົບ​ດີ​ຈີ​ຕອນ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງທາງ​ດ້ານ​ເສດ​ຖະ​ກິດ ແລະ ສ້າງ​ກຳ​ລັງແຮງ​ຍູ້ດັນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານການ​ຄ້າ​ ລາວ-ຫວຽດ​ນາມ.

ສອງ​ຝ່າຍ ​ເຫັນດີເປັນ​ເອ​ກະ​ພາບຕໍ່ການປ່ຽນແປງໃໝ່, ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບຂອງການຊ່ວຍເຫຼືອລ້າຂອງຫວຽດນາມ ໃຫ້ແກ່ ສປປ ລາວ ຕາມທິດ ການຫັນຈາກ ແບບລວມໆ ໃຫ້ມີຈຸດສຸມ, ຫັນ​ຂະ​ບວນ​ການ​ເລືອກ​ເຟັ້ນ, ປະ​ເມີນມາດ​ຕະ​ຖານ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໂຄງ​ການ​ບົນ​ພື້ນ​ຖານ​ມາດ​ຕະ​ການ​ທີ່ຈະ​ແຈ້ງ, ມີ​ການກຳ​ນົດ​ເວ​ລາ​ລະ​ອຽດ, ຮັບ​ປະ​ກັນ​ຄວາມ​ແທດເໝາະ​ຕົວຈິງ ແລະ ຍືນ​ຍົງ.

7. ສະ​ຫາຍ ໂຕ ເລິມ, ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດ​ຫວຽດ​ນາ​ມ ແລະ ສະ​ຫາຍ ທອງ​ລຸນ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ ໄດ້ເປັນ​ເອ​ກະ​ພາບ ​ຖື​ສຳ​ຄັນ ແລະ ຍູ້​ແຮງ​ການ​ຮ່ວມ​ມື​ກໍ່​ສ້າງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ໃຫ້ມີ​ຄຸນ​ນະ​ພາບ​ສູງ, ໃຫ້ບູ​ລິ​ມະ​ສິດ​ເປັນ​ພິ​ເສດ​ ໃນ​ການ​ກໍ່​ສ້າງ, ບຳ​ລຸງ​ຖັນ​ແຖວ​ພະ​ນັກ​ງານ​ການ​ນຳ-ຄຸ້ມ​ຄອງ​ໃຫ້​ແກ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ  ທ້ອ​ງ​ຖິ່ນ​ຂອ​ງ​ລ​າວ; ເປັນ​ເອ​ກະ​ພາບ​ໃນ​ການ​ຄົ້ນ​ຄວ້າ​ ມີ​ນະ​ໂຍ​ບາຍ​ພິເສດ ​ຕໍ່​ບັນ​ດາ​ພະ​ນັກ​ງານ​ທີ່​ມີອາຍຸ​ການ​ເຮັດ​ວຽກຫຼາຍປີ, ມີຄວາມສະ​ໜິດ​ຕິດພັນ ແລະ ເຂົ້າ​ໃຈ​ກ່ຽວ​ກັບ​ສາຍ​ພົວ​ພັນ​ ລະ​ຫວ່າງ​ ສອງ​ປະ​ເທດ; ມີນະໂຍບາຍພິເສດ ຕໍ່ນັກຮຽນ, ນັກສຶກສາຂອງປະເທດຕົນ ໄປຮຽນຢູ່ອີກຢູ່ປະເທດໜຶ່ງ. ສອງ​ຝ່າຍ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື ​ກໍ່​ສ້າງຊັບພະຍາກອນມະນຸດ ​ລະ​ຫວ່າງ ​ສອງ​ລັດ​ຖະ​ບານ ໄລ​ຍະ 2022 – 2027 ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ້ອມ​ທັງ, ກະ​ຕຸຸກຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ໃນ​ໂຄງ​ການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ ​ການ​ຮ່ວມ​ມື ລາວ-ຫວຽດ​ນາມ ໃນ​ໄລ​ຍະ 2021 – 2030. ສອງ​ຝ່າຍ ​ຈະ​ເພີ່ມ​ທະ​ວີ​ແຜນການຝຶກອົບຮົມ, ບຳ​ລຸ​ງ​ໄລ​ຍະ​ສັ້ນ​ໃຫ້​ແກ່​ພະ​ນັກ​ງານ, ລັດ​ຖະ​ກອນຂອງ​ລາວ, ເປັ​ນ​ຕົ້ນ​ແມ່ນ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ, ສຸມ​ໃສ່​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສີມືແຮງງານ ແລະ ກໍ່​ສ້າງວິ​ຊາ​ຊີບ​ຢູ່​ທັງ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ. ສອງ​ຝ່າຍ ​ເຫັນ​ດີ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຫຼັກ​ສູດ​ສອນ​ພາ​ສາ​ຫວຽດນາມ​ ແລະ ນຳ​ໃຊ້​ປຶ້ມ​ຮຽນ​ພາ​ສາ​ຫວຽດ ​ຢູ່ບັນດາໂຮງຮຽນຂັ້ນ​ມັດ​ທະ​ຍົມ ຂອງ ​ລາວ; ຈັດ​ການ​​ສອນ​ພາ​ສາ​ຫວຽດນາມ​ໃຫ້​ແກ່​ນັກ​ຮຽນ ແລະ ພະ​ນັກ​ງານ​ລາວ ​ຢູ່​ບັນ​ດາ​ອົງ​ການ ແລະ ໜ່ວຍງານຕ່າງໆ ​ທີ່​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ມີ​ເງື່ອນ​ໄຂເໝາະສົມ; ຄົ້ນ​ຄວ້າ​ຊຸກ​ຍູ້​ການ​ນຳ​ເອົາ​ພາ​ສາ​ລາວ ​ເຂົ້າໃນການ​ສິດ​ສອນ​ຢູ່​ບັນ​ດາ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນມັດ​ທະ​ຍົມ ​ຂອງ​ຫວຽດ​ນາມ, ໃນ​ຕໍ່​ໜ້າ​ແມ່ນ​ສອນ​ພາ​ສາ​ ລາວ ແລະ ວັດ​ທະ​ນະ​ທໍາລາວ ໃຫ້​ແກ່​ນັກ​ຮຽນ​ຢູ່​ບັນ​ດາ​ແຂວງ​ ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ ລະ​ຫວ່າງ​ ຫວຽດ​ນາມ ແລະ ລາວ, ບຳ​ລຸງ​ພາ​ສາ​ລາວ​ໃຫ້​ແກ່​ບາງ​ກະ​ຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ສູນ​ກາງ​ຂອງ ​ຫວຽດ​ນາມ​ ຈຳ​ນວນ​ໜຶ່ງ​ ທີ່​ມີສາຍພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມືຂອງຝ່າຍ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື ແລະ ເພີ່ມ​ພູນຄູນ​ສ້າງ​ມິດ​ຕະ​ພາບແບບ​ພິ​ເສດ​ ລະ​ຫວ່າງ ​ສອງ​ປະ​ເທດ.

ສອງຝ່າຍ ເຫັນດີເປັນເອກະພາບ ໃນການປະສານສົມທົບ ເພື່ອຈັດຕັ້ງບັນດາກິດຈະກໍາ ແລະ ເຫດການທີ່ມີຄວາມໝາຍສຳຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ – ຫວຽດນາມ, ຫວຽດນາມ – ລາວ ໃນປີ 2027 ແລະ ບັນດາເຫດການທີ່ສຳຄັນຂອງສອງປະເທດ ໃຫ້ມີເນື້ອໃນອຸດົມສົມບູນ, ແທດເໝາະຕົວຈິງ, ຊຸກຍູ້ການຮ່ວມມືໃນຂົງເຂດ​ຂໍ້​ມູນ​ຂ່າວ​ສານ, ການ​ສື່​ສານ, ຫັນປ່ຽນທາງດ້ານເນື້ອໃນ ແລະ ວິທີການໂຄສະນາເຜີຍແຜ່, ສຶກສາອົບຮົມ ກ່ຽວກັບມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ – ຫວຽດນາມ ໃຫ້ແກ່ພະນັກງານ, ສະມາຊິກພັກ, ແລະ ຊັ້ນ​ຄົນ​ຕ່າງໆ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ ແລະ ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ສອງ​ປະ​ເທດ.

ສອງ​ຝ່າຍ ​ເປັນ​ເອ​ກະ​ພາບຍູ້​ແຮງ​ການພົບປະ, ແລກປ່ຽນການ​ທູດ​ປະ​ຊາ​ຊົນ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ເຂດ​ຊາຍ​ແດນ ຢ່າງເປັນປົກກະຕິ, ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ຊາວ​ໜຸ່​ມ​ ສອງປະເທດ; ແລກປ່ຽນວັດທະນະທໍາ, ສິນລະປະ ແລະ ກິລາ ແນໃສ່ປະກອບສ່ວນເຂົ້າໃນການສ້າງຄວາມ​​ເຂົ້າ​ໃຈ, ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມໃກ້ຊິດ ​ລະ​ຫວ່າງ​ ປະ​ຊ​າ​ຊົນ​ສອງ​ປະ​ເທດ. ສອງ​ຝ່າຍ​ ຈ​ະ​ດຳ​ເນີນ​ການ​ສິດ​ສອນ​ເນື້ອ​ໃນ​ປະ​ຫວັດ​ສາດ​ ສາຍ​ພົວ​ພັນ​ພິ​ເສດ​ ລາວ-ຫວຽດ​ນາມ, ຫວຽດ​ນາມ-ລາວ ໃນ​ບັນ​ດາ​ສະ​ຖາ​ບັນ​ການ​ສຶກ​ສາ​ຢູ່​ແຕ່​ລະ​ປະ​ເທດ​ໂດຍ​ໄວ, ພ້ອມ​ທັງ ​ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ສ້າງ, ອະ​ນຸ​ລັກ​ຮັກ​ສາ, ປັບ​ປຸງ​ບູ​ລະ​ນະ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ບັນ​ດາ​ໂຄງ​ການ ​ອາ​ນຸ​ສອນ​ສະ​ຖານ​ປະ​ຫວັດ​ສາດ​ ທີ່​ມີ​ຄວາ​ມ​ໝາຍ​ໃນ​ສ​າຍ​ພົວ​ພັນ​ ລະ​ຫວ່າງ ​ສອງ​ພັກ, ປະຊາຊົນສອງ​ຊາດ, ໃນ​ນັ້ນ​ມີ​ອາ​ນຸ​ສອນ​ສະ​ຖານ “ເສັ້ນ​ທາງ​ສາຍ​ພູຫຼວງ-ເສັ້ນ​ທາງ​ໂຮ່​ຈີ​ມິນ ໃນ​ຜືນ​ແຜ່ນ​ດິນ​ລາວ”; “ເຂດຮ່ອງຮອຍ ສະຖານທີ່ຈັດກອງປະຊຸມໃຫຍ່ ຄັ້ງທຳອິດ ຂອງພັກປະຊາຊົນ ປະຕິວັດລາວ ຢູ່ເຂດຊາຍແດນລາວ-ຫວຽດນາມ”, ຖື​ວ່າ​ເປັນ ​ສັ​ນຍ​າ​ລັກ​ອັນ​ສັກ​ສິດ​ຂອງ​ ສາຍ​ພົວ​ພັນ​ອັນບໍ​ລິ​ສຸດ​ຜຸດ​ຜ່ອງ, ດຸດ​ດື່ມ​ ລະ​ຫວ່າງ​ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ; ເປີດນຳໃຊ້ຫຼາຍໂຄງການທີ່ມີຄວາມໝາຍສຳຄັນ ເປັນສັນຍາລັກ ປະກອບສ່ວນໃນການສ້າງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດລາວຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ.

ສອງ​ຝ່າຍ ເຫັນດີເປັນເອ​ກະ​ພາບ​ສືບ​ຕໍ່​ຊີ້​ນຳ​ຍົກ​ສູງ​ປະ​ສິດ​ທິ​ພາບການເປີດກວ້າງ​ການ​ຮ່ວມ​ມື, ການຊ່ວຍ​ເຫຼືອ​ເຊິ່ງ​ກັນ ​ແລະ ​ກັນ​ ລະ​ຫວ່າງ ​ບັນ​ດາ​ ອົງການ​ຂອງ ພັກ, ກະ​ຊ​ວງ, ຂະ​ແໜງ​ການຕ່າງໆ​ ຂອງ​ ລັດ​ຖະ​ບານ, ບັນ​ດາ​ຄ​ະ​ນະ​ກຳ​ມາທິການ​ຂອງ​ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ, ອົງການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ການ​ຈັດ​ຕັ້ງ​ປະ​ຊາ​ຊົນ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ສອງ​ປ​ະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ ທີ່ມີຊາຍແດນຕິດຈອດກັນ; ກວດ​ກາ​ຄືນການປັບປຸງ​ການ​ຮ່ວມ​ມື​ ລະ​ຫວ່າງ​ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ພາຍຫຼັງ​ສອງ​ຝ່າຍ​ ສຳ​ເລັດ​ການ​ສັ​ບ​ຊ້ອນ ແລະ ຈັດ​ຕັ້ງ​ຄືນ​ກົງຈັກ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຮັບ​ປະ​ກັນ​ການ​ຄຸ້ມ​ຄອງ​ເປັນ​ເອ​ກະ​ພາບ​ຂອງ​ສູນ​ກາງ ໃຫ້ເເທດເໝາະ ແລະ ມີ​ປະ​ສິດ​ທິ​ຜົນສູງ, ​ແລກ​ປ່ຽນ​ຂໍ້​ມູນ, ແລກປ່ຽນ​ບົດ​ຮຽນ, ຊ່ວຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ ເຊິ່ງກັນ ແລະ ກັນ ຢ່າງຕັ້ງໜ້າ ເພື່​ອ​ພ້ອມ​ກັນ​ພັດ​ທະ​ນາ.

8. ສອງ​ຝ່າຍ​ ເຫັນດີເປັນ​ເອ​ກະ​ພາບເພີ່ມ​ທະ​ວີການ​ແລກ​ປ່ຽນ​ຂໍ້​ມູນ, ​ປຶກ​ສາຫາລື​ຢ່າງ​ທັນ​ການ, ປະ​ສານ​ສົມ​ທົບ​ກັນຢ່າງ​ແໜ້ນ​ແຟ້ນ, ສ​ະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ຢູ່​ບັນ​ດາ​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ, ເປັນ​ຕົ້ນ​ແມ່ນ​ໃນ​ຂອບ​ການ​ຮ່ວມ​ມື​ ASEAN ແລະ ບັນ​ດາ​ກົນ​ໄກ ​ໂດຍມີ ASEAN ເປັນແກນກາງ, ອົງການສະ​ຫະ​ປະ​ຊາ​ຊາດ, ບັນ​ດາ​ກົນ​ໄກການ​ຮ່ວມ​ມື​ອະ​ນຸ​ພາກພື້ນແມ່​ນ້ຳ​ຂອງ, ອົງການ ການຄ້າ​ສາ​ກົນ (WTO), ເວ​ທີ​ການ​ຮ່ວມ​ມື​ອາ​ຊີ-ເອີ​ຣົບ (ASEM), ປະ​ກອບ​ສ່ວນຢ່າງເຂັ້ມແຂງໃນການຮັກສາ​ສັນ​ຕິ​ພາບ, ສະຖຽນລະພາບ ແລະ ການ​ຮ່ວ​ມ​ມື ເພື່ອການ​ພັດ​ທະ​ນາ​ຢູ່ໃນ​ພາກ​ພື້ນ ແລະ ສາ​ກົນ, ຍົກ​ສູງ​ອິດ​ທິ​ພົນ, ຖາ​ນະບົດ​ບາດຂອງແຕ່ລະປະເທດ ແລະ ເສີມຂະຫຍາຍບົດບາດຄວາມສຳຄັນ ຂອ​ງ​ສາຍ​ພົວ​ພັນ​ພິ​ເສດ ​ລາວ-ຫວຽດ​ນາມ ໃນ​ພາກ​ພື້ນ. ສອງ​ຝ່າຍ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ ​ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ບົດ​ບາດຄວາມເປັນ​ແກນກາງ​ຂອງ ASEAN; ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພື່ອ​ຜັນ​ຂ​ະ​ຫຍາຍ​​ວິ​ໄສ​ທັດ​ສະ​ມາ​ຄົມ ASEAN 2045 ຢ່າງມີປະສິດທິຜົນ ແລະ ບັນ​ດາ​ແຜນ​ການ​ຍຸດ​ທະ​ສາດປິ່ນອ້ອມ, ປະ​ກອບ​ສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການສ້າງ​ປະຊາຄົມ ASEAN ໃຫ້ເປັນຮູບປະທຳ ເພື່ອສ້າງຄວາມເຂັ້ມ​ແຂງ​ດ້ວຍ​ຕົນ​ເອງຢ່າງມີພິກ​ໄຫວ, ປະ​ດິດ​ສ້າງ, ມີຄວາມສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ຖືຜົນປະໂຫຍດເອົາປະ​ຊາ​ຊົນ ​ເປັນຫຼັກ.

ສອງຝ່າຍ ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຮ່ວມກັບບັນດາປະເທດລຸ່ມແມ່ນ້ຳຂອງ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ນໍາໃຊ້ນໍ້າຢ່າງມີປະສິດທິຜົນ, ສະເໝີພາບ ແລະ ຍືນຍົງຕໍ່ການ ນໍາໃຊ້ແຫຼ່ງນໍ້າ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງ ພ້ອມທັງກວດກາ ແລະ ຕິດຕາມຜົນກະທົບຢ່າງຮອບດ້ານ ລວມທັງຜົນກະທົບຢູູ່ຕາມຊາຍແດນ, ການແລກປ່ຽນຂໍ້ມູນຂ່າວສານ, ຕົວເລກອຸຕຸນິຍົມ ແລະ ອຸທົກກະສາດ ຄຽງຄູ່ກັບການຍົກສູງຄວາມອາດສາມາດໃນການສະກັດກັ້ນໄພແຫ້ງແລ້ງ ແລະ ນໍ້າຖ້ວມ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ໃນອະນຸພາກພື້ນແມ່ນ້ຳຂອງ, ເພື່ອຜົນປະໂຫຍດລວມຂອງແຕ່ລະປະເທດຕາມລຳແມ່ນ້ຳຂອງ. ສອງຝ່າຍເຫັນດີ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອ​ລະ​ດົມ​ກຳ​ລັງ​ແຮງ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ບັນ​ດາ​ອົງການຈັດ​ຕັ້ງ​ສາ​ກົນ​ກ່ຽວ​ຂ້ອງ ເພື່ອ​ຮັບ​ໃຊ້​ການ​ເຊື່ອມ​ຈອດ​ລະ​ຫວ່າງ ສອງ​ພື້ນ​ຖານ​ເສດ​ຖະ​ກິດ ກໍ​ຄື​ ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຢູ່​ແຕ່​ລະ​ປະ​ເທດ.

ສອງຝ່າຍ ສົມທົບກັນຢ່າງແໜ້ນແຟ້ນໃນຂອບການຮ່ວມມືພາຍໃຕ້ສັນຍາແມ່ນໍ້າຂອງໃນປີ 1995 ວ່າດ້ວຍການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນອ່າງແມ່ນໍ້າຂອງ ກໍ່ຄືໃນນາມປະເທດສະມາຊິກ ຄະນະກຳມະທິການແມ່ນໍ້າຂອງສາກົນ ແລະ ກົນໄກການຮ່ວມມືທີ່ກ່ຽວຂ້ອງອື່ນໆ, ຊຸກຍູ້ການເພີ່ມທະວີ ການເຊື່ອມໂຍງບັນດາກົນໄກຮ່ວມມືໃນອະນຸພາກພື້ນ ແລະ ຂະບວນການສ້າງປະຊາຄົມອາຊຽນ; ການສົ່ງເສີມໃຫ້ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກພາກພື້ນ ເພື່ອເຂົ້າຮ່ວມຢ່າງຕັ້ງໜ້າໃນການຊ່ວຍເຫຼືອ ແລະ ລົງທຶນ ຢູ່ອະນຸພາກພື້ນແມ່ນໍ້າຂອງ ໃນຂົງເຂດທີ່ມີຄວາມສໍາຄັນເຊັ່ນ: ການເຊື່ອມຈອດພື້ນຖານໂຄງລ່າງ, ພະລັງງານ, ນະວັດຕະກຳ, ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ.

ສອງຝ່າຍ ​ໄດ້​ຢືນຢັນ​ຄວາມ​ເປັນເອກະພາບ​ສູງຕໍ່ຫຼັກການຂອງອາ​ຊຽນ ກ່ຽວ​ກັບບັນຫາ​ທະເລຈີນໃຕ້ ທີ່ໄດ້ຍົກຂື້ນໃນຖະແຫລງການຕ່າງໆ ຂອງ ອາຊຽນ; ເນັ້ນ​ໜັກເຖິງ​ຄວາມ​ສຳຄັນ​ຂອງ​ການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມສະຫງົບ, ຄວາມ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ຢູ່​ທະ​ເລຈີນໃຕ້ (ທະເລຕາເວັນອອກ), ຈຳ​ກັດ​ບໍ່​ໃຫ້ມີ​ການ​ປະ​ພຶດ​ ທີ່ກໍ່ໃຫ້ເກີດ​ສະ​ພາບ​ຄວາມ​ສັບ​ສົນ ແລະ ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງຂື້ນຕື່ມ, ​ແກ້​ໄຂບັນດາຂໍ້ຂັດແຍ່ງ​ຢູ່​ທະ​ເລ​ຈີນໃຕ້ ໂດຍ​ສັນຕິ​ວິທີ ບົນພື້ນຖານ​ກົດໝາຍ​ສາກົນ, ລວມທັງສົນທິສັນຍາ ຂອງ​ອົງການສະຫະ​ປະຊາ​ຊາດ, ກົດໝາຍ​ທາງ​ທະເລ (UNCLOS 1982), ຮ່ວມກັບ ແຕ່ລະ​ຝ່າຍ​ທີ່​ກ່ຽວຂ້ອງ,​ ຊຸກຍູ້​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ກົດແຫ່ງການ​ປະພຶດ ຂອງ​ຝ່າຍ​ຕ່າງໆ ​ຢູ່​ທະ​ເລ​ຈີນໃຕ້ (DOC) ​ແລະ ບັນລຸການສ້າງກົດແຫ່ງການ​ປະພຶດ​ຢູ່​ທະ​ເລ​ຈີນໃຕ້ (COC) ໃຫ້ສຳເລັດ​ໂດຍ​ໄວ ແລະ ມີປະສິດທິຜົນ ຢ່າງແທ້ຈິງ, ສອດຄ່ອງກັບກົດຫມາຍສາກົນ ລວມທັງ UNCLOS ປີ 1982.

9. ສອງ​ຝ່າຍ ​ຕີ​ລາ​ຄາ​ສູງ ​ການ​ຢ້ຽມ​ຢາມ ທີ່ມີຄວາມ​ໝາຍ​ປະ​ຫວັດ​ສາດ ແລະ ຄວາມ​ສຳ​ຄັນເປັນ​ພິ​ເສດ​ໃນຄັ້ງນີ້, ເຊິ່ງມີຂຶ້ນ​ໃນທ່າມກາງບັນຍາກາດ ທີ່​ສອງ​ພັກ, ສອ​ງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ ພວມຈັດຕັ້ງ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊາດ, ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຢ່າງຕັ້ງໜ້າ ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງປ່ອນບັດ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດຊຸດ​ໃໝ່​ຂອງ ​ແຕ່​ລະ​ປະ​ເທດ​ໃນ​ຕົ້ນ​ປີ 2026. ການ​ຢ້ຽມ​ຢາມຄັ້ງນີ້ ​ເປັນ​ການ​ເຄື່ອນ​ໄຫວວຽກ​ງານ​ການ​ຕ່າງ​ປະ​ເທດ​ທີ່ມີ​ລັກ​ສະ​ນະ​ທາງດ້ານປະ​ຫວັດ​ສາດ, ສະ​ແດງ​ໃຫ້ເຫັນເຖິງການໃຫ້ຄວາມ​ເຄົາ​ລົບ, ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ, ຄວາມ​ຮັກ​ແພງ​ສະ​ໜິດ​ແໜ້ນ​ ແລະ ກາ​ນ​ສະ​ໜັ​ບ​ສະ​ໜູນ, ເປັນການ​ປຸກ​ລະ​ດົມກຳລັງໃຈອັນ​ໃຫຍ່ຫຼວງ​ຂອງ​ສອງ​ພັກ, ສອ​ງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ລາວ ແລະ ຫວຽດ​ນາມ ທີ່ມີໃຫ້​ກັນ ​ແລະ ​ກັນ ແລະ ຢືນ​ຢັນຄືນ ​ຜົນ​ສຳ​ເລັດ​ຂອງ​ແຕ່​ລະ​ປະ​ເທດ ປຽບເໝືອນ​ຜົນ​ສຳ​ເລັດ​ລວມ​ຂອງ​ສອງ​ປະ​ເທດ.

ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ ແລະ ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ສະແດງຄວາມຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ການຢ້ຽມ​ຢາມລັດ​ຖະ​ກິດ​ ຢູ່ ສປປ ລາວ ​ຂອງ​ສະ​ຫາຍ ໂຕ​ເລີມ, ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດຫວຽດນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ. ການ​ຢ້ຽມ​ຢາ​ມ​ຄັ້ງ​ນີ້ ​ກົງກັບ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ​ຄົບ​ຮອບ 50 ປີ. ພ້ອ​ມ​ທັງ​ ຢືນ​ຢັນ​ວ່າ​ບັນ​ດາ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ ທີ່​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ຍາດມາໄດ້​ໃນ​ໄລຍະ​ຜ່ານ​ມາ ແມ່ນມີການ​ປະກອບສ່ວນ​ອັນ​ສຳ​ຄັນ ຜ່ານ​ການ​ຊ່ວຍ​ເຫຼືອຢ່າງໝົດຈິດໝົດໃຈ​, ມີປະສິດທິຜົນ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ສິ່ງດັ່ງກ່າວ, ບໍ່ພຽງ​ແຕ່​ເປັນການປຸກລະດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ ແຕ່ເປັນການສະແດງໃຫ້ເຫັນເຖິງຄວາມມີ​ຊີ​ວິດ​ຊີ​ວາ​ ຂອງ​ສາຍ​ພົວ​ພັນ​ ທີ່ສະ​ໜິດແໜ້ນ, ຊື່ສັດບໍ​ລິ​ສຸດ​ອັນດູດ​ດື່ມ, ຮ່ວມ​ທຸກ​ຮ່ວມສຸກ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ໃນການ​ປະ​ຕິ​ວັດ​ ຂອງ​ລາວ ແລະ ຫວຽດ​ນາມ ​ຕະຫຼອດໄລຍະເວລາອັນ​ຍາວນານ ແລະ ເປັນ​ປະ​ຫວັດ​ສາດ​ ຂອງ ສອງປະເທດ ກໍ​ຄື​ໃນ​ພາ​ລະ​ກິດແຫ່ງການປົກ​ປັ​ກ​ຮັກ​ສາ ແລະ ສ້າງ​ສາພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ.

ສະຫາຍ ໂຕ ເລີມ, ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດຫວຽດນາມ ຢືນ​ຢັນ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດລາວ ເປັນ​ເຫດ​ການ ທາງດ້ານການ​ເມືອງ​ ທີ່ມີຄວາມ​ໝາຍ​ສຳ​ຄັນ​ເປັນ​ພິ​ເສດ ບໍ່​ພ​ຽງ​ແຕ່​ຕໍ່​ພາ​ລະ​ກິດ​ການ​ປະ​ຕິ​ວັດ​ຂອງ​ລາວ ແຕ່​ຍັງ​ສ້າງ​ກຳ​ລັງຍູ້​ດັນ​ໃໝ່ ແລະ ສ້າງປະ​ຖົມ​ປັດ​ໄຈ​ອັນສຳ​ຄັນ​ໃຫ້​ແກ່​ການ​​ຊຸກ​ຍູ້​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ສອງ​ພັກ, ສອງ​ລັດ​ ໃນ​ຕໍ່​ໜ້າ.

ຫວຽດ​ນາມ ​ສະ​ໜັ​ບ​ສ​ະ​ໜູນ​ ຢ່າງສະ​ເໝີ​ຕົ້ນ ​ສະ​ໝີ​ປາຍ​ການກຳ​ນົດ​ທິດ​ທາງ​ພັດ​ທະ​ນ​າໃໝ່, ທີ່ມີລັກ​ສະ​ນະ​ບຸກ​ທະ​ລຸ​ຂອງ​ລາວ, ພ້ອມ​ທັງ​ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ເທດ​ລາວ​ ຈະ​ສືບ​ຕໍ່​ຮັກ​ສາ​ໄດ້ສະຖຽນລະພາບທາງດ້ານການ​ເມືອງ, ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ທີ່ຍືນ​ຍົງ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສະຫາຍ ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ XII ພ້ອມ​ກັບ​ການ​ປ່ອນບັດເລືອກ​ຕັ້ງສະມາຊິກ​ສະ​ພາ​ແຫ່ງ​ຊາດ​ ໃນ​​ຕໍ່​ໜ້າ ຈະ​ສ້າງ​ພື້ນ​ຖານ​ສະ​ດວກ ໃຫ້ ສປປ​ລາວ ປະຕິບັດເປົ້າ​ໝາຍ​ເພື່ອສ້າງ​ປະ​ເທດ​ສັນ​ຕິ​ພາບ, ເອ​ກະ​ລາດ, ປະ​ຊາ​ທິ​ປະ​ໄຕ, ຄວາມ​ເປັນ​ເອ​ກະ​ພາບ ແລະ ວັດທະນະຖາວອນ ໃຫ້ປະກົດຜົນເປັນຈິງ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມບັນດາເອກະສານການຮ່ວມມືໃນຂົງເຂດຈຸດສຸມຂອງສອງປະເທດ ເຊັ່ນ: ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການຄ້າ, ການສຶກສາ, ຍຸຕິທໍາ, ທະນາຄານ, ການສື່ສານ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ. ສອງຝ່າຍ ເຫັນດີເປັນເອກະພາບ ຈະຜັນຂະຫຍາຍບັນດາເອກະສານດັ່ງກ່າວ ຢ່າງມີປະສິດທິຜົນ.

ສອງ​ຝ່າຍ ເຫັນດີເປັນ​ເອ​ກະ​ພາບ ​ຕີ​ລາ​ຄາ​ສູງ ​ຕໍ່​ຜົນ​ສຳ​ເລັດ​ອັນ​ດີ​ງາມ​ຂອງ​ການ​ຢ້ຽມ​ຢາມ​ລັດ​ຖະ​ກິດ ຢູ່ ສປປ ​ລາວ ຂອງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍພັ​ນ​ລະ​ຍາ ແລະ ຄະນະ, ຖື​ວ່າ​ນີ້​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ທາງປະ​ຫວັດ​ສາດ ແຫ່ງການ​ພົວ​ພັນ​ລາວ-ຫວຽດ​ນາມ ໃຫ້ມີໃບໜ້າໃໝ່. ການ​ຢ້ຽມ​ຢາມ ໄດ້ປະ​ກອບ​ສ່ວນເສີມຂະຫຍາຍ ແລະ ເພິ່ມພູນຄູນ​ສ້າງ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນຍິ່ງໃຫ່ຍ, ຄວາມ​ສາ​ມັກຄີ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະ​ຫວ່າງ ​ສອງ​ປະ​ເທດ ໄດ້ນຳ​ເອົາ​ສາຍ​ພົວ​ພັນ​ລາວ-ຫວຽດ​ນາມ, ຫວຽດ​ນາມ​-ລາວ ກ້າວຂຶ້​ນສູ່ລະ​ດັບ​ໃໝ່​ທີ່ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈດ້ານ​ການ​ເມືອງທີ່ເລິກ​ເຊິ່ງກວ່າເກົ່າ, ສ້າ​ງ​ກຳ​ລັງຍູ້​ດັນ​ບຸກ​ທະ​ລຸ​ໃຫ້​ແກ່​ການ​ຮ່ວມ​ມື​ພັດ​ທະ​ນາທີ່ແທດເໝາະຕົວ​ຈິງ, ຍືນ​ຍົງ, ຍາວ​ນານ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າໃຫ້​ແກ່​ສັນ​ຕິ​ພາບ, ສະຖຽນລະພາບ ແລະ ການພັດ​ທະ​ນາ​ຢູ່​ພາກ​ພື້ນ ກໍ​ຄື​ໃນ​ໂລກ.

10. ສະຫາຍ ໂຕ ເລິມ, ເລ​ຂາ​ທິ​ການ​ໃຫຍ່ພັກກອມມູນິດຫວຽດນາມ ແລະ ພັນ​ລະ​ຍາ ສະ​ແດງ​ຄວາມ​​ຂອບ​ໃຈ​ຕໍ່​ສະ​ຫາຍ ທອງ​ລຸນ ສີສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ບັນ​ດາ​ສະ​ຫາຍ​ກາ​ນ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນລາວ ຕໍ່​ການ​ຕ້ອນ​ຮັບ​ອັນ​ສົມ​ກຽດ, ໝົດຈິດໝົດໃຈ, ເຊິ່ງເປັນການສະ​ແດງຢ່າງ​ເລິກ​ເຊິ່ງ ເຖິງ​ສ​າຍ​ພົວ​ພັນ​ມິດຕະພາບ ຄວາມ​ສາ​ມັກ​ຄີ​ພິ​ເສດ​ຫວຽດ​ນາມ-ລາວ; ຖືໂອກາດດັ່ງກ່າວ ໄດ້ເຊື້ອ​ເຊີນ ສະ​ຫາຍ ທອງ​ລຸນ ສີສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ບັນ​ດາ​ສະ​ຫາຍ ​ກາ​ນ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ​ ສປປ ລາວ ເດີນທາງ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ.

ສະ​ຫາຍ ທອງ​ລຸນ ສີສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ບັນ​ດາ​ສະ​ຫາຍ​ກາ​ນ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ​ລາວ ສະແດງຄວາມຂອບ​ໃຈ ແລະ ​ຕອບ​ຮັບດ້ວຍຄວາມຍິນດີຕໍ່​ການ​ເຊື້ອ​ເຊີນດັ່ງກ່າວ.

ນະຄອນຫຼວງວຽງຈັນ, 02 ທັນວາ 2025

error: Content is protected !!