ໂຮງຮຽນກ້າວໜ້າ ມອບລາງວັນພິເສດໃຫ້ຄູ ແລະ ນັກຮຽນ ໃນໂອກາດວັນຄູ

    ໂຮງຮຽນກ້າວໜ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງ ຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ວັນທີ 7 ຕຸລາ 1994 – ວັນທີ 7 ຕຸລາ 2020) ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກີລາ ນວ ທ່ານ ບຸນໄຫວ ຫຼວງລາດ ຜູ້ປະກອບການ ຜູ້ອຳນວຍການໂຮງຮຽນກ້າວໜ້າ ພ້ອມດ້ວຍທ່ານຫົວໜ້າຫ້ອງການ ສຶກສາທິການ ແລະ ກີລາເມືອງຈັນທະບູລີ ຄະນະຜູ້ບໍລິຫານໂຮງຮຽນ ພະນັກງານຄູ-ອາຈານ ແລະ ພໍ່ແມ່ ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.

    ທ່ານ ບຸນໄຫວ ຫຼວງຫຼາດ ໄດ້ຂຶ້ນກ່າວເປີດພິທີ ພ້ອມເລົ່າປະຫວັດມູນເຊື້ອຂອງວັນຄູແຫ່ງຊາດລາວ ໂດຍສະເພາະ ປະຫວັດຂອງນາຍຄູຄຳ ຄູລາວຜູ້ທຳອິດ ຜູ້ມີນ້ຳໃຈຮັກຊາດ ບໍ່ຍອມກົ້ມຫົວໃຫ້ຈັກກະພັດ ພວກລ່າເມືອງຂຶ້ນ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູລາວ ພັກ-ລັດຖະບານຈຶ່ງກຳນົດເອົາ ວັນທີ 7 ຕຸລາ ເຊິ່ງເປັນວັນທີ່ນາຍຄູຄຳເຂົ້າຮັບໜ້າທີ່ເປັນຄູ ພໍເຖິງວັນທີ 7 ຕຸລາຂອງທຸກປີ ກໍຈະຈັດພິທີ ສະເຫຼີມສະຫຼອງວັນດັ່ງກ່າວ ເຊິ່ງປີນີ້ ພໍດີຄົບຮອບ 26 ປີ. 

    ໃນພິທີ ຍັງມີຫວນຄືນການມູນເຊື້ອຂອງວັນຄູແຫ່ງຊາດລາວ ໂດຍສະເພາະປະຫວັດຂອງນາຍຄູຄຳ ຄູລາວຜູ້ທຳອິດ ພ້ອມຈັດພິທີອວຍພອນຄູເນື່ອງໃນໂອກາດວັນດັ່ງກ່າວ ແລະ ສະຫຼຸບຜົນການຮຽນ-ການ ສອນ ໃນສົກຮຽນ 2019-2020 ຜ່ານມາ ແລະ ມອບລາງວັນຄູດີເດັ່ນ ພ້ອມຍ້ອງຍໍນັກຮຽນທີ່ສອບ ເສັງຈົບຊັ້ນ ໄດ້ຄະແນນເກ່ງຮອບດ້ານ ແລະ ຍາດໄດ້ດັບທີ 2 ການສອບເສັງນັກຮຽນເກ່ງຂັ້ນ ນວ ວິຊາພາສາລາວ-ວັນນະຄະດີ ນາງ ແສງນະພາ ບຸນຍະສານ ແລະ ສອບເສັງຈົບຊັ້ນ ມ4 ໄດ້ຮັບ ຄະແນນດີເລີດ ແຕ່ລະວິຊາບໍ່ຫຼຸດ 9 ຄະແນນ ນາງ ສຸວະນັນ ທຳມະວົງສາ ເຊິ່ງທັງສອງໄດ້ຮັບທຶນຮຽນ ຈາກໂຮງຮຽນໂດຍບໍ່ເສຍຄ່າ ຈົນກວ່າຮຽນຈົບຊັ້ນ ມ7. 

# ຂ່າວ & ພາບ : ບຸນມີ

error: Content is protected !!