ມູນນິທິອາຊຽນ (ASEAN Foundation) ປະກາດເດີນໜ້າໂຄງການ “ປັນຍາປະດິດທີ່ພ້ອມສຳລັບອາຊຽນ” (AI Ready ASEAN) ໄລຍະທີ 2 ພາຍໃຕ້ການສະໜັບສະໜູນຈາກ ກອງທຶນກາລະໂອກາດ AI: ອາຊີ-ປາຊີຟິກ (AI Opportunity Fund: Asia-Pacific) ໂດຍໄດ້ຮັບການຮັບຮອງຈາກກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນດ້ານການສຶກສາ ຄັ້ງທີ 21 (SOM-ED) ເຊິ່ງການປະກາດໂຄງການດັ່ງກ່າວມີຂຶ້ນໃນວັນທີ 15 ກັນຍາ 2026 ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.

ໂຄງການນີ້ເປັນການຮ່ວມມືຂອງ ມູນນິທິອາຊຽນ ແລະ ເຄືອຂ່າຍການກຸສົນເພື່ອການລົງທຶນທາງສັງຄົມອາຊຽນ (AVPN) ໂດຍໄດ້ຮັບການສະໜັບສະໜູນຈາກ Google.org ແລະ ທະນາຄານພັດທະນາອາຊີ (ADB) ໂດຍມີເປົ້າໝາຍເສີມສ້າງທັກສະ AI ພາກປະຕິບັດໃຫ້ແກ່ນັກຮຽນ, ຄູອາຈານໃນໂຮງຮຽນລະດັບ K-12 ແລະ ຄະນະອາຈານມະຫາວິທະຍາໄລ ລວມຫຼາຍກວ່າ 1,7 ລ້ານຄົນ ທົ່ວອາຊຽນ ເຊິ່ງຈະຈັດຕັ້ງປະຕິບັດໄປຈົນເຖິງທ້າຍປີ 2028. ຈາກ “ຮູ້ຈັກ ສູ່ການນຳ AI ໃຫ້ມີປະສິດທິຜົນ”.
ໂຄງການ AI Ready ASEAN ໄລຍະໃໝ່ ຈະເນັ້ນການຮຽນຮູ້ AI ພາກປະຕິບັດ ເພື່ອໃຫ້ຄູອາຈານ ແລະ ນັກຮຽນ-ນັກສຶກສາ ສາມາດນຳ AI ໄປໃຊ້ຢ່າງມີຄວາມຮັບຜິດຊອບ ໃນການສອນ, ການຮຽນຮູ້, ການຄົ້ນຄວ້າ ແລະ ການກະກຽມສູ່ຕະຫຼາດແຮງງານໃນອະນາຄົດ.

ທ່ານ ດຣ. ປິຕິ ສີແສງງາມ (Dr. Piti Srisangnam), ຜູ້ອຳນວຍການບໍລິຫານມູນນິທິອາຊຽນ, ກ່າວວ່າ:
“ໄລຍະທີ 1 ໄດ້ສະແດງໃຫ້ເຫັນວ່າ ໄວໜຸ່ມ, ຄູອາຈານ ແລະ ຊຸມຊົນອາຊຽນມີຄວາມພ້ອມທີ່ຈະນຳໃຊ້ AI ເມື່ອໄດ້ຮັບເຄື່ອງມື ແລະ ການສະໜັບສະໜູນທີ່ເໝາະສົມ.”
ທ່ານກ່າວຕື່ມວ່າ: ໄລຍະທີ 2 ນີ້ ຈະເປັນການກ້າວຈາກການສ້າງຄວາມຮັບຮູ້ ໄປສູ່ການນຳໃຊ້ທັກສະ AI ພາກປະຕິບັດເຂົ້າໃນລະບົບການສຶກສາ ເພື່ອໃຫ້ຄູອາຈານ ແລະ ນັກຮຽນສາມາດນຳ AI ໄປໃຊ້ຢ່າງມີຄວາມຮັບຜິດຊອບ ແລະ ມີຄວາມໝັ້ນໃຈ. ຂະນະທີ່ກະກຽມກຳລັງແຮງງານສຳລັບອະນາຄົດຂອງພາກພື້ນ ຮ່ວມມືກັບພາກການສຶກສາຂອງແຕ່ລະປະເທດພາຍໃຕ້ໂຄງການ ມູນນິທິອາຊຽນ ຈະຮ່ວມມືກັບ ຄູ່ຮ່ວມຈັດຕັ້ງປະຕິບັດໃນທ້ອງຖິ່ນ (Local Implemen ting Partners – LIPs) ຈາກປະເທດສະມາຊິກອາຊຽນ ເພື່ອພັດທະນາຫຼັກສູດ AI ໃຫ້ເໝາະສົມກັບສະພາບທ້ອງຖິ່ນ ແລະ ຈັດຝຶກອົບຮົມ AI ພາກປະຕິບັດໃຫ້ແກ່ຄູອາຈານລະດັບ K-12, ນັກສຶກສາ ແsລະ ຄະນະອາຈານລະດັບຊັ້ນສູງ.
ຂະນະດຽວກັນ ມູນນິທິອາຊຽນຈະປະສານງານຢ່າງໃກ້ຊິດກັບກະຊວງສຶກສາທິການຂອງແຕ່ລະປະເທດ ເພື່ອໃຫ້ການດຳເນີນໂຄງການສອດຄ່ອງກັບບູລິມະສິດດ້ານ AI ແລະ ການສຶກສາຂອງແຕ່ລະປະເທດ ພ້ອມທັງສົ່ງເສີມກິດຈະກຳທີ່ມີຢູ່. ສ້າງເວທີແລກປ່ຽນຄວາມຮູ້ ສູ່ນະໂຍບາຍ AI ດ້ານການສຶກສາ, ນອກຈາກການຝຶກອົບຮົມ ໂຄງການຍັງຈະຈັດກອງປະຊຸມທັງໃນລະດັບຊາດ ແລະ ລະດັບພາກພື້ນ ໂດຍຮ່ວມກັບພາກລັດ, ພາກເອກະຊົນ, ຜູ້ປະຕິບັດງານດ້ານ AI, ນັກວິຊາການ, ພາກປະຊາສັງຄົມ, ອົງການສາກົນ, ສື່ມວນຊົນ ແລະ ຕົວແທນຜູ້ໄດ້ຮັບຜົນປະໂຫຍດ.
ເວທີເຫຼົ່ານີ້ຈະເນັ້ນການແລກປ່ຽນຄວາມຮູ້, ສ້າງຄວາມເຂົ້າໃຈ ແລະ ນຳໄປສູ່ການພັດທະນານະໂຍບາຍ ແລະ ຍຸດທະສາດການສຶກສາ AI ທີ່ອີງໃສ່ຫຼັກຖານ ເພື່ອຕອບໂຈດຄວາມຕ້ອງການ ແລະ ຊ່ອງຫວ່າງຮ່ວມກັນຂອງພາກພື້ນ ກອງປະຊຸມພາກພື້ນຄັ້ງທີ 4 ກຳນົດຈັດຂຶ້ນໃນເດືອນທັນວາ 2026 ທີ່ສິງກະໂປ.
ທ່ານ ນາງ ມາຣິຢາ ຣາລິກ (Marija Ralic), ຫົວໜ້າ Google.org ປະຈຳພາກພື້ນອາຊີ-ປາຊີຟິກ, ກ່າວວ່າ:
“ຄວາມຮູ້ດ້ານ AI ກຳລັງກາຍເປັນທັກສະພື້ນຖານ ແລະ ຄູອາຈານເປັນໃຈກາງໃນການຮັບປະກັນວ່າຜູ້ຮຽນທົ່ວອາຊຽນສາມາດນຳໃຊ້ເຕັກໂນໂລຊີນີ້ຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.”
ທ່ານ ນາງ ມາຣິຢາ ຣາລິກ ກ່າວຕື່ມວ່າ: Google.org ມີຄວາມພາກພູມໃຈທີ່ຈະສືບຕໍ່ສະໜັບສະໜູນມູນນິທິອາຊຽນ ໃນຂະນະທີ່ AI Ready ASEAN ກ້າວຈາກການສ້າງຄວາມຮັບຮູ້ ໄປສູ່ການຝຶກອົບຮົມພາກປະຕິບັດແບບເລິກເຊິ່ງ ທີ່ຈະເປັນປະໂຫຍດແກ່ນັກຮຽນນັບລ້ານຄົນທົ່ວພາກພື້ນ. ກອງທຶນ 35 ລ້ານໂດລາ ເລັ່ງສ້າງຄວາມພ້ອມ AI ໃນອາຊີ-ປາຊີຟິກ.
ທ່ານ ນາງ ໄນນາ ຊັບເບີວາລ ບາຕຣາ (Naina Subberwal Batra), ຜູ້ບໍລິຫານສູງສຸດ (CEO) ຂອງ AVPN, ກ່າວວ່າ: AVPN ມີຄວາມມຸ່ງໝັ້ນຜ່ານກອງທຶນກາລະໂອກາດ AI: ອາຊີ-ປາຊີຟິກ ໃນການສະໜັບສະໜູນການຝຶກທັກສະ AI ພາກປະຕິບັດ ທີ່ສາມາດຂະຫຍາຍຜົນໄປສູ່ພື້ນທີ່ທີ່ມີຄວາມຕ້ອງການຫຼາຍ. ທ່ານໄດ້ລະບຸວ່າ: ການຮ່ວມມືກັບມູນນິທິອາຊຽນ ແລະ ຄູ່ຮ່ວມງານທ້ອງຖິ່ນ ສະແດງໃຫ້ເຫັນວ່າການດຳເນີນງານຮ່ວມກັນໃນລະດັບພາກພື້ນ ສາມາດປ່ຽນຄວາມພ້ອມດ້ານ AI ໃຫ້ເປັນຜົນລັບທີ່ຈັບຕ້ອງ ແລະ ວັດແທກໄດ້ ສຳລັບຄູອາຈານ, ນັກຮຽນ ແລະ ຄະນະອາຈານ.

AI Ready ASEAN ສອດຄ່ອງກັບແຜນຍຸດທະສາດປະຊາຄົມສັງຄົມ-ວັດທະນະທຳອາຊຽນ (ASCC) 2026-2030, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ (AEC) 2026-2030 ແລະ ແຜນວຽກງານອາຊຽນດ້ານການສຶກສາ 2026-2030 ໂດຍເນັ້ນການເຂົ້າເຖິງການຮຽນຮູ້ດິຈິຕອນ, ການເພີ່ມຄວາມສາມາດແຂ່ງຂັນຂອງແຮງງານ, ການຮຽນຮູ້ຕະຫຼອດຊີວິດ ແລະ ການນຳໃຊ້ AI ກັບເຕັກໂນໂລຊີໃໝ່ຢ່າງມີຄວາມຮັບຜິດຊອບ.
ສຳລັບ AI Opportunity Fund: Asia-Pacific ເປັນໂຄງການລິເລີ່ມລະດັບພາກພື້ນ ມູນຄ່າ 35 ລ້ານໂດລາສະຫະລັດ ນຳພາໂດຍ AVPN ໂດຍມີ Google.org ແລະ ADB ເປັນຜູ້ສະໜັບສະໜູນ ແລະເລີ່ມໃນປີ 2024. ເຖິງທ້າຍເດືອນມິຖຸນາ 2026, ກອງທຶນນີ້ໄດ້ຝຶກອົບຮົມຄົນງານຫຼາຍກວ່າ 500.000 ຄົນ ແລະ ທຸລະກິດຂະໜາດນ້ອຍກວ່າ 50.000 ແຫ່ງ ທົ່ວອາຊີ-ປາຊີຟິກ.
ການຂະຫຍາຍ AI Ready ASEAN ຈຶ່ງບໍ່ແມ່ນພຽງການສອນໃຫ້ຮູ້ຈັກ AI ເທົ່ານັ້ນ ແຕ່ເນັ້ນການສ້າງທັກສະໃຫ້ສາມາດນຳ AI ໄປໃຊ້ຈິງ, ຢ່າງຮັບຜິດຊອບ ແລະພ້ອມສຳລັບໂລກການສຶກສາ ແລະ ຕະຫຼາດແຮງງານໃນອະນາຄົດ.