ສຶກສາລາຄາໄຟຟ້າແຕ່ປີ 2021-2025

    ວັນທີ 5 ຕຸລາ 2020 ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ພູເພັດ ກ້ຽວພິລາວົງ ຄະນະບໍດີຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມທ່ານ ຈັນທະບູນ ສຸກອາລຸນ ວ່າການຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ໂດຍແມ່ນທ່ານ ບົວໄລ ພານຸວົງ ວ່າການຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ດຳເນີນລາຍການ ມີບັນດາຫົວໜ້າກົມ ກະຊວງກ່ຽວຂ້ອງ ຄະນະບໍດີ ຄູ-ອາຈານ ແລະນັກສຶກສາ ມຊ ໄດ້ເຂົ້າຮ່ວມເວທີເສວະນາລາຄາໄຟຟ້າ ແລະ ໄຟຟ້າລາວແຕ່ປີ 2021-2025. 

    ການຈັດເວທີຄັ້ງນີ້ ເປັນຄັ້ງທຳອິດທີ່ເປີດກວ້າງໃຫ້ສັງຄົມໄດ້ມີຄຳຄິດຄຳເຫັນກ່ຽວຮ່າງບົດສຶກສາລາຄາໄຟຟ້າສະບັບປັບປຸງໃນ 5 ປີຕໍ່ໜ້າ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອກ່ຽວກັບຄວາມເປັນມາຂອງໄຟຟ້າລາວ ລາຍງານຫຍໍ້ ການສຶກສາໂຄງສ້າງລາຄາໄຟຟ້າແຕ່ປີ 2021-2025 ການສົນທະນາຂອງ 5 ທ່ານທີ່ມາຈາກແຕ່ລະຂົງເຂດ ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບແບບຟອມສອບຖາມກ່ຽວກັບໂຄງສ້າງລາຄາໄຟຟ້າແຕ່ປີ 2021-2025 ແລະ ການບໍລິການຂອງລັດວິສາຫະກິດໄຟຟ້າລາວ.

ສຶກສາລາຄາໄຟຟ້າແຕ່ປີ 2021-2025

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!