ວັນເອກະລາດຂອງອິນເດຍ ບໍ່ແມ່ນພຽງແຕ່ວັນແຫ່ງການລະນຶກເຖິງອິດສະລະພາບຂອງພວກເຮົາເທົ່ານັ້ນ; ແຕ່ຍັງເປັນການເຕືອນໃຫ້ລະນຶກວ່າ ເລື່ອງລາວຂອງອິນເດຍບໍ່ເຄີຍຈຳກັດຢູ່ພຽງພາຍໃນຂອບເຂດຂອງອະນຸທະວີບອິນເດຍ. ຕະຫຼອດຫຼາຍພັນປີທີ່ຜ່ານມາ, ແນວຄິດ, ວັນນະຄະດີມະຫາກາບ ແລະ ສຸນທະລີຍະສາດຂອງອາລະຍະທຳອິນເດຍ ໄດ້ເດີນທາງໄປກັບລົມມໍລະສຸມ, ຕາມຮອຍການເດີນທາງຂອງນັກຈາລະຈອນແສວງບຸນ ແລະ ເດີນທາງໄປກັບພໍ່ຄ້າວານິດ ສູ່ດິນແດນຕ່າງໆ ໃນອາຊີຕາເວັນອອກສ່ຽງໃຕ້. ໃນວັນນີ້, ໃນໂອກາດວັນທີ 15 ສິງຫາ, ພວກເຮົາຍັງຮ່ວມກັນສະຫຼອງການເດີນທາງຮ່ວມກັນທາງອາລະຍະທຳກັບ ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ໄທ, ຫວຽດນາມ, ກຳປູເຈຍ, ສປປ ລາວ ແລະ ມຽນມາ, ໃນຖານະເປັນຂົວເຊື່ອມໂຍງທີ່ຍັງຄົງມີຊີວິດ ແລະ ຫາຍໃຈຢູ່ ລະຫວ່າງປະຊາຊົນຂອງພວກເຮົາ.

ໃນຂະນະທີ່ສະທ້ອນເຖິງຮີດຄອງອິນເດຍ, ຄຳວ່າ ຍາຕຣາ (yatra) ບໍ່ເຄີຍໝາຍເຖິງພຽງການເດີນທາງທາງກາຍະພາບເທົ່ານັ້ນ; ແຕ່ແມ່ນການເດີນທາງຂອງຈິດວິນຍານ. ການເດີນທາງໜຶ່ງທີ່ຍັງຄົງດຳລົງຢູ່ໃນຄວາມຊົງຈຳຂອງພາກຕາເວັນອອກຂອງອິນເດຍ ຄື ບາຫຼີ ຍາຕຣາ (Bali Yatra) ອັນເປັນປະເພນີປະຫວັດສາດຂອງແຄວ້ນກາລິງຄະ ໃນລັດໂອດິຊາໃນປັດຈຸບັນ. ໃນແຕ່ລະປີ, ຕາມແຄມແມ່ນ້ຳມະຫານະທີ, ປະຊາຊົນຈະປ່ອຍເຮືອນ້ອຍໆລົງນ້ຳ ເພື່ອລະນຶກເຖິງນັກເດີນເຮືອໃນອະດີດ ຜູ້ເຄີຍອອກເດີນທາງສູ່ເກາະບາຫຼີ ແລະ ດິນແດນອື່ນໆ ພ້ອມກັບນຳພາສິນຄ້າຈຳພວກຜ້າທໍ, ເຄື່ອງເທດ ແລະ ເລື່ອງລາວຕ່າງໆໄປນຳ. ພວກເຂົາບໍ່ໄດ້ເດີນທາງໄປໃນຖານະພຽງແຕ່ພໍ່ຄ້າວານິດ; ແຕ່ຍັງເດີນທາງໄປໃນຖານະຜູ້ນຳເອົາເລື່ອງລາວຂອງ ຣາມາຍະນະ ແລະ ມະຫາພາຣະຕະ ໄປເຜີຍແຜ່, ໃນຖານະຜູ້ສ້າງວັດວາອາຮາມ ແລະ ໃນຖານະຜູ້ນຳພາແນວຄິດທີ່ວ່າ ພະເຈົ້າສະຖິດຢູ່ໃນທຸກສັບພະສິ່ງຂອງການສ້າງ. ຫຼາຍສັດຕະວັດຕໍ່ມາ, ເມື່ອພວກເຮົາຍ່າງຜ່ານບັນດາບ້ານໃນບາຫຼີ ແລະ ໄດ້ເຫັນສະຖານບູຊາຂອງສາສະໜາຮິນດູ, ໄດ້ຍິນເລື່ອງຣາມາຍະນະທີ່ຖືກຮ້ອຍຮຽງເຂົ້າໄປໃນສິນລະປະທ້ອງຖິ່ນ, ພວກເຮົາກໍຕະໜັກໄດ້ວ່າ ຂົວເຊື່ອມໂຍງທາງທະເລນີ້ບໍ່ເຄີຍຂາດສາຍລົງຢ່າງແທ້ຈິງ. ມັນພຽງແຕ່ປ່ຽນຮູບແບບໄປຕາມການເວລາ.
ປັດຈຸບັນ, ຂົວເຊື່ອມໂຍງດັ່ງກ່າວກຳລັງຖືກເສີມສ້າງຂຶ້ນຢ່າງຕັ້ງໃຈ. ໃນລະຫວ່າງການຢ້ຽມຢາມລັດຖະກິດອິນໂດເນເຊຍຄັ້ງຫຼ້າສຸດ ໃນເດືອນກໍລະກົດ 2026, ທ່ານ ນາເຣນທຣະ ໂມທີ, ນາຍົກລັດຖະມົນຕີອິນເດຍ, ໄດ້ເດີນທາງໄປຢ້ຽມຊົມກຸ່ມໂບຮານສະຖານປຣຳບານັນ ໃກ້ເມືອງຢອກຢາກາຕາ ເຊິ່ງເປັນກຸ່ມສາສະນະສະຖານທີ່ອຸທິດແກ່ພະສິວະທີ່ໃຫຍ່ທີ່ສຸດໃນອິນໂດເນເຊຍ. ທີ່ນັ້ນ, ຮ່ວມກັບ ທ່ານ ປຣາໂບໂວ ຊູບຽນໂຕ, ປະທານາທິບໍດີອິນໂດເນເຊຍ, ທ່ານໄດ້ເປີດແຜ່ນຈາລຶກທີ່ລະບຸເຖິງການເລີ່ມຕົ້ນວຽກງານອະນຸລັກ ແລະ ບູລະນະສະຖານທີ່ໂດຍກົມສຳຫຼວດໂບຮານຄະດີອິນເດຍ ໃນສະຖານທີ່ມໍລະດົກໂລກຂອງ UNESCO ແຫ່ງນີ້. ປຣຳບານັນບໍ່ແມ່ນພຽງກ້ອນຫີນທີ່ວາງຊ້ອນກັນ; ແຕ່ເປັນດັ່ງບົດກະວີທີ່ຖືກຈາລຶກລົງໃນຫີນບາຊອນ. ການສະແດງ ຣາມາຍະນະ ອັນໂດ່ງດັງຂອງສະຖານທີ່ນີ້ ໄດ້ຮັບການຍົກຍ້ອງວ່າເປັນໜຶ່ງໃນການສະແດງທີ່ບໍລິສຸດ ແລະ ປະນີດຊັບຊ້ອນທີ່ສຸດໃນໂລກ; ສິນລະປະອິນໂດເນເຊຍໄດ້ເຮັດໃຫ້ມະຫາກາບຈາກອິນເດຍມີຊີວິດຂຶ້ນໃໝ່ ແລະ ບັດນີ້ຜູ້ຊ່ຽວຊານຈາກອິນເດຍກໍກຳລັງຮ່ວມມືຊ່ວຍອະນຸລັກມໍລະດົກຮ່ວມນີ້ໄວ້ໃຫ້ແກ່ຄົນຮຸ່ນຫຼັງ.
ຈິດວິນຍານແຫ່ງຄວາມເປັນພາຄີນີ້ ປາກົດໃຫ້ເຫັນຢ່າງຊັດເຈນຕະຫຼອດລຸ່ມແມ່ນ້ຳຂອງ ແລະ ດິນແດນອື່ນໆ. ໃນ ສປປ ລາວ, ອິນເດຍໄດ້ຮ່ວມມືກັນໃນການບູລະນະວັດພູ ອັນເປັນສາສະນະສະຖານເກົ່າແກ່ທີ່ເຄີຍອຸທິດແກ່ພະສິວະ ແລະ ຕໍ່ມາໄດ້ກາຍເປັນສາສະນະສະຖານຂອງພຸດທະສາສະໜາ ຢູ່ຕີນພູຫຼິງຄະປະຣະວະຕະອັນສັກສິດ. ຢູ່ທີ່ນີ້, ບັນດາກ້ອນຫີນເປັນດັ່ງພະຍານທີ່ບອກເລື່ອງການໂອບກອດກັນລະຫວ່າງສາສະໜາສິວະ ແລະ ພຸດທະສາສະໜາ, ແລະ ບອກເຖິງວິທີທີ່ວັດທະນະທຳຂອງພວກເຮົາບໍ່ເຄີຍເຫັນສັດທາເປັນກຳແພງ ແຕ່ເປັນໜ້າຕ່າງທີ່ເປີດສູ່ກັນ. ອິນເດຍຍັງໃຫ້ການສະໜັບສະໜູນແກ່ການອະນຸລັກສິນລະປະ ຜາລັກຜາລາມ (Pha Lak Pha Lam) ອັນເປັນຮູບແບບສິນລະປະຣາມາຍະນະ, ການສະແດງຫຸ່ນເງົາ ແລະ ຈິດຕະກຳຝາຜະໜັງຢູ່ວັດປ່າແຄ ທີ່ສະແດງເລື່ອງຊາດົກ ແລະ ເລື່ອງຣາມາຍະນະ, ເພື່ອຮັບປະກັນວ່າ ບັນດາສິນລະປິນທ້ອງຖິ່ນຈະຍັງຄົງເປັນຜູ້ສືບທອດ ແລະ ຮັກສາມໍລະດົກມະຫາກາບນີ້ໃຫ້ມີຊີວິດຢູ່ ບໍ່ແມ່ນເປັນພຽງຜູ້ຊົມເທົ່ານັ້ນ.
ໃນກຳປູເຈຍ, ອິນເດຍແມ່ນປະເທດທຳອິດທີ່ຍື່ນມືເຂົ້າຊ່ວຍເຫຼືອໃນການອະນຸລັກອັງກໍວັດ ຫຼັງຈາກບາດແຜແຫ່ງຄວາມຂັດແຍ້ງ. ຄວາມມຸ່ງໝັ້ນນີ້ໄດ້ສືບຕໍ່ຜ່ານໂຄງການບູລະນະທີ່ຕາພຣົມ ແລະ ພຣະວິຫານ, ຕະຫຼອດຮອດການໃຫ້ການຊ່ວຍເຫຼືອແກ່ວັດອາສະຣົມະ ມະຫາຣຸດສີ ແລະ ຈິດຕະກຳຝາຜະໜັງຂອງວັດຣາຊາໂບ. ໂຄງການເຫຼົ່ານີ້ບໍ່ແມ່ນພຽງໂຄງການດ້ານເຕັກນິກ; ແຕ່ເປັນການສະແດງອອກເຖິງສັດທາທີ່ມີຕໍ່ອະນາຄົດຮ່ວມກັນ. ທຸກໆກ້ອນຫີນທີ່ຖືກທຳຄວາມສະອາດ, ທຸກໆເສົາທີ່ຖືກເສີມຄວາມໝັ້ນຄົງ ລ້ວນກຳລັງບອກຕໍ່ໂລກວ່າ ອະດີດຂອງພວກເຮົາແມ່ນມໍລະດົກຮ່ວມກັນ ແລະ ການປົກປັກຮັກສາມໍລະດົກນັ້ນກໍເປັນຄວາມຮັບຜິດຊອບຮ່ວມກັນ.
ຫວຽດນາມກໍໄດ້ເປີດຮັບການຮ່ວມມືຈາກອິນເດຍເຊັ່ນກັນ. ທີ່ຫມີເຊີນ (My Son), ອີກໜຶ່ງສະຖານທີ່ມໍລະດົກໂລກຂອງ UNESCO, ນັກໂບຮານຄະດີຈາກອິນເດຍໄດ້ຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມງານຫວຽດນາມ ໃນການບູລະນະກຸ່ມສາສະນະສະຖານຕ່າງໆ ທີ່ຍັງດັງກ້ອງໄປດ້ວຍຄວາມຊົງຈຳເຖິງກະສັດຈາມ ແລະ ພິທີກຳຕາມຄະຕິສາສະໜາສິວະ. ອິນເດຍຍັງໃຫ້ການສະໜັບສະໜູນໃນການອະນຸລັກຫໍນານ (Nhan Tower) ແລະ ການເຮັດໃຫ້ໃບລານ ແລະ ໜັງສືໂບຮານຂອງຊາວຈາມເປັນຮູບແບບດິຈິຕອນ, ເພື່ອນຳພາພູມປັນຍາຈາກອະດີດເຂົ້າສູ່ຍຸກດິຈິຕອນ ໃຫ້ນັກຄົ້ນຄວ້າໜຸ່ມສາວຢູ່ຮ່າໂນ້ຍ ຫຼື ເຈນໄນ ສາມາດເຂົ້າເຖິງມໍລະດົກຮ່ວມນີ້ໄດ້ພຽງດ້ວຍການຄລິກດຽວ.
ເລື່ອງລາວແຫ່ງສາຍສຳພັນທາງວັດທະນະທຳຂອງພວກເຮົາ ບໍ່ໄດ້ຈຳກັດຢູ່ພຽງບັນດາໂບຮານສະຖານເທົ່ານັ້ນ. ມັນຍັງຖືກສືບທອດຜ່ານພະບໍລິສຸດ ແລະ ສັດທາທີ່ຍັງຄົງດຳລົງຢູ່. ການອັນເຊີນພະບໍລິສຸດຂອງພະພຸດທະເຈົ້າ ແລະ ພະສາວົກຂອງພະອົງໄປປະດິດສະຖານໃຫ້ປະຊາຊົນເຄົາລົບບູຊາໃນໄທ ແລະ ຫວຽດນາມ ໃນໄລຍະຫຼ້າສຸດ ໄດ້ມີປະຊາຊົນນັບລ້ານຄົນພາກັນເດີນທາງມາສັກກາລະບູຊາ, ໂດຍມີທັງພະບໍລົມວົງສານຸວົງ, ຜູ້ນຳປະເທດ ແລະ ປະຊາຊົນທົ່ວໄປ. ເມື່ອພະບໍລິສຸດເຫຼົ່ານີ້ໄດ້ເດີນທາງຈາກອິນເດຍສູ່ອາຊີຕາເວັນອອກສ່ຽງໃຕ້, ພວກມັນໄດ້ເດີນຕາມຮອຍເສັ້ນທາງໂບຮານຂອງພຣະທຳມະ, ເຕືອນໃຫ້ພວກເຮົາລະນຶກວ່າ ຄວາມເມດຕາ ແລະ ປັນຍາໄດ້ໄຫຼເວຽນຢ່າງເສລີຂ້າມຜ່ານພົມແດນຂອງອາຊີມາໂດຍຕະຫຼອດ.
ບາງຄັ້ງ, ປະຫວັດສາດກໍຫວນກັບຄືນສູ່ບ້ານເກີດໃນຮູບຮ່າງທີ່ສາມາດສຳຜັດໄດ້. ການນຳແຜ່ນຈາລຶກທອງແດງຈາກເມືອງໄລເດັນ (Leiden) ໃນແບນຊິກ ກັບຄືນສູ່ອິນເດຍ, ເຊິ່ງເຊື່ອມໂຍງກັບບັນດາກະສັດໂຈລະ (Chola) ຜູ້ຍິ່ງໃຫຍ່ ແລະ ການແລກປ່ຽນທາງທະເລຂອງພວກເຂົາກັບອາຊີຕາເວັນອອກສ່ຽງໃຕ້, ແມ່ນໜຶ່ງໃນເຫດການດັ່ງກ່າວ. ແຜ່ນຈາລຶກເຫຼົ່ານີ້ເປັນດັ່ງ “ໜັງສືໂລຫະ” ທີ່ບັນທຶກເຖິງສາຍສຳພັນ, ເປັນຫຼັກຖານວ່າ ພໍ່ຄ້າ ແລະ ຜູ້ປົກຄອງຈາກອິນເດຍໄດ້ຕິດຕໍ່ສຳພັນກັບອິນໂດເນເຊຍ ແລະ ດິນແດນອື່ນໆ ດ້ວຍຈິດໃຈແຫ່ງການເຄົາລົບ ແລະ ຜົນປະໂຫຍດຮ່ວມກັນ. ການນຳສິ່ງລ້ຳຄ່າເຫຼົ່ານີ້ກັບຄືນມາ ບໍ່ແມ່ນພຽງເຫດການທີ່ກໍ່ໃຫ້ເກີດອາລົມຮ່ວມໃນສັງຄົມອິນເດຍເທົ່ານັ້ນ; ແຕ່ຍັງຕອກຢ້ຳເຖິງຄວາມພາກພູມໃຈຮ່ວມກັນ ທີ່ອິນເດຍ ແລະ ບັນດາຄູ່ຮ່ວມງານໃນອາຊີຕາເວັນອອກສ່ຽງໃຕ້ ມີຕໍ່ປະຫວັດສາດທີ່ຖັກທໍເຂົ້າຫາກັນ.
ເພື່ອຮ້ອຍຮຽງສາຍໃຍເຫຼົ່ານີ້ເຂົ້າດ້ວຍກັນ, ອິນເດຍ ແລະ ບັນດາຄູ່ຮ່ວມງານລຸ່ມແມ່ນ້ຳຂອງ ຍັງໄດ້ສ້າງພື້ນທີ່ໃໝ່ໆສຳລັບການສົນທະນາ. ພິພິທະພັນຜ້າທໍປະເພນີອາຊີ MGC ທີ່ເມືອງສຽມຣຽບ, ເຊິ່ງກໍ່ຕັ້ງຂຶ້ນພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ–ຄົງຄາ, ໄດ້ນຳສະແດງມໍລະດົກອັນຮັ່ງມີຂອງສິລະປະການທໍຜ້າຂອງ ອິນເດຍ, ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ. ເມື່ອຜູ້ມາຢ້ຽມຊົມເດີນຜ່ານຫ້ອງຈັດສະແດງ ແລະ ເຫັນຜ້າອິກັດຈາກໂອດິຊາ, ຜ້າໄໝຈາກໄທ, ຜືນຜ້າຈາກມຽນມາ ແລະ ຜ້າຍົກດອກຈາກກຳປູເຈຍ ຖືກຈັດວາງຄຽງຄູ່ກັນ, ພວກເຂົາຈະເຂົ້າໃຈວ່າ ກີ່ຕໍ່າຫູກນັ້ນໄດ້ເຮັດໜ້າທີ່ເປັນ “ນັກການທູດ” ມາໂດຍຕະຫຼອດ, ຄ່ອຍໆສ້າງຄວາມໄວ້ວາງໃຈ ແລະ ຄວາມຄຸ້ນເຄີຍຂ້າມພົມແດນຢ່າງງຽບ ໆ.
ບົດໃໝ່ໆກຳລັງຖືກຂຽນຂຶ້ນແມ່ນແຕ່ໃນເວລານີ້. ໂຄງການທີ່ກຳລັງຈະດຳເນີນການໃນອະນາຄົດ ລວມເຖິງການບູລະນະຈິດຕະກຳຣາມາຍະນະຢູ່ວັດປ່າແຄ ໃນຫຼວງພະບາງ ແລະ ຢູ່ພະລາຊະວັງໃນພະນົມເປັນ, ພ້ອມທັງການສືບຕໍ່ສະໜັບສະໜູນວຽກງານອະນຸລັກມໍລະດົກພຸດທະສາສະໜາຢູ່ບາການ, ມຽນມາ. ແຕ່ລະໂຄງການລ້ວນເປັນຄຳໝັ້ນສັນຍາວ່າ: ການມີສ່ວນຮ່ວມຂອງອິນເດຍກັບອາຊີຕາເວັນອອກສ່ຽງໃຕ້ ຈະຍຶດຖືການເຄົາລົບຮີດຄອງທ້ອງຖິ່ນ, ຢືນຢູ່ເທິງຄຸນຄ່າຮ່ວມກັນ ແລະ ມຸ່ງໝັ້ນໃນການເສີມພະລັງໃຫ້ແກ່ຊຸມຊົນ.
ໃນວັນເອກະລາດນີ້, ໃນຂະນະທີ່ອິນເດຍສະຫຼອງການເດີນທາງຂອງຕົນຈາກການປົກຄອງແບບອານານິຄົມ ສູ່ຄວາມທັນສະໄໝທີ່ໝັ້ນໃຈໃນຕົນເອງ, ພວກເຮົາກໍສະຫຼອງດ້ວຍຄວາມຂອບໃຈຕໍ່ບັນດາມິດສະຫາຍຮ່ວມອາລະຍະທຳຂອງພວກເຮົາ. ອາຊີຕາເວັນອອກສ່ຽງໃຕ້ບໍ່ແມ່ນພາກພື້ນອັນຫ່າງໄກສຳລັບພວກເຮົາ; ແຕ່ແມ່ນຄອບຄົວ. ວັດວາອາຮາມຂອງພວກເຮົາອາດຖືກແຍກຈາກກັນດ້ວຍທະເລ, ຕົວອັກສອນອາດແຕກຕ່າງກັນ, ພາສາອາດມີສຽງແຕກຕ່າງກັນ, ແຕ່ເລື່ອງລາວທີ່ຖືກແກະສະຫຼັກໄວ້ໃນຫີນ ແລະ ຖືກຂັບຮ້ອງຢູ່ເທິງເວທີ ກຳລັງບອກເຮົາວ່າ ພວກເຮົາລ້ວນເປັນສ່ວນໜຶ່ງຂອງມະຫາກາພະອາຊີອັນຍິ່ງໃຫຍ່ຮ່ວມກັນ.
ເມື່ອພວກເຮົາແນມໄປສູ່ອະນາຄົດ, ຈຸດຍືນຂອງອິນເດຍມີຄວາມຊັດເຈນ: ພວກເຮົາຈະສືບຕໍ່ລົງທຶນໃນການອະນຸລັກມໍລະດົກຮ່ວມກັນ, ສະຫຼອງມະຫາກາບຮ່ວມກັນ ແລະ ສ້າງຊ່ອງທາງໃໝ່ໆ ບໍ່ວ່າຈະໃນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ຫຼື ເຕັກໂນໂລຊີ, ເພື່ອໃຫ້ປະຊາຊົນຂອງພວກເຮົາຮູ້ຈັກ ແລະ ເຂົ້າໃຈກັນໃຫ້ດີຍິ່ງຂຶ້ນ. ເພາະເມື່ອອາລະຍະທຳທີ່ເຄີຍຮ່ວມເດີນທາງກັນມາເປັນເວລາກວ່າສອງພັນປີ ກັບມາຟື້ນຟູມິດຕະພາບຂອງຕົນອີກຄັ້ງໃນສະຕະວັດທີ 21, ພວກເຂົາບໍ່ໄດ້ເຮັດພຽງແຕ່ໃຫ້ກຽດແກ່ອະດີດເທົ່ານັ້ນ. ແຕ່ພວກເຂົາກຳລັງຈຸດປະທີບແຫ່ງອະນາຄົດຂຶ້ນດວງໜຶ່ງ, ດວງປະທີບທີ່ສາມາດນຳທາງໃຫ້ພວກເຮົາທັງໝົດ ຂ້າມຜ່ານຈາກແມ່ນ້ຳຂອງສູ່ແມ່ນ້ຳຄົງຄາ ແລະ ເດີນໜ້າໄປສູ່ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມເຂົ້າໃຈອັນເລິກເຊິ່ງຕໍ່ກັນແລະກັນ.
ອາມິດ ຕຣິປາທີ (Amish Tripathi) ເປັນນັກປະພັນຜູ້ມີຜົນງານຂາຍດີ, ເຈົ້າຂອງລາງວັນຫຼາຍລາງວັນ, ນັກຈັດລາຍການ ແລະ ຜູ້ຜະລິດວິດີໂອເກມ.