ສປປ ລາວ ສືບຕໍ່ກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ CCM

ໃນວັນທີ 14 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ສືບຕໍ່ດໍາເນີນພາຍໃຕ້ພາກກອງປະຊຸມລະດັບສູງ (High Level Segment) ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ, ຍົກໃຫ້ເຫັນຈຸດປະສົງ ແລະ ລະດັບຄາດໝາຍຂອງກອງປະຊຸມທົບທວນຄັ້ງນີ້, ເພື່ອກວດກາຄືນຄວາມຄືບໜ້າຜ່ານມາ ແລະ ກຳນົດທິດທາງໃນການຮ່ວມມືໃນອະນາຄົດ ເປັນຕົ້ນແມ່ນໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ກໍຄື ວົງຄະນະຍາດສາກົນເອົາ ໃຈໃສ່ປະຕິບັດສົນທິສັນຍາດັ່ງກ່າວໃຫ້ເກີດຜົນເປັນຈິງ, ເພີ່ມທະວີຄວາມສາມັກຄີ, ຖືເອົາປະຊາຊົນ ແລະ ຜູ້ລອດຊີວິດເປັນໃຈກາງ, ຫຼີກລ່ຽງການສ້າງພາລະເພີ່ມໃຫ້ປະເທດທີ່ໄດ້ຮັບຜົນກະທົບ, ເລັ່ງລັດຈັດຕັ້ງປະຕິບັດສົນທິສັນ ຍາ, ເພີ່ມທະວີການບຸກເບີກພື້ນທີ່, ໃຫ້ການສຶກສາກ່ຽວກັບຄວາມສ່ຽງດ້ານລະເບີດ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ຊຸກຍູ້ການເຂົ້າຮ່ວມເປັນພາຄີທົ່ວໂລກ, ເພີ່ມທະວີການຮ່ວມມື ແລະ ລະດົມທຶນຈາກສາກົນ.

ໃນພາກກອງປະຊຸມລະດັບສູງນີ້, ທ່ານ ນາງ ອາມິດາ ຊານຊີອາ ອາລິດຈາບານາ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ທັງເປັນເລຂາທິການຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN ESCAP), ມີທ່ານ ຢືກ ເລົາເບີ ຮອງປະທານຄະນະກຳມະການກາແດງສາກົນ (ICRC) ແລະ ຜູ້ຕາງໜ້າຈາກເຄືອຂ່າຍເພື່ອການເກືອດຫ້າມລະເບີດລູກຫວ່ານ (CMC) ໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ແລະ ຄວາມຄາດຫວັງຕໍ່ກອງປະຊຸມທົບທວນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງການສະໜັບສະໜູນອັນສະເໝີຕົ້ນສະເໝີປາຍ ຈາກອົງການສາກົນ ຕໍ່ຂະບວນການຂອງສົນທິສັນຍາ, ຊົມເຊີຍຄວາມພະຍາຍາມຂອງ ສປປ ລາວ ຕະຫຼອດ 16 ປີທີ່ຜ່ານມາ ນັບແຕ່ການເປັນເຈົ້າພາບກອງປະຊຸມລັດພາຄີຄັ້ງທີ 1 ໃນປີ 2010 ຈາກເປັນປະເທດຜູ້ເຄາະຮ້າຍ ກາຍເປັນປະເທດທີ່ນຳພາການຈັດຕັ້ງປະຕິບັດສົນທິສັນ ຍາດັ່ງກ່າວຢ່າງຕັ້ງໜ້າ.

ໃນວາລະດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າຄະນະຜູ້ແທນ ສປປ ລາວກ່າວຄໍາເຫັນ ໂດຍຢໍ້າຄືນເຖິງຜົນກະທົບຂອງລະເບີດບໍ່ທັນແຕກຢູ່ ສປປ ລາວ ຍັງສືບ ຕໍ່ເປັນໄພອັນຕະລາຍຕໍ່ຊີວິດ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ ນັບແຕ່ອະດີດຈົນເຖິງປັດຈຸ ບັນ ຊຶ່ງລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດເອົາການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງເປັນບຸລິມະ ສິດໃນຍຸດທະສາດໄລຍະຍາວ ແລະ ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດທີ 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ”. ພ້ອມກັນນັ້ນ, ທ່ານກໍໄດ້ກ່າວເຖິງສິ່ງທ້າທາຍດ້ານງົບປະມານທີ່ສົ່ງຜົນກະທົບຕໍ່ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງຫຼີກລ່ຽງບໍ່ໄດ້, ຈຶ່ງຮຽກຮ້ອງໃຫ້ມີການຊ່ວຍເຫຼືອ ແລະ ຄວາມຮ່ວມມືຈາກສາກົນຢ່າງຕໍ່ເນື່ອງ, ຢໍ້າຄືນຄວາມໝາຍໝັ້ນຮ່ວມກັນ ແລະ ເປົ້າໝາຍທີ່ສຳຄັນໃນການປະຊຸມຄັ້ງນີ້, ເພື່ອຮັບຮອງເອົາແຜນປະຕິບັດງານນະຄອນຫຼວງວຽງຈັນປີ 2027-2031 ເພື່ອເປັນທິດທາງໃນການຮ່ວມມືກັນແກ້ໄຂບັນຫາລະເບີດລູກຫວ່ານໃນ 5 ປີຂ້າງໜ້າ.

ນອກຈາກນັ້ນ, ຜູ້ແທນຂັ້ນສູງຈາກ 4 ປະເທດໄດ້ຜັດປ່ຽນກັນຂຶ້ນກ່າວຄຳປາໄສ ປະກອບມີ: ທ່ານ ລີ ທຸດ (H.E Dr. Ly Thuch) ລັດຖະມົນຕີອາວຸໂສ ຮອງປະທານຜູ້ທີ່ໜຶ່ງຂອງຄະນະກຳມະການແກ້ໄຂບັນຫາລະເບີດຕົກຄ້າງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຣາຊະອານາຈັກກຳປູເຈຍ; ທ່ານ ເບັນດິໂຕ ດອສ ຊານໂຕສ ຟີອິດຕ້າ (H.E Mr. Bendito dos Santos Freitas) ລັດຖະມົນຕີກະຊວງການຕ່າງປະເທດຕີມໍແລັສເຕ; ທ່ານ ນາງ ຫງວຽນວາງ ເວິນ (H.E Ms. Nguyen Thi Hoang Van) ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ; ແລະ ທ່ານ ຊາລຸນ ຈະເລີນສຸວັນ (H.E Sarun Charoensuwan) ຮອງລັດຖະມົນຕີກະຊວງການຕ່າງປະເທດຣາຊາອານາຈັກໄທ. ບັນດາຜູ້ແທນໄດ້ສະແດງຄວາມມຸ່ງໝັ້ນຕໍ່ສົນທິສັນຍາ, ຍົກຜົນງານ ແລະ ຄວາມສຳຄັນຂອງການຮ່ວມມືພາກພື້ນ ແລະ ສາກົນ ເພື່ອຮັບປະກັນການປະຕິບັດສົນທິສັນຍາໃຫ້ເກີດຜົນຈິງ.

ໃນຕອນແລງຂອງວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າ ເພື່ອຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ງານດັ່ງກ່າວເປັນໂອກາດອັນດີໃຫ້ບັນດາຜູ້ແທນໄດ້ພົບປະສົນທະນາແລກປ່ຽນຄວາມຄິດເຫັນໃນບັນຍາກາດບໍ່ເປັນທາງການ, ພ້ອມກັນນັ້ນ, ກໍໄດ້ຮັບຊົມການສະແດງສິລະປະ ແລະ ວັດທະນະທຳອັນເປັນເອກະລັກຂອງ ສປປ ລາວ ອີກດ້ວຍ.

ກອງປະຊຸມ 3RC-CCM ຈະດຳເນີນໄປນັບແຕ່ວັນທີ 14 ເຖິງ 18 ກັນຍາ 2026, ຊຶ່ງຈະຮ່ວມກັນເຈລະ ຈາ ແລະ ຮັບຮອງເອົາເອກະສານສຳຄັນ 3 ສະບັບ ຄື: ເອກະສານທົບທວນການຈັດຕັ້ງປະຕິບັດສົນທິສັນຍາ, ແຜນປະຕິບັດງານນະຄອນຫຼວງວຽງຈັນ 2027-2031 (Vientiane Capital Action Plan 2027-2031) ແລະ ຖະແຫຼງການ ການເມືອງ (Political Declaration) ທີ່ຈະກໍານົດທິດທາງ ແລະ ບຸລິມະສິດຂອງສົນທິ ສັນຍາ CCM ໃນໄລຍະ 5 ປີຕໍ່ໜ້າ. ກອງປະຊຸມທົບທວນຄັ້ງນີ້, ແມ່ນການສືບຕໍ່ບາດກ້າວສຳຄັນໜຶ່ງໃນຄວາມພະຍາຍາມຮ່ວມກັນຂອງປະຊາຄົມໂລກ ເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານຢ່າງແທ້ຈິງ.

ແຫຼ່ງຂ່າວ: ຫ້ອງການ ຄຊກລ

error: Content is protected !!