ຮ້ານນວດ-ຮ້ານກິນ-ດື່ມຂອງຄົນຕ່າງປະເທດ ບໍ່ໃຫ້ການຮ່ວມມືຕໍ່ການປະຕິບັດມາດຕະການຕ້ານພະຍາດ COVID-19

ບັນດາຮ້ານບັນເທີງ ຄາຣາໂອເກະ ຮ້ານອາຫານ ຮ້ານກິນ-ດື່ມ ແລະ ອື່ນໆ ທັງໃນຮົ່ມ ແລະ ກາງ ແຈ້ງ ຢູ່ນະຄອນຫຼວງວຽງຈັນ ໄດ້ປະຕິບັດຕາມແຈ້ງການຂອງຂັ້ນເທິງ ແລະ ຢຸດໃຫ້ການບໍລິການເປັນສ່ວນຫຼາຍ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແຕ່ຮ້ານນວດ ແລະ ຮ້ານກິນ-ດື່ມຈໍານວນບໍ່ໜ້ອຍ ຍັງຝ່າຝືນ ແລະ ເປີດໃຫ້ບໍລິການໂດຍບໍ່ຄໍານຶງເຖິງຜົນກະທົບທີ່ຈະຕາມມາ.

ວັນທີ 27 ແລະ 28 ມີນາ 2020 ຄະນະກຳມະການສະເພາະກິດ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ນໍາໂດຍທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງຕິດຕາມ ກວດກາ ແລະ ແນະນໍາຜູ້ປະກອບການຮ້ານອາຫານ ຮ້ານກິນ-ດື່ມ ຮ້ານນວດ-ສະປາ ແລະ ອື່ນໆ ຢູ່ເຂດເມືອງສີໂຄດຕະບອງ ຈັນທະບູລີ ໄຊເສດຖາ ແລະ ສີສັດຕະນາກ ຜ່ານການຕິດຕາມກວດກາບັນດາຮ້ານບັນເທີງ ຄາຣາໂອເກະ ຮ້ານອາຫານຈໍານວນຫຼາຍໄດ້ຢຸດໃຫ້ການບໍລິການແລ້ວ ເປັນຕົ້ນ

ຮ້ານອາຫານມູນເດີໄນ ຮ້ານນວດຂຸນຕາທ່າ ຮ້ານອາຫານຂອງເຮົາ ຮ້ານອາຫານ 3 ແຍກປາກປ່າສັກ ສ່ວນຮ້ານອາຫານເຮືອແພບອກຕໍ່ ຮ້ານອາຫານຂອບໃຈເດີ້ ຮ້ານອາຫານຕຸກຕິກ ຮ້ານກິນ-ດື່ມເຂດບ້ານໂພນປ່າເປົ້າ ຮ້ານນວດ ແລະ ຮ້ານກິນ-ດື່ມຂອງຄົນຕ່າງປະເທດຢູ່ເຂດບ້ານໜອງດ້ວງ ດົງນາໂຊກ ດົງນາທອງ ຮ້ານກິນ-ດື່ມຂອງຄົນລາວຢູ່ເຂດບ້ານໜອງແຕ່ງເໝືອ ຍັງເປີດບໍລິການ ເຊິ່ງຄະນະກໍາມະການໄດ້ແນະນໍາໃຫ້ຢຸດເຊົາ ແລະ ເຮັດບົດບັນທຶກໄວ້ເປັນຫຼັກຖານ.

error: Content is protected !!