ມູນນິທິຮ່ວມໃຈພັດທະນາລາວ ມອບອຸປະກອນການແພດ ຕ້ານ COVID-19

    ມູນນິທິຮ່ວມໃຈພັດທະນາລາວ ເປັນມູນນິທິໜຶ່ງທີ່ເຫັນໄດ້ຄວາມສຳຄັນໃນການປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແລະ ເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງປະຊາຊົນລາວ ກໍຄືຊາວນະຄອນຫຼວງວຽງຈັນ ລວມທັງພະນັກງານແພດໝໍ.

    ວັນທີ 30 ມີນາ 2020 ທີ່ແນວລາວສ້າງຊາດນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບອຸປະກອນການແພດເພື່ອຕ້ານກັບພະຍາດ COVID-19 ຕາງໜ້າມອບຂອງທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາລາວ ຕາງໜ້າຮັບຂອງທ່ານ ຖະໜອມ ທຳທອງ ປະທານແນວລາວ ສ້າງຊາດນະຄອນຫຼວງວຽງຈັນ ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

    ສຳລັບອຸປະກອນການແພດທີ່ທາງມູນນິທິຮ່ວມໃຈພັດທະນາລາວນຳມາມອບໃນຄັ້ງນີ້ ປະກອບມີ ຜ້າອັດປາກ ຈຳນວນ 50 ກັບ ເຈວລ້າງມື ຂະໜາດ 500 ມິລີລິດ ຈຳນວນ 10 ອັນ ເຫຼົ້າ 90 ຈຳນວນ 3 ອັນ ຊຸດປ້ອງກັນ 10 ຊຸດ ເຄື່ອງວັດແທກອຸນຫະພູມ 1 ອັນ ລວມມູນຄ່າເກືອບ 10 ລ້ານກີບ.

ພາບ-ຂາວ: ເພັດສະໝອນ

error: Content is protected !!