
ວັນທີ 29 ມີນາ 2020 ທີ່ອາຄານກຽດຕິຍົດ ສະໜາມບິນສາກົນວັດໄຕ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈໍານວນ 12 ທ່ານ ຢ່າງເປັນທາງການ ແລະ ສົມກຽດ ໂດຍແມ່ນ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ

ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແລະ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍານະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ບັນຍາກາດໃນການຕ້ອນຮັບຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ພາຍໃຕ້ຄໍາຂວັນ “ຮ່ວມມືກັນຕ້ານພະຍາດ COVID-19 ຮ່ວມທຸກຮ່ວມຍາກ” ເຊິ່ງແຜນການເຮັດວຽກຂອງຄະນະແພດ ແລະ ຊ່ຽວຊານ ຈະດໍາເນີນໄປໃນໄລຍະເວລາ 14 ວັນ ໂດຍແບ່ງປັນປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ກວດຄັດກອງຫາຜູ້ຕິດເຊື້ອ ກວດວິເຄາະເຊື້ອພະຍາດຢູ່ຫ້ອງທົດລອງ ແລະ ປິ່ນປົວຄົນເຈັບ ພ້ອມທັງແລກປ່ຽນບົດຮຽນກັບກະຊວງສາທາລະນະສຸກ ແລະ ໂຮງໝໍສູນກາງຂອງ ສປປ ລາວ.
ພາບ-ຂ່າວ: ຂັນທະວີ