ຫວນຄືນມູນເຊື້ອວັນສ້າງຕັ້ງພັກກອມມູນິດກູບາ

     ວັນທີ 02 ຕຸລາ 2020 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກ ສະມາຄົມມິດຕະພາບລາວ-ກູບາ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສ ກູບາ ປະຈຳ ສປປ ລາວ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 55 ປີ (03 ຕຸລາ 1965-03 ຕຸລາ 2020) ທີ່ຄະນະໂຄສະນາອົບຮົມສູນກາງພັກ ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ  ຫົວໜ້າໂຄສະນາອົບຮົມສູນກາງພັກ  ສະຫາຍນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານສະມະຄົມມິດຕະພາບລາວ-ກູບາ ມີບັນດາສະຫາຍຮອງເລຂາຄະນະພັກ ຄະນະນຳ ຄະນະກົມ ຈາກກະຊວງ-ອົງການອ້ອມຂ້າງສູນກາງພັກ ສະຖາບັນຕ່າງໆ ແລະ ນັກສຶກສາ.

    ໃນພິທີ ສະຫາຍ ປາໂບຼ ແອງໂຕນີໂອ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດກູບາ ປະຈຳ ສປປ ລາວ ໄດ້ເລົ່າຄືນເຖີງມູນເຊື້ອແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດກູບາ ໂດຍຍົກໃຫ້ເຫັນເຖີງບົດບາດການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດກູບາ ໂດຍມີສະຫາຍ ຟີແດນ ກລາສໂຕຼ ຣູດສ ເປັນຜູ້ນຳໃນເມື່ອກ່ອນ ພ້ອມກັນນັ້ນ ຍັງມີສະຫາຍ ຣາອູນ ກລາສໂຕຣ ຣູດສ ແລະ ສະຫາຍ ມີເກນ ດຽດສ ເປັນຜູ້ນຳຮຸ່ນຕໍ່ມາ ໄດ້ນຳພາປະຊາຊົນກູບາຍາດໄດ້ໄຊຊະນະ ແລະ ຜົນສຳເລັດຮອບດ້ານ ສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກູບາ ສາມາດປົກປ້ອງໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ບົດບາດ ອິດທິພົນຂອງກູບາສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ.

     ໂອກາດດຽວກັນນີ້ ສະຫາຍ ປອ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານສະມາຄົມມິດຕະພາບລາວ-ກູບາ ພ້ອມດ້ວຍຄະນະ ກໍໄດ້ເຂົ້າອວຍພອນສະຖານເອກອັກຄະລັດຖະທູດ ສ ກູບາ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສຳຄັນດັ່ງກ່າວ.

error: Content is protected !!