ຄາເຟ່ ອາເມຊອນ ຈັບສະຫຼາກແຈກໂຊກໃຫຍ່ທ້າຍປີ 2020

     ຄາເຟ່ ອາເມຊອນ ຈັດກິດຈະກຳສົ່ງເສີມການຂາຍ ໃນໂຄງການ “ລຸ້ນໂຊກໃຫຍ່ ສຸກໃຈໄປກັບບິນຄາເຟ່ອາເມຊອນ” ໂດຍການຈັບລາງວັນ ແລະ ປະກາດຜົນຄັ້ງທຳອິດ ວັນທີ 30 ກັນຍາຜ່ານມາ ຢູ່ສາຂາໂພນຕ້ອງ ເພື່ອໃຫ້ລູກຄ້າທົ່ວປະເທດມີສິດໄດ້ລາງວັນໃຫຍ່ ເຊັ່ນ: ລົດຈັກ Honda PCX i150 ໂທລະສັບມີຖື ກະເປົາເດີນທາງ ບັດຂອງຂວັນ ແລະ ລາງວັນອື່ນໆອີກ. 

    ທ່ານມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ກ່າວວ່າ: ເພື່ອຄືນກຳໄລໃຫ້ລູກຄ້າທີ່ໃຊ້ບໍລິການຊື້ສິນຄ້າພາຍໃນຮ້ານກາເຟ ຄາເຟ່ ອາເມຊອນ ທົ່ວປະເທດ ສາມາດຮ່ວມລຸ້ນໂຊກຮັບລາງວັນໄດ້ ໂດຍປ່ອນໃບບິນຄາເຟ່ ອາເມຊອນ ທີ່ມີມູນຄ່າ 20.000 ກີບຂຶ້ນໄປ ເລີ່ມສະສົມແຕ່ເດືອນ ສິງຫາ-30 ພະຈິກ 2020 ໃນນີ້ຈະຈັບລາງວັນ 3 ຄັ້ງ: ຄັ້ງທີ 1 ວັນທີ 30 ກັນຍາ ຄັ້ງທີ 2 ວັນທີ 30 ຕຸລາ ຄັ້ງທີ 3 ວັນທີ 30 ພະຈິກ 2020.

    ການຈັບສະຫຼາກຄັ້ງທໍາອິດ ປະກອບມີລາງວັນທີ 1 ລົດຈັກ Honda PCX i150 ຈໍານວນ 1 ລາງວັນ ຜູ້ໂຊກດີໄດ້ແກ່ທ່ານນາງ ສົມມະນີ ວົງສະຫວັດ ເບີໂທ 020 98070525 ລາງວັນທີ 2 ໂທລະສັບມືຖື OPPO A92 ທ່ານ ແຈັກ ວົງພາຈອນ ເບີໂທ 020 91529789 ແລະ ທ່ານນາງ ມີໄລວອນ ວັນນຸວົງ ເບີໂທ 020 56566363 ນອກນີ້ຍັງມີລາງວັນກະເປົາເດີນທາງອາເມຊອນ 5 ລາງວັນ ບັດຂອງຂວັນຄາເຟ່ອາເມຊອນ 10 ລາງວັນ ເຊິ່ງລາຍຊື່ຜູ້ໂຊກດີ ຕິດຕາມໄດ້ທີ່ເຟສບຸກ Café amazon Lao PDR.

error: Content is protected !!