ທູດອິນເດຍ ຈັດກິດຈະກຳສະຫຼອງວັນຄ້າຍວັນເກີດ ທ່ານ ມະຫາຕະມາ ຄານທີ

    ໃນວັນທີ 1 ຕຸລາ 2020 ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ໄດ້ຈັດກິດຈະກຳສະຫຼອງວັນຄ້າຍວັນເກີດຂອງທ່ານ ມະຫາຕະມາ ຄານທີ ຄົບຮອບ 150 ປີ ທີ່ໂຮງຮຽນ ສຣິສັດເຕຍໃສ ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ດິນກາ ອັດທານາ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ທ່ານ ບຸນຕຽມ ພິດສະໄໝ ປະທານສະມາຄົມມິດຕະພາບ ລາວ-ອິນເດຍ ມີບັນດາຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ທ່ານ ດິນກາ ອັດທານາ ໄດ້ກ່າວວ່າ: ກິດຈະກຳຄັ້ງນີ້ ຈັດຂຶ້ນ ເພື່ອເປັນການລະນຶກເຖິງທ່ານ ມະຫາຕະມາ ຄານທີ ຜູ້ເປັນບິດາຂອງປະເທດອິນເດຍ ທ່ານເປັນນັກຮັກສາສິ່ງແວດລ້ອມດີເດັ່ນ ມີຄວາມເຂົ້າໃຈຢ່າງທ່ຽງແທ້ ກ່ຽວກັບສາຍພົວພັນທຳມະຊາດກັບມະນຸດ ແລະ ການເດີນທາງ ທິດສະດີ ປັດຊະຍາຂອງຊີວິດ ສັງຄົມ ແລະ ການເມືອງ ຊີວິດຂອງທ່ານ ແມ່ນກ້າວໄປສູ່ເສັ້ນທາງແຫ່ງສັນຕິພາບ ແລະ ຄວາມຍືນຍົງ ໃຫ້ເຮົາເຫັນເຖິງການປ່ຽນແປງທີ່ເຮົາຕ້ອງການຢາກໃຫ້ເປັນໃນໂລກໜ່ວຍນີ້.

ທູດອິນເດຍ ຈັດກິດຈະກຳສະຫຼອງວັນຄ້າຍວັນເກີດ ທ່ານ ມະຫາຕະມາ ຄານທີ

ໃນພິທີໄດ້ຮັບຊົມຮູບເງົາກ່ຽວກັບປະຫວັດຂອງທ່ານ ມະຫາຕະມາ ຄານທີ ບົດເພງ ແລະ ສິລະປະຂອງນັກຮຽນພາຍໃນໂຮງຮຽນດັ່ງກ່າວອີກດ້ວຍ.

ທູດອິນເດຍ ຈັດກິດຈະກຳສະຫຼອງວັນຄ້າຍວັນເກີດ ທ່ານ ມະຫາຕະມາ ຄານທີ
ທູດອິນເດຍ ຈັດກິດຈະກຳສະຫຼອງວັນຄ້າຍວັນເກີດ ທ່ານ ມະຫາຕະມາ ຄານທີ
error: Content is protected !!