ງານແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ປະຈໍາປີ 2020

     ການແຂ່ງຂັນຊ່ວງເຮືອ ປະຈໍາປີ 2020 ຈັດຂຶ້ນໃນວັນທີ 3 ຕຸລາ 2020 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະການນໍາ ນວ ເມືອງ ພະແນກການອ້ອມຂ້າງ ພະນັກງານວິຊາການ ຜູ້ປະກອບການ ບໍລິສັດຫ້າງຮ້ານ ແລະ ມວນຊົນຊາວ ນວ ເຂົ້າຮ່ວມ.

     ສະເພາະປີ 2020 ນີ້ ການຈັດແຂ່ງຂັນເຮືອ 12 ສີພາຍ ຢູ່ທີ່ທ່າວັດຈັນ ລວມມີ 12 ລໍາ ເພື່ອເປັນການບູຊາໜ້ານໍ້າຕາມຮີດຄອງປະເພນີເທົ່ານັ້ນ ເນື່ອງຈາກວ່າ ໃນປັດຈຸບັນ ແມ່ນຍັງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ ປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID 19.

ສໍາລັບລາງວັນການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນປະຈໍາປີ 2020 ມີ 4 ລາງວັນຄື: ລາງວັນທີ1 ມີຂັນໂລ້ ມູນຄ່າ 1.300.000 ກີບ ແລະ ເງິນສົດ 10 ລ້ານກີບ ທີ 2 ຂັນໂລ້ ມູນຄ່າ 1.150.000 ກີບ ເງິນສົດ 8 ລ້ານກີບ ທີ 3 ຂັນໂລ້ ມູນຄ່າ 1.000.000 ກີບ ເງິນສົດ 6 ລ້ານກີບ ແລະ ທີ 4 ເງິນສົດ 4 ລ້ານກີບ.

error: Content is protected !!