ນາວາສັກສິດ ຄວ້າແຊັມການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນ

     ການແຂ່ງຂັນຊ່ວງເຮືອ ປະຈໍາປີ 2020 ຈັດຂຶ້ນໃນວັນທີ 3 ຕຸລາ 2020 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເລີ່ມຈັດຕັ້ງແຂ່ງຂັນແຕ່ເວລາ 8:30 ໂມງ ເປັນຕົ້ນມາຫາປັດຈຸບັນ ມີຜົນສໍາເລັດຢ່າງຈົບງາມ ໂດຍມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 12 ລໍາ ເຮືອ 12 ສີພາຍ.

ນາວາສັກສິດ ຄວ້າແຊັມການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນ
ນາວາສັກສິດ ຄວ້າແຊັມການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນ

    ຜ່ານການແຂ່ງຂັນ ເຫັນວ່າບັນດາສີພາຍເຮືອຊ່ວງແຕ່ລະທີມແມ່ນໄດ້ເອົາໃຈໃສ່ສຸມກໍາລັງເຫື່ອແຮງ ສະຕິປັນຍາຢ່າງສຸດຄວາມສາມາດ ເຮັດໃຫ້ມີບັນຍາກາດຄຶກຄື້ນ ແລະ ມ່ວນຊື່ນ ສາມາດຍາດລາງວັນໄດ້ຄື: ທີ 1 ໄດ້ແກ່ເຮືອນາວາສັກສິດ ໄດ້ຮັບຂັນໂລ້ ມູນຄ່າ 1.300.000 ກີບ ແລະ ເງິນສົດ 10 ລ້ານກີບ ທີ 2 ເຮືອ BK ຮອນດ້າ ໄດ້ຮັບຂັນໂລ້ ມູນຄ່າ 1.150.000 ກີບ ເງິນສົດ 8 ລ້ານກີບ ທີ 3 ເຮືອທິດາຟາໂລ ໄດ້ຮັບຂັນໂລ້ ມູນຄ່າ 1.000.000 ກີບ ເງິນສົດ 6 ລ້ານກີບ ແລະ ທີ 4 ເຮືອເຈົ້າມັງກອນ 88 ໄດ້ຮັບເງິນສົດ 4 ລ້ານກີບ ເຊິ່ງໃຫ້ກຽດຂຶ້ນມອບຂັນ ແລະ ເງິນລາງວັນ ໂດຍຄະນະປະທານຈັດງານ.

ນາວາສັກສິດ ຄວ້າແຊັມການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນ
ນາວາສັກສິດ ຄວ້າແຊັມການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນ
ນາວາສັກສິດ ຄວ້າແຊັມການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນ
ນາວາສັກສິດ ຄວ້າແຊັມການແຂ່ງຂັນຊ່ວງເຮືອ 12 ສີພາຍ ທີ່ທ່າວັດຈັນ
error: Content is protected !!