ນໍາສະເໜີລົດ All New HONDA CITY

    ບໍລິສັດ ນິວຈິບເຊັງ ຈໍາກັດ ນໍາສະເໜີລົດ All New HONDA CITY ຂຶ້ນວັນທີ 29 ກັນຍາຜ່ານມາ ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນປາກົດການຄັ້ງໃໝ່ທີ່ຈະປ່ຽນທຸກມາດຕະຖານຂອງລົດ CITY Car ໃນປະເທດເຮົາໃຫ້ກ້າວໄປອີກຂັ້ນ ກັບລົດ All New HONDA CITY ໃນ Generation ໃໝ່.

     HONDA CITY ຈາກ Generation ທໍາອິດ ໄດ້ນໍາສະເໜີໃນ ສປປ ລາວ ເຊິ່ງໄດ້ສ້າງປາກົດການໃໝ່ໃຫ້ຕະຫຼາດຍົນຕະກໍາຂອງບ້ານເຮົາ ມາຮອດ Generation ປັດຈຸບັນ HONDA CITY ໄດ້ພັດທະນາໃຫ້ດີຂຶ້ນຕາມລໍາດັບທັງດ້ານຮູບລັກຂອງໂຕລົດ ການອອກແບບ ສະມັດທະນະການຂັບຂີ່ ເຕັກໂນໂລຊີ ຄວາມປອດໄພ ລວມເຖິງສິ່ງອໍານວຍຄວາມສະດວກຕ່າງໆແບບຄົບຊຸດ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າຍຸກໃໝ່ ສະມັດທະນະການຂັບຂີ່ພັດທະນາພາຍໃຕ້ແນວຄິດ Enjoy the driver ການຂັບຂີ່ທີ່ຊົງພະລັງ ປະຢັດນໍ້າມັນ ທັງເປັນມິດກັບສິ່ງແວດລ້ອມ ເຄື່ອງຈັກແບບໃໝ່ Earth Tecnology i-VTEC 1.5l 1500cc 119 ແຮງມ້າ ແຮງບິດ 145 ນິວຕັນແມັດ.

    All new Honda City ລາຄາເລີ່ມຕົ້ນ 23.900 ໂດລາສະຫະລັດ ມີທັງລະບົບຈ່າຍສົດ ແລະ ຜ່ອນ ນອກນີ້ ຍັງສ່ວນຫຼຸດ ແລະ ຂອງແຖມອີກຫຼາຍລາຍການ.

error: Content is protected !!