ທ່ານນາຍົກ ຊົມເຊີຍບໍລິສັດ ຫົວເຫວີຍ ທີ່ຜະລິດສິນຄ້າຄຸນນະພາບດີ ຮັບໃຊ້ສັງຄົມລາວ

    ບໍລິສັດ ຫົວເຫວີຍ ລາວ ໄດ້ຮັບກຽດເຂົ້າຮ່ວມ ພ້ອມທັງຈັດຫ້ອງວາງສະແດງຜະລິດຕະພັນຕ່າງໆຂອງບໍລິສັດ ໃນໂອກາດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ວັນທີ 25 ກັນຍາ ຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.   

    ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມກອງປະຊຸມດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ກໍໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງຂອງບໍລິສັດ ຫົວເຫວີຍ ລາວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ​ ​ຈ້າວ ເຫວີຍຫົວ ປະທານບໍລິສັດ ຫົວເຫວີຍ ລາວ ພ້ອມຄະນະ.

    ທ່ານ ຈ້າວ ເຫວີຍຫົວ ກໍໄດ້ອະທິບາຍກ່ຽວກັບໂທລະສັບມືຖືຮຸ່ນໃໝ່ ທີ່ສາມາດຮອງຮັບ 5G ລວມເຖິງສິນຄ້າໃໝ່ ເຊັ່ນ: Huawei IdeaHub ລະບົບວີດີໂອປະຊຸມທາງໄກ ແລະ ໂຊລູ່ຊັ່ນໄອຊີທີຕ່າງໆ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຄວາມສົນໃຈກ່ຽວກັບໂທລະສັບມືຖື ທີ່ສາມາດຮອງຮັບ 5G ແຕ່ມີລາຄາທີ່ສົມເຫດສົມຜົນ ພ້ອມນີ້ທ່ານຍັງໄດ້ຊົມເຊີຍ ບໍລິສັດ ຫົວເຫວີຍ ທີ່ຜະລິດສິນຄ້າທີ່ມີຄຸນນະພາບດີເພື່ອຮັບໃຊ້ສັງຄົມລາວ ແລະ ຫວັງວ່າ 5G ສູນຂໍ້ມູນ ແລະ ໂຊລູຊັ້ນອື່ນໆ ຈະມີການປ່ຽນແປງໃນການພັດທະນາດິຈີຕອນລາວ.

error: Content is protected !!