ຫາດຊາຍຟອງ ສະເໜີຫຼາຍບັນຫາຕໍ່ ສສຊ-ສສ ນວ ເລັ່ງແກ້ໄຂ

    ການ​ລົງ​ພົບ​ປະ​ລະ­ຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກັບ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ປະ­ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ນຳ​ໂດຍ​ທ່ານ ປຣະ​ຈິດ ໄຊ​ຍະ​ວົງ ຮອງ​ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ ນວ ປະ­ທານ​ສະ­ມາ­ຄົມ​ຜູ້​ຈັດ​ສົ່ງ​ສິນ­ຄ້າ​ລະ­ຫວ່າງ​ປະ­ເທດ  ສສຊ ຊຸດ​ທີ VIII ທັງ​ເປັນ ສສ ນວ ຊຸດ​ທີ I ແລະ ທ່ານ ສຸກ​ສະ­ຫວັນ ບຸດ​ຕະ​ວົງ ຮອງ​ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ ນວ ສສ ນວ ຊຸດ​ທີ I ເພື່ອ​ເຜີຍ­ແຜ່​ຜົນ­ສຳ­ເລັດ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ I  ຢູ່​ສະ­ໂມ­ສອນ​ປົກ­ຄອງ​ເມືອງ​ໃນ​ອາ­ທິດ​ຜ່ານ​ມາ ມີ​ທ່ານ ຖາ­ວອນ ສີ​ຫາ​ມາ­ຍາ ຮອງ​ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ເມືອງ ແລະ ພະ­ນັກ­ງານ​ອ້ອມ​ຂ້າງ ເຂົ້າ​ຮ່ວມ.

    ໂອ­ກາດ​ນີ້ ທ່ານ​ຮອງ​ເຈົ້າ­ເມືອງ​ໄດ້​ກ່າວ​ລາຍ​ງານ​ຫຍໍ້​ໃຫ້​ຮູ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ເມືອງ​ວ່າ: ສຳ­ລັບ​ການ​ຜະ­ລິດ​ເນື້ອ­ທີ່​ນາ­ແຊງ 4.339 ເຮັກ­ຕາ ປະ­ຕິ­ບັດ​ໄດ້ 100% ມີ​ກຸ່ມ​ປູກ​ພືດ​ຜັກ​ສະ­ອາດ 3 ກຸ່ມ ເນື້ອ​ທີ 26 ເຮັກ­ຕາ ກຸ່ມ​ຜະ­ລິດ​ພືດ​ຜັກ​ອິນ​ຊີ 2 ກຸ່ມ ເນື້ອ­ທີ່ 9,84 ເຮັກ­ຕາ ມີ​ລະ­ບົບ​ຊົນ­ລະ­ປະ­ທານ 17 ແຫ່ງ ສຳ­ເລັດ​ໂຄງ­ການ​ກໍ່­ສ້າງ​ຄູ​ປ້ອງ​ກັນ​ນ້ຳ​ຖ້ວມ​ຄວາມ​ຍາວ 32,2 ກິ­ໂລ­ແມັດ ປີ 2019 ໄດ້​ຮັບ​ອະ­ນຸ­ມັດ​ງົບ­ປະ­ມານ​ຈາກ​ຂັ້ນ​ເທິງ 42 ໂຄງ­ການ ມູນ​ຄ່າ 149,89 ຕື້​ກີບ ຕົວ​ເລກ​ແຜນ​ຈັດ​ເກັບ​ລາຍ​ຮັບ 21,08 ຕື້​ກີບ ປະ­ຕິ­ບັດ​ໄດ້ 21,63 ຕື້​ກີບ ເທົ່າ​ກັບ 102,64% ລົງ​ວັດ­ແທກ​ອອກ​ໃບ​ຕາ­ດິນ​ເປັນ​ລະ­ບົບ​ໄດ້ 2.075 ຕອນ ອອກ​ໃບ​ຕາ­ດິນ​ສະ­ເພາະ​ຕອນ​ໄດ້​ຮັບ​ເອ­ກະ ສານ 84 ຕອນ ເບີກ​ຈ່າຍ​ໃຫ້​ປະ­ຊາ­ຊົນ​ແລ້ວ 1.140 ຕອນ ພ້ອມ​ນີ້ ຍັງ​ໄດ້​ລາຍ​ງານ​ໃຫ້​ຮູ້​ຕໍ່​ກັບ​ວຽກ​ງານ​ອື່ນໆ​ອີກ.

    ຈາກ​ນັ້ນ ສສຊ ແລະ ສສ ນວ ໄດ້​ເຜີຍ­ແຜ່ ແລະ ແຈ້ງ​ໃຫ້​ຊາບ​ຕໍ່​ບັນ­ດາ​ເນື້ອ​ໃນ​ຜົນ­ສຳ­ເລັດ ຂອງ​ກອງ​ປະ­ຊຸມ​ທີ່​ທັງ​ສອງ​ສະ­ພາ​ໄດ້​ຕົກ­ລົງ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ ຮັບ​ເອົາ​ບັນ­ຫາ​ສຳ­ຄັນ​ຕ່າງໆ​ຂອງ​ຊາດ​ຂອງ ນວ ແລະ ນຳ​ມາ​ເຜີຍ­ແຜ່​ຄັ້ງ​ນີ້​ຂອງ​ສະ­ພາ​ແຫ່ງ​ຊາດ​ມີ​ທັງ​ໝົດ 9 ບັນ­ຫາ ພ້ອມ​ທັງ​ຮັບ­ຮອງ​ເອົາ​ກົດ­ໝາຍ​ໃໝ່​ທີ່​ປັບ­ປຸງ 6 ກົດ­ໝາຍ ສຳ­ລັບ​ສະ­ພາ​ປະ­ຊາ­ຊົນ ນວ ໄດ້​ຍົກ​ໃຫ້​ເຫັນ​ເຖິງ 8 ບັນ­ຫາ​ສຳ­ຄັນ​ດ້ວຍ​ກັນ ທັງ​ໄດ້​ຮູ້​ແຈ້ງ​ຕໍ່​ກັບ​ພາ­ລະ​ບົດ­ບາດ​ສິດ​ໜ້າ­ທີ່ ຂອງ​ສະ­ພາ​ທີ່​ເປັນ​ຕົວ​ແທນ​ຢ່າງ​ແທ້​ຈິງ​ຂອງ​ປະ­ຊາ­ຊົນ ສະ­ມາ­ຊິກ​ສະ­ພາ​ທັງ​ສອງ​ໄດ້​ລົງ​ພົບ​ປະ​ຢູ່​ເມືອງ​ຫາດ​ຊາຍ​ຟອງ​ມີ​ທັງ​ໝົດ 5 ຈຸດ ແລະ ໄດ້​ສັງ​ລວມ​ເອົາ​ຫຼາຍ​ບັນ­ຫາ​ຂໍ້​ຄິດ​ເຫັນ​ຕ່າງໆ​ທີ່​ປະ­ຊາ­ຊົນ​ໄດ້​ສະ­ເໜີ ໂດຍ​ສະ­ເພາະ ບັນ­ຫາ​ເສດ­ຖະ­ກິດ​ທີ່​ຕິດ​ພັນ​ກັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແກ້​ໄຂ ແລະ ນຳ​ມາ​ສະ­ເໜີ​ປຶກ­ສາ​ຫາ­ລື​ຕໍ່​ພາກ­ສ່ວນ​ກ່ຽວ­ຂ້ອງ​ຂັ້ນ​ເມືອງ ໃຫ້​ຄົ້ນ­ຄວ້າ​ມີ​ການ​ອະ­ທິ­ບາຍ​ຊີ້​ແຈງ​ຢ່າງ​ຊັດ​ເຈນ ຈາກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເພື່ອ​ເລັ່ງ​ຊ່ວຍ​ແກ້​ໄຂ​ຂໍ້​ຂ້ອງ​ໃຈ​ຂອງ​ປະ­ຊາ­ຊົນ​ທີ່​ພົບ​ບັນ ຫາ​ຢ່າງ​ຮີບ​ດ່ວນ ແລະ ທັນ​ເວ­ລາ.

Leave a Reply

error: Content is protected !!