
ວັນທີ 25 ກຸມພາ ຜ່ານມານີ້ ທີ່ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ມີພີທີມອບເງິນຊ່ວຍເຫຼືອໃຫ້ກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ເພື່ອປະກອບສ່ວນເຂົ້າໃນການຊື້ອຸປະກອນການແພດ ແລະ ນຳໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ຢູ່ປະເທດຈີນ ຕາງໜ້າມອບໂດຍທ່ານ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງການ ກະຊວງປ້ອງກັນປະເທດລາວ ແລະ ຕາງໜ້າຮັບໂດຍທ່ານ ເສີນຢົງຈິ່ງ ທີ່ປຶກສາການທະຫານຈີນ ປະຈຳລາວ ໂດຍເປັນສັກຂີພິຍານຂອງທ່ານ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ຈ່ຽງຈ່າຍຕົງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນການຊ່ວຍເຫຼືອຄັ້ງນີ້ ປະກອບດ້ວຍເງິນຈຳນວນ 2,6 ຕື້ກວ່າກີບ ເພື່ອຊ່ວຍເຫຼືອກະຊວງປ້ອງກັນປະເທດຈີນໃນການຊື້ອຸປະກອນການແພດ ແລະ ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ປະເທດຈີນ.
ໂອກາດນີ້ ທ່ານ ພູວົງ ວົງພົມ ໄດ້ຕາງໜ້າກະຊວງປ້ອງກັນປະເທດ ກໍຄື ກອງທັບປະຊາຊົນລາວ ສະແດງຄວາມຊົມເຊີຍຕໍ່ພັກ ລັດ ກໍຄື ກອງທັບຈີນ ໄດ້ນຳໃຊ້ມາດຕະການທີ່ຮອບດ້ານ ເດັດຂາດ ແລະ ມີປະສິດທິພາບ ເພື່ອຄວບຄຸມພະຍາດ COVID-19 ການຊ່ວຍເຫຼືອຄັ້ງນີ້ ແມ່ນເພື່ອສະໜັບສະໜູນກອງທັບຈີນສືບຕໍ່ຄວບຄຸມ ແລະ ສະກັດກັ້ນພະຍາດດັ່ງກ່າວ ນອກນີ້ ຍັງເປັນການລົງເລິກສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ຮ່ວມກັນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈ ມິດຕະພາບການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງກອງທັບລາວທີ່ມີຕໍ່ກອງທັບຈີນ ຝ່າຍລາວຍັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຈີນ ປະຊາຊົນຈີນອ້າຍນ້ອງຈະໄດ້ຜ່ານພົ້ນຈາກພະຍາດດັ່ງກ່າວ ແລະ ຟື້ນຟູການດຳລົງຊີວິດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.