
ພິທີສະເຫຼີມສະຫຼອງຄົບຮອບ 20 ປີ ແລະ ຂຶ້ນຮ້ານໃໝ່ຂອງເຄືອໄໝຫັດຖະກຳ ຈັດຂຶ້ນວັນທີ 3 ມີ ນາ 2020 ຢູ່ຮ້ານດັ່ງກ່າວ (ບ້ານສີສະຫວາດ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ) ໂດຍມີທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ ທ່ານນາງ ສົມສະຫວັນ ໄຊຍະວົງ ຜູ້ອຳນວຍການເຄືອໄໝຫັດຖະກຳ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ທ່ານນາງ ສົມສະຫວັນ ໄຊຍະວົງ ກ່າວວ່າ: ກ່ອນຈະສ້າງຕັ້ງເປັນຮ້ານເຄືອໄໝຫັດຖະກຳ ແມ່ນເລີ່ມຈາກຄວາມມັກຮັກໃນແຜ່ນແພລາວ ແລະ ເກີດມີຄວາມຄິດຢາກສ້າງຜະລິດຕະພັນທີ່ມາຈາກສີມືຂອງຄົນລາວ ຈຶ່ງສ້າງຕັ້ງຮ້ານດັ່ງກ່າວຂຶ້ນວັນທີ 8 ມີນາ 2000 ປັດຈຸບັນສິນຄ້າຂອງຮ້ານເຄືອໄໝຫັດຖະກຳ ມີ ຜ້າຝ້າຍລາວ ໄໝລາວ ຜະລິດຕະພັນແຕ່ງກາຍ ເຄື່ອງຕົບແຕ່ງໃນເຮືອນ ເຄື່ອງທີ່ລະນຶກ ແລະ ອື່ນໆ.
ນອກນີ້ ຍັງຮັບອອກແບບເສື້ອຜ້າໃຫ້ນາງສາວອາພອນລາວ ຕັ້ງແຕ່ໄລຍະເລີ່ມຕົ້ນ ຈົນກ້າວມາເປັນນາງສາວລາວໃນປັດຈຸບັນ ແລະ ມີສ່ວນຮ່ວມໃນການສະໜັບສະໜູນເສື້ອຜ້າໃນການຖ່າຍປະຕິທິນ ວາລະ ສານ ລາຍການຂ່າວ ລາຍການບັນເທີງ ຊຸດເຈົ້າບ່າວ-ເຈົ້າສາວ ໂດຍຮ້ານເຄືອໄໝຫັດຖະກຳຈະສືບຕໍ່ພັດທະນາຜະລິດຕະພັນຂອງຕົນໃຫ້ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດນັບມື້ຫຼາຍຂຶ້ນ.
ພາຍໃນງານຄັ້ງນີ້ ຍັງມີການວາງສະແດງ ສາທິດເຄື່ອງຫັດຖະກຳລາວ ສອນວິທີເຮັດເຄື່ອງທີ່ລະນຶກ ແສ່ວຜ້າລາຍເຜົ່າໂອ່ມ່າ ເຊິ່ງງານດັ່ງກ່າວຈະດຳເນີນແຕ່ວັນທີ 3-7 ມີນາ ນີ້.