ລມຕ ກະຊວງອຸດສາຫະກໍາ ແລະ ການຄ້າ ຢ້ຽມຢາມໂຮງງານອຸດສາຫະກໍາໂຕໂຢລາວ

    ໃນວັນທີ 1 ຕຸລາ 2020 ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ນໍາພາທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດຜູ້ດຽວ ຢູ່ບ້ານ ໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ຖືກຕ້ອນຮັບຈາກທ່ານ ລັງກອນ ໄຊຍະວົງ ປະທານບໍລິສັດ ແລະ ໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດຜູ້ດຽວ ພ້ອມດ້ວຍພະນັກງານ-ກໍາມະກອນຢ່າງພ້ອມພຽງ. 

    ໂອກາດນີ້ ທ່ານ ລັງກອນ ໄຊຍະວົງ ໄດ້ລາຍງານປະຫວັດຄວາມເປັນມາຂອງບໍລິສັດ ພ້ອມທັງລາຍງານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດໃຫ້ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບຮູ້ ຈາກນັ້ນທ່ານກໍໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໄດ້ຕັດສິນໃຈສູ້ຊົນກັບສະພາບຄວາມຫຍຸ້ງຍາກ ພ້ອມທັງຍົກສູງຄຸນນະພາບການຜະລິດນັບມື້ດີຂຶ້ນ ຈົນເປັນທີ່ຍອມຮັບຂອງສັງຄົມ ແລະ ໃຫ້ສືບຕໍ່ສູ້ຊົນການຜະລິດໃຫ້ກ້າວໄກ ສາມາດແຂ່ງກັບພາກພື້ນ ແລະ ສາກົນ ມີຜະລິຕະພັນເພີ່ມຂຶ້ນ ຫັນເປັນອຸດສາຫະກໍາການຄ້າທີ່ທັນສະໄໝ.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!