ກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງການພຸດທະສາສະໜາສໍາພັນລາວ (ອພສ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໄຂຂຶ້ນໃນວັນທີ 28 ກັນຍາ 2020 ຢູ່ວັດໂພນສະຫວັນ (ສາລາແດງ) ເມືອງດັ່ງກ່າວ ໂດຍເປັນປະທານຂອງພະອາຈານ ທອງຄຳ ພົມມະຮັກສາ ເຈົ້າຄະນະເມືອງສີສັດຕະນາກ ກອງປະຊຸມ ເປັນກຽດ ແລະ ຕ້ອນຮັບພະອາຈານ ມະຫາວັນນາ ສຸລິຍະວົງ ເຈົ້າຄະນະ ນວ ພ້ອມດ້ວຍຮອງເຈົ້າຄະນະ ນວ ພະເຖລາ-ນຸເຖລະ ຄະນະ ອພສ ຫົວໜ້າເຂດ ເຈົ້າອະທິການວັດ 34 ວັດທົ່ວເມືອງ ກໍາມະການແນວລາວສ້າງຊາດເມືອງ ອົງການຈັດຕັ້ງມະຫາຊົນ ອຳນາດການປົກຄອງ ແລະ ແນວລາວສ້າງຊາດບ້ານ 37 ບ້ານ ທົ່ວເມືອງສີສັດຕະນາກ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຮັບຟັງລາຍງານການເຄື່ອນໄຫວ ອພສ 15 ປີຜ່ານມາ ທິດທາງ ໜ້າທີ່ຈຸດສຸມຂອງ ອພສ ເມືອງ 5 ປີຕໍ່ໜ້າ ຂອງເຈົ້າອະທິການວັດທັງ 34 ວັດ ທີ່ຂຶ້ນກັບ ອພສ ເມືອງ ພ້ອມທັງປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານທັງ 2 ພາກ ແລະ ກອງປະຊຸມໃຫຍ່ຈະໄດ້ຮັບຮອງເອົາຜົນຂອງການເລືອກຕັ້ງຄະນະກໍາມະການບໍລິຫານງານ ອພສ ເມືອງສີສັດຕະນາກຊຸດໃໝ່.

ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຜົນຂອງການເລືອກຕັ້ງຄະນະກໍາມະການບໍລິຫານງານ ອພສ ເມືອງສີສັດຕະນາກຊຸດໃໝ່ ໄດ້ແຕ່ງຕັ້ງຄະນະກຳມະການ ອພສ ເມືອງ ຈຳນວນ 22 ອົງ ແຕ່ງຕັ້ງຄະນະປະຈຳ 7 ອົງ ແລະ ແຕ່ງຕັ້ງພະຫຼັກຄຳ ການຈະນາມຸນີ ( ທອງຄຳ ພົມມະຮັກສາ) ເປັນເຈົ້າຄະນະ ພ້ອມແຕ່ງຕັ້ງຮອງເຈົ້າຄະນະອີກ 6 ອົງ ມີພະອາຈານ ສອນ ນິນແກ້ວນາມ ພະອາຈານ ທອງສີ ມະນີທອນ ພະອາຈານ ທອງລິດ ສີວັນນາ ພະອາຈານ ລຳເງິນ ສຸວັນນະສານ ພະອາຈານ ຄຳແພງ ສີປະສິດ ແລະ ພະອາຈານ ນັກຄະເນດ ສຸກທະວິໄລ ແລະ ຕອນທ້າຍກອງປະຊູມໄດ້ຮັບຝັງການໂອ້ລົມຈາກພະອາຈານ ມະຫາວັນນາ ສຸລິຍະວົງ ເພື່ອເປັນທິດທາງໃນການປະຕິບັດພາລະບົດບາດ ສິດໜ້າທີ່ ພາລະກິດຂອງສົງ ໃຫ້ບັນລຸຜົນຕາມທິດທາງແຜນການທີ່ວາງໄວ້.



# ຂ່າວ & ພາບ: ບຸນມີ