ຈະລາຈອນ ນວ ວາງກຳລັງ 200 ກວ່າສະຫາຍ ເຂົ້າປ້ອງກັນງານບຸນອອກ​ພັນ​ສາ

    ບຸນອອກ​ພັນ​ສາ​ປະວໍລະນາ ​ແລະ ບຸນຊ່ວງ​ເຮືອ​ປະເພນີ ເປັນ​ງານ​ທາງ​ສາສະໜາ ​ທີ່​ປະຊາຊົນ​ລາວ​ບັນດາ​ເຜົ່າໄດ້ເຄີຍ​ປະຕິບັດ​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ​ ອັນ​ໄດ້​ສະ​ແດງ​ເຖິງ​ຮິດຄອງ​ປະ​ເພນີ ວິຖີ​ຊີວິດ ​ແລະ ວັດທະນະທຳ​ຂອງ​ຄົນ​ລາວ ​ເພື່ອຮັບປະກັນ​ໃນໄລຍະ​ງານ​ບຸນປະ​ເພ​ນີດັ່ງກ່າວໃຫ້ມີ​ຄວາມ​ສະຫງົບ ປອດ​ໄພ ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ດ້ານ​ສັງຄົມ ​ແລະ ບໍ່​ໃຫ້​ມີ​ເຫດການ​ທີ່​ຮ້າຍ​ແຮງ​ເກີດ​ຂື້ນ ເວົ້າລວມ ເວົ້າສະເພາະກໍຄືບັນຫາການເກີດອຸບັດເຫດຢູ່ຕາມຖະໜົນ ແລະ ເສັ້ນທາງຕ່າງໆໃນນະຄອນຫຼວງ​ວຽງຈັນ.         

   ງານບຸນອອກ​ພັນ​ສາ​ປະວໍລະນາ ​ແລະ ບຸນຊ່ວງ​ເຮືອ​ປະເພນີ ປະຈຳປີນີ້ ຈະ​​​ຈັດຂຶ້ນ​ແຕ່​ວັນ​ທີ 1-3 ຕຸລາ 2020 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທາງເຈົ້າ​ໜ້າ​ທີ່​ພະ​ແນ​ກຕຳຫຼວດຈະລາຈອນນະຄອນຫຼວງ​ວຽງ​ຈັນ ໄດ້ວາງກຳລັງ​ປ້ອງ​ກັນທັງໝົດ 52 ຈຸດ ພ້ອມເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ຈຳນວນ 221 ສະຫາຍ ຍິງ 7 ສະຫາຍ ​ເຂົ້າ​ປະຈຳ​ຕາມ​ຈຸດ​ສຳຄັນ​ຕ່າງໆ​ໃນ 3 ​ເມືອງ​​ຄື:​​ ເມືອງ​​ສີ​ໂຄດ​ຕະບອງ ຈັນທະ​ບູລີ ​ແລະ ເມືອງສີ​ສັດຕະ​ນາກ​ ໃນ​ນີ້ ມີຈຸດ​ປ້ອງ​ກັນ​ວົງ​ໃນ 30 ຈຸດ​ ແລະ ວົງ​ນອກ 22 ຈຸດ (ປ້ອມສາມ​ແຍກ ສີ່​ແຍກ ​ແລະ ຕາມ​ຮ່ອມ) ​ເພື່ອ​ຫຼຸດຜ່ອນບັນ​ຫາ​ອຸບັດ​ເຫດ​ທີ່​ຈະ​ເກີດ​ຂຶ້ນ.

    ເພື່ອເຮັດໃຫ້ງານດັ່ງກ່າວນີ້ມີຄວາມສະຫງົບ ແລະ ປອດໄພ ຈາກການເກີດອຸບັດເຫດທາງຖະໜົນ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນວ ຈຶ່ງໄດ້ຮຽກຮ້ອງມາຍັງບັນດາຜູ້ຂັບຂີ່ ຈົ່ງປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ ມີສະຕິທຸກໆຄັ້ງໃນການຂັບຂີ່ ເມົາແລ້ວຫ້າມຂັບລົດເປັນເດັດຂາດ ຈົ່ງຄວບຄຸມຄວາມໄວຂອງລົດ ຫ້າມຂີ່ລົດເປັນພຶງເປັນແພ ແລະ ຫ້າມຈອດລົດຊະຊາຍ ເຊິ່ງມັນຈະເປັນການກີດຂວາງການສັນຈອນ ແລະ ອາດຈະເກີດອຸບັດເຫດຕາມມາ.

error: Content is protected !!