
ໂດຍ: ສ.ແສງງາມ
ການພັດທະນາໝູ່ບ້ານທີ່ເຄີຍຫ່າງໄກຈາກຄວາມຈະເລີນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ດຶງດູດຜູ້ຄົນຈາກຫຼາຍປະເທດ ບໍ່ແມ່ນເລື່ອງທີ່ເກີດຂຶ້ນໄດ້ໃນຂ້າມຄືນ. ແຕ່ຕ້ອງອາໄສວິໄສທັດ, ຄວາມກ້າຄິດກ້າທຳຂອງຜູ້ບຸກເບີກ ຄຽງຄູ່ກັບການສະໜັບສະໜູນຈາກພາກລັດຢ່າງຕໍ່ເນື່ອງ. ເລື່ອງລາວຂອງ ທ່ານ ເຫີ ຊິນຫາຍ ປະທານບໍລິສັດ ຕີຊິງ ຊັງກາຣີລາ ປລາປູຣົງ ການກະເສດ ແລະ ການພັດທະນາການທ່ອງທ່ຽວ ເຂດເວີຍຊີ ຊັງກາຣີລາ ທັງເປັນປະທານສະມາຄົມ ໂຮມສະເຕ ແລະ ໂຮງແຮມ ບ້ານຊີເປິຍ ແລະ ຊິນຫາຍ ແຂວງຢູນນານ ຖືເປັນຕົວຢ່າງໜຶ່ງທີ່ສະທ້ອນໃຫ້ເຫັນພະລັງຂອງວິໄສທັດ ແລະ ການຮ່ວມມືໃນການພັດທະນາຊົນນະບົດ.

ທ່ານ ເຫີ ຊິນຫາຍ ປະທານບໍລິສັດ ຕີຊິງ ຊັງກາຣີລາ ປລາປູຣົງ ການກະເສດ ແລະ ການພັດທະນາການທ່ອງທ່ຽວ ເຂດເວີຍຊີ ຊັງກາຣີລາ ທັງເປັນປະທານສະມາຄົມ ໂຮມສະເຕ ແລະ ໂຮງແຮມ ບ້ານຊີເປິຍ ແລະ ຊິນຫາຍ ແຂວງຢູນນານ
ປະມານປີ 2006, ທ່ານ ເຫີ ຊິນຫາຍ ໄດ້ເລີ່ມຕົ້ນລົງມືສ້າງໂຮມສະເຕ ແລະ ບ້ານພັກພາຍໃນໝູ່ບ້ານ ໂດຍມີຄວາມເຊື່ອວ່າ ທຳມະຊາດ, ວິຖີຊີວິດ ແລະ ວັດທະນະທຳຂອງຊຸມຊົນ ຈະສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຢາມໄດ້. ແຕ່ໃນໄລຍະເລີ່ມຕົ້ນ ແນວຄິດດັ່ງກ່າວຕ້ອງພົບກັບຄວາມທ້າທາຍຫຼາຍດ້ານ. ໝູ່ບ້ານຍັງຂາດໂຄງລ່າງພື້ນຖານ, ເສັ້ນທາງຄົມມະນາຄົມບໍ່ສະດວກ, ລະບົບໄຟຟ້າ ແລະ ນ້ຳປະປາຍັງບໍ່ທົ່ວເຖິງ, ສ່ວນສິ່ງອຳນວຍຄວາມສະດວກກໍຍັງມີຂໍ້ຈຳກັດ. ການດຶງດູດນັກທ່ອງທ່ຽວຈຶ່ງບໍ່ໄດ້ງ່າຍດາຍຕາມທີ່ຄາດຫວັງ. ທ່ານ ເຫີ ຊິນຫາຍ ເຂົ້າໃຈວ່າ ການມີພຽງທຳມະຊາດທີ່ສວຍງາມອາດບໍ່ພຽງພໍ ຫາກຂາດເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນ. ດັ່ງນັ້ນ ການພັດທະນາຈຶ່ງບໍ່ສາມາດອາໄສພຽງຄວາມພະຍາຍາມຂອງບຸກຄົນ ຫຼື ຊຸມຊົນເທົ່ານັ້ນ ແຕ່ຈຳເປັນຕ້ອງມີການວາງແຜນ ແລະ ສະໜັບສະໜູນຈາກພາກລັດ.



ຈຸດປ່ຽນສຳຄັນເລີ່ມເກີດຂຶ້ນເມື່ອການປົກຄອງທ້ອງຖິ່ນ ກໍຄື ລັດຖະບານ ໄດ້ເຂົ້າມາມີບົດບາດໃນການສະໜັບສະໜູນການພັດທະນາໝູ່ບ້ານ ໂດຍເນັ້ນໃສ່ການລົງທຶນດ້ານໂຄງລ່າງພື້ນຖານ. ໂດຍສະເພາະການປັບປຸງ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມ ເພື່ອໃຫ້ການເດີນທາງເຂົ້າ-ອອກໝູ່ບ້ານສະດວກຂຶ້ນ, ພ້ອມທັງຮັບປະກັນການສະໜອງໄຟຟ້າ ແລະ ນ້ຳປະປາໃຫ້ມີຄວາມໝັ້ນຄົງ ລວມທັງການຈັດສັນທີ່ດິນໃຫ້ປະຊາຊົນ.
ການລົງທຶນດ້ານຄົມມະນາຄົມມີຄວາມສຳຄັນເປັນພິເສດ ເພາະເສັ້ນທາງບໍ່ແມ່ນພຽງສິ່ງທີ່ຊ່ວຍໃຫ້ຄົນເດີນທາງໄດ້ສະດວກຂຶ້ນເທົ່ານັ້ນ ແຕ່ຍັງເປັນຂົວຕໍ່ທາງເສດຖະກິດ ທີ່ເຊື່ອມໂຍງຊຸມຊົນກັບຕະຫຼາດພາຍນອກ. ເມື່ອການເດີນທາງສະດວກຂຶ້ນ ນັກທ່ອງທ່ຽວກໍສາມາດເຂົ້າມາໄດ້ຫຼາຍຂຶ້ນ, ສິນຄ້າກະສິກຳ ແລະ ຜະລິດຕະພັນທ້ອງຖິ່ນກໍສາມາດຂົນສົ່ງໄປຈຳໜ່າຍໄດ້ສະດວກກວ່າເກົ່າ. ສິ່ງນີ້ຈຶ່ງກາຍເປັນພື້ນຖານສຳຄັນທີ່ຊ່ວຍປົດລັອກທ່າແຮງຂອງໝູ່ບ້ານ. ພາຍໃນປີ 2013 ໝູ່ບ້ານໄດ້ເລີ່ມມີໂຮມສະເຕ ແລະ ໂຮງແຮມທີ່ເປັນຮູບເປັນຮ່າງຫຼາຍຂຶ້ນ. ຈາກຈຸດເລີ່ມຕົ້ນຂອງຜູ້ບຸກເບີກ ແລະ ການສະໜັບສະໜູນຂອງພາກລັດ ໄດ້ກາຍເປັນແຮງຊຸກຍູ້ໃຫ້ປະຊາຊົນໃນຊຸມຊົນຫັນມາມີສ່ວນຮ່ວມໃນການບໍລິການທ່ອງທ່ຽວຫຼາຍຂຶ້ນ. ການພັດທະນາຍັງດຳເນີນຕໍ່ໄປ ເຖິງແມ່ນຈະປະເຊີນກັບສິ່ງທ້າທາຍຈາກການລະບາດຂອງພະຍາດໃນປີຕໍ່ໆມາ ຊຸມຊົນກໍຍັງພະຍາຍາມຍົກລະດັບມາດຕະຖານການບໍລິການ ເພື່ອກຽມພ້ອມຮອງຮັບນັກທ່ອງທ່ຽວ.


ປັດຈຸບັນ ໝູ່ບ້ານແຫ່ງນີ້ມີໂຮມສະເຕຫຼາຍກວ່າ 300 ແຫ່ງ ແລະ ສາມາດຕ້ອນຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 10.000 ຄົນຕໍ່ປີ. ນີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນການເຕີບໂຕຂອງອຸດສາຫະກຳທ່ອງທ່ຽວເທົ່ານັ້ນ ແຕ່ຍັງສະທ້ອນເຖິງໂອກາດທາງເສດຖະກິດທີ່ເພີ່ມຂຶ້ນຂອງປະຊາຊົນ.ປະຊາຊົນສາມາດນຳເອົາທີ່ຢູ່ອາໃສມາປັບປຸງເປັນໂຮມສະເຕ, ປະກອບອາຊີບໃນການບໍລິການ, ຈຳໜ່າຍອາຫານ ແລະ ສິນຄ້າທ້ອງຖິ່ນ ເຊິ່ງຊ່ວຍສ້າງລາຍຮັບໃຫ້ແກ່ຫຼາຍຄອບຄົວ. ນອກຈາກການທ່ອງທ່ຽວແລ້ວ ເສດຖະກິດຂອງຊຸມຊົນຍັງເຕີບໂຕຈາກການຈຳໜ່າຍຜະລິດຕະພັນຈາກເຄື່ອງປ່າຂອງດົງ ໂດຍສະເພາະເຫັດຊົງຫຼົງ ຫຼື ເຫັດ Matsutake ແລະ ເຫັດທຣັບເຟິລ (Truffle) ທີ່ມີມູນຄ່າສູງ. ໃນບາງກໍລະນີ ເຫັດຊົງຫຼົງທີ່ມີຄຸນນະພາບດີສາມາດຈຳໜ່າຍໄດ້ໃນລາຄາສູງເຖິງຫຼາຍພັນຢວນຕໍ່ກິໂລກຣາມ. ໃນລະດູເກັບເຫັດລະຫວ່າງເດືອນກໍລະກົດຫາເດືອນພະຈິກ ນັກທ່ອງທ່ຽວຍັງສາມາດມາພັກອາໄສຮ່ວມກັບຊຸມຊົນ ແລະ ສຳຜັດກັບປະສົບການການເກັບເຫັດໃນປ່າພູເຂົາໄດ້ອີກດ້ວຍ.

ການເຕີບໂຕຂອງຂະແໜງການເຫຼົ່ານີ້ໄດ້ສ້າງໂອກາດວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະແມ່ຍິງ ທີ່ສາມາດເຂົ້າມາມີສ່ວນຮ່ວມໃນວຽກບໍລິການ ແລະ ການກະເສດ ພ້ອມທັງໄດ້ຮັບຄ່າຈ້າງປະຈຳວັນ ແລະ ສະຫວັດດີການດ້ານອາຫານການກິນ ແລະ ທີ່ພັກ. ຈາກການປະກອບອາຊີບແບບດັ້ງເດີມ ປະຊາຊົນຈຶ່ງມີທາງເລືອກດ້ານລາຍຮັບຫຼາຍຂຶ້ນ. ຂະນະດຽວກັນ ການສົ່ງເສີມຕະຫຼາດທ່ອງທ່ຽວສາກົນຍັງຊ່ວຍດຶງດູດນັກທ່ອງທ່ຽວຈາກຫຼາຍປະເທດໃນອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ ສິງກະໂປ, ມາເລເຊຍ ແລະ ໄທ ໃຫ້ເຂົ້າມາສຳຜັດກັບອາກາດທີ່ເຢັນສະບາຍ, ວັດທະນະທຳທ້ອງຖິ່ນ, ອາຫານ ແລະ ຜະລິດຕະພັນຈາກພື້ນທີ່.

ສຳລັບຊຸມຊົນທີ່ມີປະມານ 120 ຄອບຄົວ ໃນບ້ານແຫ່ງນີ້ ການພັດທະນາບໍ່ໄດ້ຈຳກັດຢູ່ພຽງການສ້າງລາຍຮັບເທົ່ານັ້ນ ແຕ່ຍັງຂະຫຍາຍໄປເຖິງການແບ່ງປັນ ແລະ ຕອບແທນສັງຄົມ. ຊຸມຊົນ ແລະ ຜູ້ປະກອບການທີ່ປະສົບຜົນສຳເລັດ ໄດ້ຮ່ວມກັນບໍລິຈາກເງິນ ແລະ ວັດສະດຸ ເພື່ອສະໜັບສະໜູນການສຶກສາຂອງເດັກນ້ອຍ ລວມມູນຄ່າຫຼາຍກວ່າ 10 ລ້ານຢວນຕະຫຼອດໄລຍະຫຼາຍທີ່ຜ່ານມາ. ນີ້ສະທ້ອນໃຫ້ເຫັນວ່າ ເມື່ອເສດຖະກິດຂອງຊຸມຊົນເຕີບໂຕ ຜົນປະໂຫຍດກໍສາມາດຖືກນຳກັບຄືນມາພັດທະນາສັງຄົມໄດ້ເຊັ່ນກັນ. ຈາກຈຸດເລີ່ມຕົ້ນໃນປີ 2006 ທີ່ມີພຽງແນວຄິດຂອງຜູ້ບຸກເບີກ ມາຮອດມື້ນີ້ ການປ່ຽນແປງຂອງໝູ່ບ້ານໄດ້ສະທ້ອນໃຫ້ເຫັນບົດບາດທີ່ສຳຄັນຂອງທັງພາກເອກະຊົນ, ປະຊາຊົນ ແລະ ລັດຖະບານ.
ທ່ານ ເຫີ ຊິນຫາຍ ເປັນຜູ້ຈຸດປະກາຍແນວຄິດ ແລະ ກ້າລົງມືເຮັດ, ຂະນະທີ່ລັດຖະບານຈີນໄດ້ວາງຮາກຖານດ້ານໂຄງລ່າງ ໂດຍສະເພາະເສັ້ນທາງຄົມມະນາຄົມ ທີ່ເປັນປັດໄຈສຳຄັນໃນການເປີດໂອກາດທາງເສດຖະກິດ. ສ່ວນປະຊາຊົນກໍໄດ້ເຂົ້າມາມີສ່ວນຮ່ວມ ແລະ ນຳເອົາໂອກາດເຫຼົ່ານັ້ນມາປ່ຽນເປັນລາຍຮັບທີ່ເປັນຮູບປະທຳ.

ບົດຮຽນສຳຄັນຈາກໝູ່ບ້ານແຫ່ງນີ້ ຄື ການພັດທະນາຊົນນະບົດບໍ່ອາດອາໄສພຽງຜູ້ບຸກເບີກ ຫຼື ນະໂຍບາຍພາກລັດຢ່າງໃດຢ່າງໜຶ່ງ. ແຕ່ຕ້ອງເປັນການປະສານພະລັງລະຫວ່າງວິໄສທັດຂອງຜູ້ນຳ, ການລົງທຶນຂອງລັດ, ການຮ່ວມມືຂອງຊຸມຊົນ ແລະ ການສ້າງໂອກາດທາງການຕະຫຼາດ. ເມື່ອປັດໄຈເຫຼົ່ານີ້ສາມາດເຊື່ອມໂຍງກັນໄດ້ ໝູ່ບ້ານພູດອຍທີ່ເຄີຍຫ່າງໄກ ກໍສາມາດກາຍເປັນແຫຼ່ງທ່ອງທ່ຽວທີ່ສ້າງລາຍຮັບ, ຍົກລະດັບຊີວິດການເປັນຢູ່ ແລະ ສ້າງຄວາມຫວັງໃໝ່ໃຫ້ແກ່ປະຊາຊົນໃນຊຸມຊົນໄດ້ຢ່າງແທ້ຈິງ.