ວັດສີຄູນວຽງ (ວັດດົງໝ້ຽງ) ໄຫຼເຮືອໄຟ ແລະ ໄຕ້ໂຄມໄຟໃນວັນບຸນອອກພັນສາ

    ເພື່ອສືບທອດ ແລະ ຮັກສາໄວ້ເຊິ່ງຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຍືນຍົງຄູ່ກັບຄົນລາວຊາດລາວຕະຫຼອດໄປ ຫຼາຍວັດໃນນະຄອນຫຼວງວຽງຈັນ ຈັດໃຫ້ມີຫຼາຍກິດຈະກຳ ນອກຈາກການທຳບຸນໃສ່ບາດຖວາຍ ສັງຄະທານ ຍັງຈັດໃຫ້ມີການວຽນທຽນ ໄຫຼເຮືອໄຟໂຄກ ໄຕ້ໂຄມໄຟ ປະດັບປະດາແອ້ຢ້ອງວັດວາອາຮາມ.

    ພະອາຈານ ບຸນທະວີ ກົມມະພັນ ເຈົ້າອະທິການວັດສີຄູນວຽງ (ວັດດົງໝ້ຽງ) ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ: ເພື່ອເປັນການປະກອບສ່ວນສືບທອດ ແລະ ຮັກສາໄວ້ຮີດຄອງປະເພນີອັນດີງາມຂອງຊາດ ທາງວັດພວກເຮົາສົມທົບກັບອຳນາດການປົກຄອງ ອອກຕົນຍາດໂຍມຊາວພຸດທະສາສະໜາ ພ້ອມກັນຈັດກິດຈະກຳຫຼາຍຢ່າງຂຶ້ນ ໂດຍສະເພາະ ເລີ່ມໄຕ້ໂຄມໃນບຸນອອກພັນສາປະວໍຣະນາ ປະຈຳປີ ພສ ໒໕໖໓ ແຕ່ວັນທີ 30 ກັນຍາ 2020 – 3 ຕຸລາ 2020 ທ່ານໃດຫາກຢາກຊົມຄວາມງົດງາມຂອງບັນຍາກາດ ດັ່ງກ່າວ ກໍສາມາດແວ່ຊົມໄດ້.

# ຂ່າວ & ພາບ: ບຸນມີ

error: Content is protected !!