ອົງການອະນຸຮັກສັດປ່າ ປະກອບສ່ວນພາຫະນະເຂົ້າໃນວຽກງານປ່າໄມ້

    ວັນທີ 29 ກັນຍາ 2020 ທີ່ກົມປ່າໄມ້ ອົງການອະນຸຮັກສັດປ່າ ພາຍໃຕ້ການຊ່ວຍເຫຼືອຈາກໂຄງການຕ້ານ ແລະ ສະກັດກັນອາດຊະຍາກໍາສັດປ່າ ແລະ ສະຫະພາບເອີຣົບ (EU) ມອບລົດຈັກໃຫ້ກົມກວດກາປ່າໄມ້ (ກມ) ກະຊວງກະສິກຳ ແລະ ປ່າໄມ້ ຈຳນວນ 6 ຄັນ ແລະ ຄອມພິວເຕີ (ແລັບທ໊ອບ) 1 ໜ່ວຍ ມູນຄ່າປະມານ 95 ລ້ານກີບ ຫຼື 10.400 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະ ວຽກງານກວດກາປ່າໄມ້ ອຳນວຍຄວາມສະດວກໃນການກູ້ສັດປ່າຢ່າງປອດໄພ

ພາຍຫຼັງທີ່ມອບອຸປະກອນຄັ້ງນີ້ແລ້ວ ສອງພາກສ່ວນຍັງໄດ້ຮ່ວມກັນຈັດຊຸດເຝິກອົບຮົມການຕອບໂຕ້ອາດຊະຍາກໍາຄ້າຂາຍສັດປ່າ ແລະ ການຊ່ວຍກອບກູ້ສັດປ່າຂັ້ນພື້ນຖານ ທັງນີ້ກໍເພື່ອແນໃສ່ລຶບລ້າງການຄ້າຂາຍຊະນິດພັນໃກ້ຈະສູນພັນ ແລະ ສ່ຽງທີ່ຈະສູນພັນ ທີ່ມີການຄ້າຂາຍພາຍໃນ ແລະ ຄ້າຂາຍຜ່ານປະເທດລາວ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງປະຕິບັດມາດຕະການຮ່ວມມືລະຫວ່າງອົງການອະນຸຮັກສັດປ່າ ແລະ ກົມກວດກາປ່າໄມ້ ເພື່ອຢຸຕິການຄ້າຂາຍສັດປ່າແບບຜິດກົດໝາຍ.

   # ຂ່າວ & ພາບ: ສົມສະຫວັນ

error: Content is protected !!