ຊາວພຸດຮ່ວມໃຈກັນໃສ່ບາດຖວາຍສັງຄະທານວັນບຸນອອກພັນສາ

     ຊາວພຸດທະສາສະນິກະຊົນລາວໃນຂອບເຂດທົ່ວປະເທດກໍຄືຢູ່ນະຄອນຫຼວງວຽງຈັນໄດ້ພ້ອມກັນຮ່ວມທຳບຸນທຳທານໃສ່ບາດຖວາຍສັງຄະທານຢູ່ຕາມວັດວາອາຮາມແຫ່ງຕ່າງໆ ເນື່ອງໃນໂອກາດວັນບຸນອອກພັນສາປະວໍລະນາ ກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 11 ລາວ ເຊິ່ງປີນີ້ແມ່ນກົງກັບວັນທີ 2 ຕຸລາ 2020 ສະເພາະຢູ່ວັດບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ວິໄລສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ແລະ ຊາວພຸດທະສາສະນິກະຊົນຜູ້ເຫຼື້ອມໃສສັດທາພຸດທະສາສະໜາ ໄດ້ຮ່ວມໃຈໃສ່ບາດຖວາຍສັງຄະທານ ເພື່ອອຸທິດກຸສົນເຖິງດວງວິນຍານຂອງຜູ້ລ່ວງລັບໄປແລ້ວນັ້ນໃຫ້ໄປສູ່ສຸຂະຕິ.

     ບຸນອອກພັນສາເປັນອີກວັນໜຶ່ງຂອງພະພຸດທະສາສະໜາປີໜຶ່ງມີເທື່ອໜຶ່ງ ເຊິ່ງພາຍຫຼັງທີ່ບັນພະຊິດ ແລະ ຄະຣຶຫັດອຸປາສົກອຸປາສິກາເຍົາວະຊົນ ຜູ້ມີຈິດສັດທາໄດ້ບຳເພັນສິນທານພາວະນາ ເພື່ອປະໂຫຍດຕົນ ປະໂຫຍດຜູ້ອື່ນ ແລະ ເພື່ອເພີ່ມພູນບຸນກຸສົນຈະຣິຍະສຳມາປະຕິບັດໃຫ້ເຕັມປ່ຽມ ທີ່ໄດ້ບໍາເພັນສິນພາວະນາ ຫຼື ຈໍາພັນສາມາຕະຫຼອດໄລຍະ 3 ເດືອນ ເຊິ່ງບັນພະຊິດ ແລະ ຄະຣຶຫັດອຸປາສົກອຸປາສິກາເຍົາວະຊົນໄດ້ພ້ອມກັນປະຕິບັດວິໄນຕ່າງໆ ເພື່ອສ້າງສົມບຸນບາລະມີ ໂດຍການການອອກພັນສານີ້ເປັນການປະຕິບັດວິໄນຂອງພະສົງທີ່ໄດ້ປະຕິບັດກັນມາ ນອກນັ້ນບຸນອອກພັນສາຍັງເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນທາງສາສະໜາຂອງຊາວພຸດທີ່ໄດ້ພ້ອມກັນສືບທອດກັນມາແຕ່ດຶກດໍາບັນຈົນຮອດປັດຈຸບັນ ແນໃສ່ເປັນການປົກປັກຮັກສາເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດລາວໃຫ້ຄົນຮຸ່ນໃໝ່ເກີດໃຫມ່ໃຫຍ່ລຸນໄດ້ພ້ອມກັນສືບທອດຕໍ່ໆໄປໃຫ້ຍືນຍົງ ແລະ ສໍາລັບຕອນຄໍ່າແມ່ນຈະໄດ້ມີການວຽນທຽນ ບູຊາພະຣັດຕະນະໄຕຕາມປະເພນີ.

error: Content is protected !!