ໃນວັນທີ 1 ຕຸລາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ທິບພະຍະປະກັນໄພ ຈໍາກັດ (ສປປລາວ) ໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມມື ລະຫວ່າງ ທະນາຄານ ເອຊີລີດາ ລາວ ຈຳກັດ ແລະ ບໍລິສັດ ທິບພະຍະປະກັນໄພ ຈໍາກັດ(ສປປລາວ) ຈຸດປະສົງເພື່ອເພີ່ມການພົວພັນ ແລະ ຮ່ວມມືສົ່ງເສີມໃຫ້ເກີດຜົນປະໂຫຍດສູງສຸດໂດຍການນຳສະເໜີຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນທີ່ດີທີ່ສຸດໃຫ້ແກ່ລູກຄ້າ.

ເປັນກຽດໃນພິທີເຊັນສັນຍາໂດຍ ທ່ານ ດຣ ຮາຍ ສະວາຍ ຜູ້ອຳນວຍການໃຫຍ່ ທະນາຄານ ເອຊີລີດາ ລາວ ຈຳກັດ ແລະ ທ່ານ ຫໍລະດີ ວໍລະຣາດ ຜູ້ອຳນວຍການໃຫຍ່ ບໍລິສັດ ທິບພະຍະປະກັນໄພ ຈໍາກັດ(ສປປລາວ) ພ້ອມດ້ວຍຄະນະຜູ້ບໍລິຫານ ຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຄີພະຍານໃນຄັ້ງນີ້.

ໂດຍທັງສອງຝ່າຍໄດ້ໃຫ້ຄຳໝັ້ນ ແລະ ບູລິມະສິດໃນການນຳໃຊ້ຜະລິດຕະພັນຕ່າງໆຂອງແຕ່ລະຝ່າຍ ເພື່ອເພີ່ມທະວີການຂາຍຜະລິດຕະພັນ ການບໍລິການຄູ່ຮ່ວມທຸລະກິດ ແລະ ຮັບປະກັນໃນການຮັກສາຂໍ້ມູນ ເອກະສານລູກຄ້າໃນການດຳເນີນທຸລະກິດຂອງທັງສອງຝ່າຍ.

ບໍລິສັດ ທິບພະຍະປະກັນໄພ ຈຳກັດໄດ້ເປີດດຳເນີນທຸລະກິດໃນ ສປປລາວ ຕັ້ງແຕ່ປີ 2014 ຈົນຮອດປະຈຸບັນກ້າວສູ່ປີທີ 7 ແລະ ເຮົາສືບຕໍ່ທຸລະກິດຕໍ່ເນື່ອງດ້ວຍການຊື່ສັດ ໂປ່ງໄສ ແລະ ຢູ່ບົນພື້ນຖານຄວາມຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ປະຈຸບັນບໍລິສັດຂອງພວກເຮົາມີພະນັກງານທັງໝົດ 48 ຄົນ ແລະ ມີຕົວແທນຂາຍທົ່ວປະເທດມີລູກຄ້າລວມທັງ 3 ຊ່ອງທາງຄື: 28,016 ສັນຍາ ໂດຍແຢກເປັນ ຝ່າຍປະກັນໄພລົດ ຈຳນວນ 26,964 ສັນຍາ,ຝ່າຍປະກັນໄພຊັບສີນ ຈຳນວນ 495 ສັນຍາ, ຝ່າຍປະກັນໄພຊິວິດ ຈຳນວນ 557 ສັນຍາ.

ທະນາຄານ ເອຊີລີດາ ລາວ ຈຳກັດ ເປັນທະນາຄານລູກຂອງ ທະນາຄານ ເອຊີລີດາ ມະຫາຊົນ ເຊິ່ງເປັນທະນາຄານທີ່ນຳໜ້າໃນປະເທດກຳປູເຈຍ. ປັດຈຸບັນ, ທະນາຄານ ເອຊີລີດາ ລາວ ມີພະນັກງານຫລາຍກວ່າ 1.000 ຄົນ ທີ່ໃຫ້ບໍລິການລູກຄ້າໃນ 38 ສຳນັກງານທົ່ວປະເທດ, ມີຕູ້ເອທີເອັມ 56 ໜ່ວຍ ໃຫ້ບໍລິການ 24 ຊົ່ວໂມງ ແລະ mobile banking “ACLEDA ToanChet (ທັນໃຈ) ທີ່ລູກຄ້າສາມາດເຮັດທຸລະກຳໄດ້ ທຸກວັນ ທຸກທີ່ ທຸກເວລາ.
