ສຸກສຳລານ ຊຸກຍູ້ຕູ້ເຢັນ ແລະ ເສື້ອໃຫ້ໜັງສືພິມວຽງຈັນໃໝ່

    ບໍລິສັດ ສຸກສຳລານການຄ້າ ແລະ ບໍ່ແຮ່ຈຳກັດຜູ້ດຽວ ໄດ້ຊຸກຍູ້ຕູ້ເຢັນ 1 ໜ່ວຍ ແລະ ເສື້ອ 50 ຜືນ ລວມມູນຄ່າທັງໝົດ 4,5 ລ້ານກີບ ໃຫ້ໜັງສືພິມວຽງຈັນໃໝ່ ເນື່ອງໃນໂອກາດວັນສ້າງຕັ້ງໜັງສືພິມວຽງຈັນໃໝ່ຄົບຮອບ 45 ປີ (1/9/1975-1/9/2020).

    ພິທີມອບຮັບຈັດຂຶ້ນວັນທີ 30 ກັນຍາ 2020 ທີ່ສຳນັກງານໜັງສືພິມວຽງຈັນໃໝ່ ກ່າວມອບໂດຍທ່ານ ປະກາຍສິດ ອາໄພຍະສານ ປະທານບໍລິສັດສຸກສຳລານການຄ້າ ແລະ ບໍ່ແຮ່ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່.

   # ຂ່າວ & ພາບ: ສົມສະຫວັນ

error: Content is protected !!