ຮ່ວມມືກັນ ເພື່ອສະໜັບສະໜູນວຽກປົກປ້ອງສັງຄົມ

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການສະຫະປະຊາຊາດ  ຈັດກອງປະຊຸມເຜີຍແຜ່ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ  ແລະ ເປີດໂຕໂຄງການຮ່ວມມືກັບອົງການສະຫະປະຊາຊາດ ບໍ່ຖິ້ມໃຜໄວ້ຂ້າງຫຼັງ  ສ້າງລະບົບປົກປ້ອງສັງຄົມຂັ້ນພື້ນຖານໃນລາວ  ຂຶ້ນໃນວັນທີ 30 ກັນຍາ 2020 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມໂດຍທ່ານນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາໂຄງການຮ່ວມມືກັບອົງການສະຫະປະຊາຊາດ ທ່ານນາງ Sara Seklenes ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ມີທ່ານ Jean-Bernard Carrasco ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ໃບຄໍາ ຂັດຕິຍະ ໄດ້ກ່າວໃນບາງຕອນວ່າ: “ຄວາມພະຍະຍາມຮ່ວມກັນໃນຄັ້ງນີ້ ລະຫວ່າງລັດຖະ ບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ຈະປະກອບສ່ວນອັນໃຫຍ່ຫຼວງຕໍ່ການສ້າງ ແລະ ພັດທະນາກົນໄກການໃຫ້ອຸດໜູນດ້ານສະຫວັດດີການສັງຄົມພາຍໃນປະເທດ ແລະ ຈະເປັນການສ້າງຄວາມອາດສາມາດພາຍໃນໃຫ້ມີຄວາມເຂັ້ມແຂງ ເພື່ອໃຫ້ການສະໜັບສະໜູນແມ່ ແລະ ເດັກ ການຮ່ວມມືຂອງພວກເຮົາດ້ານການປັບປຸງລະບົບຄຸ້ມຄອງການເງິນພາກລັດ ໂດຍຜ່ານການສ້າງສາລະບານບັນຊີສະເພາະດ້ານວຽກງານປົກປ້ອງສັງຄົມ ແລະ ກົນໄກການລົງທຶນແບບມີຍຸດທະສາດ ແມ່ນຈະຊ່ວຍໃນການຈັດສັນງົບປະມານໃຫ້ແກ່ວຽກງານປົກປ້ອງສັງຄົມເພີ່ມຂຶ້ນ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ທຸກຄວາມພະຍະຍາມນີ້ ຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງສັງຄົມແຫ່ງຊາດພາຍໃນປະເທດເຮົາໃຫ້ມີຄວາມເຂັ້ມແຂງຂຶ້ນ ແລະ ຈະເປັນບາດກ້າວສໍາຄັນໃນການຈັດຕັ້ງປະຕິບັດການໃຫ້ອຸດໜູນດ້ານສະຫວັດດີການສັງຄົມໃຫ້ເປັນລະບົບທີ່ມີປະສິດທິພາບຫຼາຍຂຶ້ນ ເຊິ່ງເປັນໜຶ່ງເປົ້າໝາຍໃນສາມເສົາຄໍ້າຫຼັກຂອງຍຸດທະສາດປົກປ້ອງສັງຄົມແຫ່ງຊາດຢູ່ ສປປ ລາວ”.

    ພ້ອມນັ້ນ ທ່ານ ນາງ ຊາຣາ ເສັກເກເນສ ກໍໄດ້ກ່າວວ່າ “ໃນການຈັດຕັ້ງປະຕິບັດໂຄງການນີ້ ສະແດງໃຫ້ເຫັນເຖິງການເປັນໜຶ່ງດຽວຂອງອົງການສະຫະປະຊາຊາດ ໂດຍນໍາໃຊ້ວິທີການແບບເຊື່ອມສານ ແລະ ເປັນລະບົບ ເພື່ອການສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ເຊິ່ງລະບົບປົກປ້ອງສົງຄົມແມ່ນມີຄວາມສໍາຄັນສໍາລັບທຸກຄົນ ໂດຍສະເພາະກຸ່ມຜູ້ດ້ອຍໂອກາດ ເພື່ອເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ໂດຍບໍ່ປະຖິ້ມຜູ້ໃດຢູ່ຂ້າງຫຼັງ ແລະ ເປັນການກະຕຸ້ນອັດຕາການເຕີບໂຕຂອງດັດຊະນີໝາຍດ້ານຊັບພະຍາກອນມະນຸດພາຍໃນປະເທດ ເພື່ອປະກອບສ່ວນໃຫ້ແກ່ການບັນລຸເປົ້າຫມາຍຫຼຸດພົ້ນຈາກປະເທດດ້ອຍພັດທະນາ”.

   # ຂ່າວ & ພາບ: ວຽງມາ

error: Content is protected !!