ເລື່ອງປວດຫົວທີ່ພົວພັນກັບການທ່ອງທ່ຽວ

ໃນ​ບົດ​ນີ້​ຜູ້​ຂຽນ​ມີ​ເລື່ອງ​ອ່າວ​ເກົ່າ​ມາ​ເລົ່າ​ສູ້​ຟັງ ເພື່ອ​ໃຫ້​ເຫັນ​ວ່າ ໃນ​ຂະ­ແໜງ​ການ­ທ່ອງ­ທ່ຽວ​ນີ້​ມັນ​ມີ​ທັງ​ເລື່ອງ​ດີ ແລະ ເລື່ອງ​ທີ່​ເຮັດ​ໃຫ້​ປວດ​ຫົວ​ໄປ​ພ້ອມໆ​ກັນ.

ທີ່​ມາ​ເລ​ເຊຍ: ໃນ​ຕົ້ນ​ປີ 2016 ທີ່ ມາ­ລາ​ກາ ເມືອງ​ທີ່​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ອັນ​ລື​ຊື່​ຂອງ​ມາ​ເລ​ເຊຍ ໄດ້​ເກີດ​ມີ​ເຫດ­ການ​ທີ່​ສັງ­ຄົມ​ຂອງ​ປະ­ເທດ​ນີ້​ຍອມ­ຮັບ​ບໍ່​ໄດ້ ຂ່າວ​ບອກ​ວ່າ ຢູ່​ຕະ­ຫຼາດ​ມືດ ຈົງ​ເກີ​ວອກ (Jonker Walk) ມີ​ຊາຍ​ໃນ​ໄວ 20 ປີ ກວ່າໆ​ໄດ້​ເອົາ​ໄສ້­ກອກ​ທີ່​ມີ​ຮູບ​ຮ່າງ​ຄື​ອະ​ໄວ​ຍະ​ວະ​ເພດ​ຊາຍ 100% ມາ​ວາງ​ຂາຍ ເຫດ­ການ​ຄັ້ງ​ນີ້ ໄດ້​ກາຍ­ເປັນ​ເລື່ອງ​ວິ­ພາກ​ວິ­ຈານ​ກັນ​ຢ່າງ​ຟົດ​ເດືອດ​ວ່າ ເປັນ​ການ​ທຳ­ລາຍ​ຊື່​ສຽງ​ຂອງ​ຕະ­ຫຼາດ​ມືດ​ທີ່​ລື​ຊື່ ເປັນ​ການ​ຝືນ​ຕໍ່​ຮີດ­ຄອງ​ປະ­ເພ­ນີ ແລະ ເປັນ​ເລື່ອງ​ອັບ­ອາຍ​ຂາຍ­ໜ້າ ສ່ວນ​ຊາຍ​ຜູ້​ກະ­ທຳ​ຜິດ​ນັ້ນ​ໄດ້​ບອກ​ວ່າ ເຂົາ​ບໍ່​ມີ​ເຈດ​ຕະ​ນາ​ແນວ​ອື່ນ ເຂົາ​ເຫັນ​ວ່າ​ແຕ່​ໄສ້­ກອກ​ຮູບ​ຮ່າງ​ແບບ​ນີ້​ເປັນ​ສິ່ງ​ແປກ​ຕາ ສາ­ມາດ​ດຶງ​ດູດ​ຄວາມ​ສົນ­ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ໄດ້​ດີ ທ່ານ ຕັນ​ຈຽນ​ລູ ຫົວ­ໜ້າ​ກຸ່ມ​ທຸ­ລະ​ກິດ​ທີ່​ຮັບ­ຜິດ­ຊອບ​ບໍ­ລິ­ຫານ​ຕະ­ຫຼາດ​ມືດ​ແຫ່ງ​ນີ້​ບອກ​ວ່າ: ເລື່ອງ​ນີ້​ຍອມ­ຮັບ​ບໍ່​ໄດ້​ເດັດ­ຂາດ ຜູ້​ກະ­ທຳ​ຜິດ​ຕ້ອງ​ຮັບ­ຜິດ­ຊອບ​ທຸກ​ຢ່າງ ແລະ ວ່າ​ຈະ​ຮັບ­ປະ­ກັນ​ບໍ່​ໃຫ້​ເຫດ­ການ​ແບບ​ນີ້​ເກີດ​ຂຶ້ນ​ຢູ່​ຕະ­ຫຼາດ​ມືດ ຈົງ​ເກີ​ວອກ ອີກ​ເດັດ­ຂາດ ຂ່າວ​ໄດ້​ມ້ວນ­ທ້າຍ​ວ່າ ທ້າວ​ຜູ້​ກໍ່​ເລື່ອງ​ຖືກ​ຍົກ­ເລີກ​ໃບ​ອະ­ນຸ­ຍາດ​ຂາຍ­ເຄື່ອງ​ຢູ່​ຕະ­ຫຼາດ​ແຫ່ງ​ນີ້ ເພາະ​ເຂົາ​ເລືອກ​ໄປ​ຂາຍ​ແນວ​ບໍ່​ແນວ ທັງໆ​ທີ່​ໃບ​ທະ­ບຽນ​ທຸ­ລະ​ກິດ​ອະ­ນຸ­ຍາດ​ໃຫ້​ເຂົາ​ຂາຍ ແຕ່​ສະ­ເພາະ​ເຄື່ອງ​ລະ​ລຶກ ແລະ ອາ­ຫານ​ປະ­ເພດ​ກັບ​ແກ້ມ​ເທົ່າ​ນັ້ນ.

ທີ່​ມຽນ​ມາ: ມີ​ຂ່າວ​ທີ່​ບອກ​ວ່າ ທາງ​ການ​ຂອງ​ມຽນ​ມາ​ບໍ່​ໄວ້­ໜ້າ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ການ​ປະ­ພຶດ​ແບບ​ລົບ​ລູ່​ວັດ­ທະ­ນະ­ທຳ ຮີດ­ຄອງ​ປະ­ເພ­ນີ​ຂອງ​ຊາດ ໃນ​ປີ 2015 ແລະ 2016 ທາງ​ການ​ມຽນ​ມາ​ໄດ້​ລົງ­ໂທດ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ 3 ກໍ­ລະ­ນີ ທີ່​ມີ​ພຶດ­ຕິ​ກຳ​ໝິ່ນ­ປະ­ໝາດ​ສາ­ສະ­ໜາ​ພຸດ ໃນ​ປີ 2015 ຄົນ​ນິວ​ຊີ​ແລນ ເຈົ້າ​ຂອງ​ບາ​ຂາຍ­ເຄື່ອງ​ດື່ມ​ຖືກ​ຕັດ­ສິນ​ຈຳ​ຄຸກ ເປັນ​ເວ­ລາ 10 ປີ ຍ້ອນ​ເຂົາ​ໄດ້​ຮູບ­ແຕ້ມ​ພະ­ສົງ​ເພື່ອ​ໂຄ­ສະ­ນາ​ເຄື່ອງ​ດື່ມ​ໃນ​ຮ້ານ​ຂອງ​ເຂົາ ຊຶ່ງ​ຖື​ເປັນ​ໂທດ​ໃນ​ຖານ​ໝິ່ນ­ປະ­ໝາດ​ສາ­ສະ­ໜາ​ພຸດ ໃນ​ເດືອນ​ກໍ­ລະ­ກົດ 2016 ນັກ​ທ່ອງ​ທ່ຽວ ແອດ​ສະ​ປາຍ​ຄົນ​ໜຶ່ງ ກໍ​ໄດ້​ຖືກ​ເນ­ລະ­ເທດ​ຍ້ອນ​ສັກ​ຮູບ​ພະ​ພຸດ​ທະ​ຮູບ​ໃສ່​ຂາ​ຂອງ​ຕົນ ໃນ​ເດືອນ​ຕຸ­ລາ 2016 ນັກ​ທ່ອງ​ທ່ຽວ​ຊາວ​ໂຮນ​ລັງ ຖືກ​ຕັດ­ສິນ​ຈຳ​ຄຸກ 3 ເດືອນ ແລະ ອອກ­ແຮງ​ງານ​ໜັກ​ຍ້ອນ​ໄດ້​ລັກ​ຖອດ​ສາຍ​ໂທລະ​ໂຄ່ງ​ທີ່​ກະ­ຈາຍ​ບົດ​ສູດ​ຢູ່​ໃນ​ວັດ​ແຫ່ງ​ໜຶ່ງ ສານ​ໄດ້​ຕັດ­ສິນ​ວ່າ ການ​ກະ­ທຳ​ຂອງ​ເຂົາ​ເປັນ​ການ​ໝິ່ນ­ປະ­ໝາດ​ສາ­ສະ­ໜາ ນອກ­ຈາກ​ນັ້ນ ເວ­ລາ​ນັກ​ທ່ອງ​ທ່ຽວ​ຄົນ​ນີ້ ໄປ​ລັກ​ປົດ​ສາຍ​ໂທລະ​ໂຄ່ງ​ຢູ່​ສິມ ຜູ້­ກ່ຽວ​ບໍ່​ໄດ້​ປົດ​ເກີບ ເຊິ່ງ​ກໍ​ຖື​ວ່າ​ເປັນ​ໂທດ​ໜັກ​ຕື່ມ​ອີກ ນັກ​ທ່ອງ​ທ່ຽວ​ຊາວ​ໂຮນ​ລັງ​ຄົນ​ນີ້​ບອກ​ວ່າ ເຂົາ​ເຮັດ​ໄປ​ກໍ​ຍ້ອນ​ວ່າ​ເຂົາ​ນອນ​ບໍ່​ຫຼັບ ຍ້ອນ​ສຽງ​ສູດ ບໍ່​ໄດ້​ມີ​ເຈດ​ຕະ​ນາ​ລົບ​ລູ່​ສາ­ສະ­ໜາ​ຢ່າງ­ໃດ ສຸດ​ທ້າຍ​ເຂົາ​ກໍ​ຍອມ​ຖືກ​ປັບ​ໃໝ​ເປັນ​ເງິນ ຈຳ­ນວນ 2.800 ໂດ​ລາ​ສະ­ຫະ­ລັດ ເພື່ອ​ໃຫ້​ຫວິດ​ປາກ​ຄຸກ.

ທີ່​ປະ­ເທດ​ໄທ: ໃນ​ເດືອນ​ທັນ­ວາ 2016 ກະ­ຊວງ​ການ​ຄ້າ​ໄທ ໄດ້​ເປີດ​ບັ້ນ​ປຸກ­ລະ­ດົມ​ບໍ່​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ຊື້​ສິນ­ຄ້າ​ປອມ​ຍ້ອມ​ແມວ ທີ່​ວາງ​ຂາຍ​ຢ່າງ​ແຜ່​ຫຼາຍ​ໃນ​ສະ­ຖານ­ທີ່​ທ່ອງ​ທ່ຽວ ທາງ​ການ​ໄທ​ຖື​ວ່າ ສິນ­ຄ້າ​ປອມ-ສິນ­ຄ້າ​ລະ­ເມີດ​ລິ​ຂະ​ສິດ​ເຫຼົ່າ​ນີ້ ເຮັດ​ໃຫ້​ເສື່ອມ​ເສຍ­ຊື່​ສຽງ​ຂອງ​ປະ­ເທດ ບັ້ນ​ປຸກ­ລະ­ດົມ​ນີ້​ໄດ້​ເຮັດ​ຜ່ານ​ສະ­ຖານ­ທູດ​ຕ່າງ­ປະ­ເທດ​ໃນ​ໄທ ພ້ອມ​ດຽວ​ກັນ​ນັ້ນ ທາງ​ການ​ໄທ​ກໍ​ໄດ້​ຂຶ້ນ​ແຜ່ນ​ປ້າຍ​ຫ້າມ​ຊື້​ສິນ­ຄ້າ​ປອມ ທີ່​ຕິດ​ໄວ້​ຕາມ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຕ່າງໆ ສ່ວນ​ບັນ­ດາ​ການ​ຄ້າ​ຂອງ​ແຂວງ​ຕ່າງໆ​ນັ້ນ ກໍ​ໄດ້​ຮັບ​ໜ້າ­ທີ່​ຕິດ­ຕາມ​ກວດ­ກາ ສິນ­ຄ້າ​ປອມ​ແປງ ເພື່ອ​ບັນ­ລຸ​ເປົ້າ​ໝາຍ ທາງ​ການ​ໄທ​ໄດ້​ຮ່ວມ​ມື​ກັບ​ເຈົ້າ​ຂອງ​ລິ​ຂະ​ສິດ​ສິນ­ຄ້າ ແລະ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ເພື່ອ​ຮ່ວມ​ກັນ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ.

error: Content is protected !!