ຍ້ອງຍໍບໍລິສັດ ຫົວເຫວີຍ ທີ່ປະກອບສ່ວນສະໜອງລະບົບການປະຊຸມທາງໄກ

ທ່ານ ເພັດ ພົມ​ພິ​ພັກ ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຕ້ອນ­ຮັບ​ທ່ານ ຫູ ເຫວີຍ​ຫົວ ປະ­ທານ​ບໍ­ລິ­ສັດ ຫົວ​ເຫວີຍ ລາວ ແລະ ຄະ­ນະ ວັນ​ທີ 23 ກັນ­ຍາ​ຜ່ານ​ມາ ແລະ ສະ­ແດງ​ຄວາມ​ຂອບ­ໃຈ​ທີ່​ບໍ­ລິ­ສັດ​ດັ່ງ­ກ່າວ​ໄດ້​ສະ­ໜັບ­ສະ­ໜູນ​ດ້ານ​ເຕັກ­ນິກ​ໄອ​ທີ ກໍ​ຄື​ຜົນ­ງານ​ທີ່​ໄດ້​ຕໍ່­ສູ້​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ໄລ­ຍະ​ຜ່ານ​ມາ ພ້ອມ​ທັງ​ຖ່າຍ​ທອດ​ສິ່ງ​ທີ່​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ​ລັດ​ຖະ ມົນ­ຕີ ສປປ ລາວ ໄດ້​ກ່າວ​ຄຳ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ບໍ­ລິ­ສັດ​ຫົວ​ເຫວີຍ ໃນ​ການ​ປະ­ກອບ­ສ່ວນ​ສະ­ໜອງ​ລະ­ບົບ​ການ​ປະ­ຊຸມ​ທາງ­ໄກ ແລະ ອຸ­ປະ­ກອນ​ຕ່າງໆ​ຮັບ​ໃຊ້​ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ທ່ານ ນາ­ຍົກ­ລັດ­ຖະ­ມົນ­ຕີ ສປປ ລາວ ແລະ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສປ ຈີນ ລວມ​ທັງ​ກອງ​ປະ­ຊຸມ​ຜູ້­ນຳ​ປະ­ເທດ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 3 ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ແລະ ທ່ານ ຫຼີ ເຄີ້​ສຽງ ນາ­ຍົກ­ລັດ­ຖະ­ມົນ­ຕີ ສປ ຈີນ ເປັນ​ປະ­ທານ ມີ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ປະ­ທາ­ນາ­ທິ­ບໍ­ດີ ສ ມຽນ​ມາ ນາ­ຍົກ­ລັດ­ຖະ­ມົນ­ຕີ​ລາ­ຊະ​ອາ­ນາ­ຈັກ​ໄທ ແລະ ນາ­ຍົກ­ລັດ­ຖະ­ມົນ­ຕີ ສສ ຫວຽດ­ນາມ​ເຂົ້າ​ຮ່ວມ.

ໂອ­ກາດ​ດັ່ງ­ກ່າວ ທ່ານ ເພັດ ພົມ​ພິ​ພັກ ກໍ​ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ມອບ​ໃບ​ຍ້ອງ­ຍໍ​ໃຫ້​ທ່ານ ຫູ ເຫວີຍ​ຫົວ ພ້ອມ​ທັງ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ສະ­ໜັບ­ສະ­ໜູນ​ຂອງ​ຫົວ​ເຫວີຍ ສຳ­ລັບ​ການ​ປັບ­ປຸງ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໃຫ້​ທັນ​ສະ­ໄໝ ຫົວ​ເຫວີຍ ເປັນ​ບໍ­ລິ­ສັດ​ນະ​ວັດ­ຕະ​ກຳ​ໄອ​ຊີ​ທີ​ຊັ້ນ​ນຳ​ຂອງ​ໂລກ ແລະ ຫວັງ​ວ່າ​ຫົວ​ເຫວີຍ​ລາວ​ຈະ​ສືບ­ຕໍ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ ມາ​ນຳ​ໃຊ້​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃນ ສປປ ລາວ ຕື່ມ​ອີກ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!