5ປ ສາມາດປ້ອງກັນພະຍາດໄຂ້ຍຸງລາຍໄດ້ ຄວນພ້ອມກັນປະຕິບັດເປັນປະຈຳ

ມາ​ເຖິງ​ປັດ­ຈຸ­ບັນ ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ຍັງ​ສືບ­ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ສະ­ແດງ​ອອກ​ໃນ​ວັນ​ທີ 29 ກັນ­ຍາ 2020 ພຽງ​ມື້​ດຽວ ທົ່ວ​ປະ­ເທດ​ມີ​ຜູ້​ຕິດ­ເຊື້ອ​ໃໝ່​ຈຳ­ນວນ 41 ກໍ­ລະ­ນີ ຈຶ່ງ​ສົ່ງ​ຜົນ​ໃຫ້​ຕົວ​ເລກ​ສະ​ສົມ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໃນ​ວັນ​ທີ 30 ກັນ­ຍາ 2020 ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 28 ທັນ­ວາ 2019 ຫາ 29 ກັນ­ຍາ 2020 ທົ່ວ​ປະ­ເທດ​ມີ​ຄົນ​ເຈັບ​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ລາຍ​ສະ​ສົມ 6.812 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 12 ຄົນ ໃນ​ນັ້ນ ນະ­ຄອນ ຫຼວງ​ວຽງ​ຈັນ​ຍັງ​ຄອງ​ອັນ​ດັບ 1 ທີ່​ມີ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ສະ​ສົມ​ເຖິງ 1.585 ກໍ­ລະ­ນີ ເສຍ​ຊີ­ວິດ 4 ຄົນ ຮອງ​ລົງ​ມາ​ແມ່ນ​ບໍ​ລິ​ຄຳ​ໄຊ 753 ກໍ­ລະ­ນີ ເສຍ​ຊີ­ວິດ 2 ຄົນ ບໍ່​ແກ້ວ 680 ກໍ­ລະ­ນີ ວຽງ​ຈັນ 664 ກໍ­ລະ­ນີ ສະ­ຫວັນ​ນະ​ເຂດ 649 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ຫຼວງ​ພະ​ບາງ 460 ກໍ­ລະ­ນີ ຫຼວງ​ນ້ຳ​ທາ 453 ກໍ­ລະ­ນີ ສາ­ລະ​ວັນ 392 ກໍ­ລະ­ນີ ຄຳ​ມ່ວນ 385 ກໍ­ລະ­ນີ ເສຍ​ຊີ­ວິດ 2 ຄົນ ອັດ​ຕະ​ປື 319 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 186 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ອຸ­ດົມ​ໄຊ 98 ກໍ­ລະ­ນີ ເຊ​ກອງ 83 ກໍ­ລະ­ນີ ໄຊ​ສົມ­ບູນ 54 ກໍ­ລະ­ນີ ຈຳ­ປາ​ສັກ 34 ກໍ­ລະ­ນີ ຜົ້ງ​ສາ­ລີ 12 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ຊຽງ​ຂວາງ 3 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ແລະ ຫົວ­ພັນ 2 ກໍ­ລະ­ນີ.

ເພື່ອ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ນັບ​ມື້​ນັບ​ຫຼຸດ​ລົງ ແລະ ກ້າວ​ໄປ​ເຖິງ​ບໍ່​ມີ​ກໍ­ລະ­ນີ​ໃໝ່​ເກີດ​ຂຶ້ນ ແລະ​ບໍ່​ມີ​ຜູ້​ເສຍ​ຊີ­ວິດ​ເພີ່ມ​ຂຶ້ນ​ນັ້ນ ທຸກ​ຄົນ​ຄວນ​ຫັນ​ມາ​ພ້ອມ​ກັນ​ເອົາ­ໃຈ­ໃສ່​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ ຄຽງ​ຄູ່​ໄປ​ກັບ​ການ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ກໍ​ຄື ພະ­ຍາດ​ອື່ນໆ ດ້ວຍ​ການ​ຫັນ​ມາ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຫຼັກ­ການ 5 ປ ປາບ​ໄຂ້­ຍຸງ​ລາຍ​ຄື: ປິດ​ຝາ​ພາ­ຊະ­ນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ແລະ ນອກ​ເຮືອນ​ເພື່ອ​ບໍ່​ໃຫ້​ຍຸງ​ໄຂ່​ໃສ່ ປ່ຽນ​ນ້ຳ ແລະ ຜັດ​ຖູ​ພາ­ຊະ­ນະ ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ ແລະ ອື່ນໆ ປັບ­ປຸງ​ບໍ່​ໃຫ້​ມີ​ນ້ຳ​ຂັງ​ໃນ​ກະ­ໂປະ ກະ​ປ໋ອງ ຮາງ­ລິນ ຢາງ​ຕີນ­ລົດ​ເກົ່າ ແລະ ປະ­ຕິ­ບັດ​ເປັນ​ປະ­ຈຳ​ທຸກໆ​ອາ­ທິດ ຖ້າ​ເປັນ­ໄຂ້​ໃຫ້​ໄປ​ປິ່ນ­ປົວ​ຢູ່​ໂຮງ­ໝໍ ຫຼື ສຸກ­ສາ­ລາ​ໃກ້​ບ້ານ​ທ່ານ ຫ້າມ​ຊື້​ຢາ​ມາ​ກິນ​ເອງ ຄວນ​ໄປ​ພົບ​ແພດ​ໝໍ​ເພື່ອ​ຮັບ​ການ​ປິ່ນ­ປົວ​ໃຫ້​ທັນ​ເວ­ລາ ເພື່ອ​ປ້ອງ​ກັນ​ການ​ເສຍ​ຊີ­ວິດ ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ ມີ​ຄົນ​ເຈັບ​ທີ່​ເສຍ​ຊີ­ວິດ​ຈຳ­ນວນ​ໜຶ່ງ​ແມ່ນ​ໄດ້​ຊື້​ຢາ​ມາ​ກິນ​ເອງ ເມື່ອ​ເກີດ​ອາ­ການ​ສົນ ຫຼື ອາ­ການ​ໜັກ ແລ້ວ​ຈຶ່ງ​ໄປ​ພົບ​ແພດ ສົ່ງ​ຜົນ​ໃຫ້​ແພດ​ໝໍ​ບໍ່​ສາ­ມາດ​ກອບ​ກູ້​ຊີ­ວິດ​ໄດ້​ຢ່າງ​ທັນ​ການ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!