ສະມາດ ເຕັກໂນໂລຊີ ມີຫຼາຍໂປຣແກຣມໃຫ້ລູກຄ້າເລືອກ

ທ່ານ ພູ​ທອງ ພົນ​ວິ​ໄຊ ຜູ້​ກໍ່​ຕັ້ງ​ບໍ­ລິ­ສັດ​ສະ­ມາດ ເຕັກ​ໂນ​ໂລ​ຊີ ຈຳ­ກັດ ໃຫ້​ສຳ­ພາດ​ບໍ່​ດົນ​ມາ​ນີ້​ວ່າ: ໃນ​ເບື້ອງ​ຕົ້ນ ໄດ້​ສ້າງ​ເປັນ​ຮ້ານ​ຄອມ​ພິວ​ເຕີ​ທົ່ວ​ໄປ ແລະ ຊື້​ລະ­ບົບ​ໂປຣ​ແກຣມ​ເພື່ອ​ນຳ​ໃຊ້​ໃນ​ການ​ບໍ­ລິ­ຫານ​ບັນ­ຊີ​ພາຍ​ໃນ​ຮ້ານ​ໃນ​ປີ 2012 ຫຼັງ​ຈາກ​ນັ້ນ ກໍ​ມີ​ການ​ສຶກ​ສາ​ຫຼາຍ​ໂປຣ​ແກຣມ​ເພື່ອ​ເລືອກ​ເອົາ​ໂປຣ​ແກຣມ​ທີ່​ໃຊ້​ງານ​ງ່າຍ ໂດຍ​ມີ​ຫຼາຍ​ບໍ­ລິ­ສັດ​ໃຫ້​ຄວາມ​ສົນ­ໃຈ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ ຫຼັງ​ຈາກ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ວຽກ​ງານ​ໄອ​ທີ​ນັບ​ຫຼາຍ​ຂຶ້ນ ສະ­ນັ້ນ ເພື່ອ​ຕອບ​ສະ­ໜອງ​ກັບ​ຄວາມ​ຕ້ອງ­ການ​ຂອງ​ລູກ​ຄ້າ ແລະ ເຮັດ​ໃຫ້​ຂະ­ແໜງ­ການ​ຕ່າງໆ​ສາ­ມາດ​ເຂົ້າ​ເຖິງ​ວຽກ​ງານ​ໄອ​ທີ​ໄດ້​ສະ­ດວກ​ສະ­ບາຍ ຈຶ່ງ​ໄດ້​ສ້າງ­ຕັ້ງ​ເປັນ​ບໍ­ລິ­ສັດ​ຂຶ້ນ

ປັດ­ຈຸ­ບັນ ມີ​ລູກ​ຄ້າ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ປະ­ມານ 2.000 ກວ່າ​ຫົວ­ໜ່ວຍ ສິນ­ຄ້າ ແລະ ການ​ບໍ­ລິ­ການ​ຂອງ​ບໍ­ລິ­ສັດ​ສະ­ມາດ ເຕັກ​ໂນ​ໂລ​ຊີ ຈຳ­ກັດ ປະ­ກອບ​ມີ ລະ­ບົບ​ບໍ­ລິ­ຫານ​ບັນ­ຊີ ເຊັ່ນ: ການ​ບໍ­ລິ­ຫານ​ການ​ຈັດ​ຊື້ ສາງ​ສິນ­ຄ້າ ການ​ຂາຍ ລະ­ບົບ​ບໍ­ລິ­ຫານ​ບຸກ​ຄະ­ລາ​ກອນ ການ​ບໍ­ລິ­ຫານ​ເວ­ລາ​ເຂົ້າ-ອອກ​ວຽກ ກະ​ເຮັດ​ວຽກ ການ​ຄິດ­ໄລ່​ເງິນ­ເດືອນ ແລະ ສະ­ຫວັດ­ດີ​ການ ລະ­ບົບ​ບໍ­ລິ­ຫານ​ໄວ​ຟາຍ ລະ­ບົບ​ຄວບ​ຄຸມ​ອຸ­ປະ­ກອນ​ກະ­ຈາຍ​ສັນ­ຍານ​ໄວ​ຟາຍ​ແບບ​ອອນ​ລາຍ ກຳ­ນົດ​ສິດ​ການ​ນຳ​ໃຊ້​ອີນ​ເຕີ​ເນັດ ລະ­ບົບ​ການ​ສື່­ສານ​ໃນ​ຍຸກ​ດີ​ຈີ​ຕອນ ແລະ ອື່ນໆ.

ນອກ­ຈາກ​ນີ້ ຍັງ​ມີ​ໂປຣ​ແກຣມ ແລະ ອຸ­ປະ​ກອຍ POS ສຳ­ລັບ​ທຸ­ລະ​ກິດ​ທຸກ​ຂະ­ໜາດ​ເຊັ່ນ: ໂປຣ​ແກຣມ​ທຸ­ລະ​ກິດ​ທົ່ວ​ໄປ ຮ້ານ​ອາ­ຫານ ຮ້ານ​ວັດ​ສະ​ດຸ​ກໍ່­ສ້າງ ແລະ ຮ້ານ​ຄ້າ​ປະ­ເພດ​ຕ່າງໆ ເຄື່ອງ­ພິມ​ບິນ​ນ້ອຍ ພິມ​ບາ​ໂຄດ ເຄື່ອງ​ສະ​ແກນ ເຈ້ຍ­ພິມ​ສະ​ຕິກ​ເກີ ເຈ້ຍ­ກາກ­ບອນ​ພິມ​ຕໍ່​ເນື່ອງ ແຜ່ນ​ນ້ຳ­ເມິກ ແລະ ອື່ນໆ ສະ­ນັ້ນ ທ່ານ​ໃດ​ສົນ­ໃຈ​ສິນ­ຄ້າ​ປະ­ເພດ​ໃດ ສາ­ມາດ​ຕິດ­ຕໍ່​ໄດ້​ທີ່​ເບີ 020 58889688 ຫຼື 2020 58883509 ບໍ­ລິ­ສັດ​ດັ່ງ­ກ່າວ ຕັ້ງ​ຢູ່​ບ້ານ​ດົງ​ຄຳ​ຊ້າງ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ.

# ຂ່າວ & ພາບ: ອົ່ນ ໄຟ​ສົນ​ທອງ

error: Content is protected !!