ທະນາຄານ ມາຣູຮານ ເຈແປນ ລາວ (MARUHAN Japan Bank Lao) ຈັດງານເປີດໂຕຢ່າງເປັນທາງການນະວັດຕະກຳໃໝ່ຂອງບັດ Mastercard ແບບດີຈີຕອລ ແລະ ໃຊ້ງານເໝືອນບັດຈິງ ຄັ້ງທຳອິດຢູ່ ສປປ ລາວ ໃນວັນທີ 26 ກັນຍາ 2020 ທີ່ພາກຊັນ ຊອບປິ້ງມໍ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານ ມີທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ທະນາຄານ ມາຣູຮານ ເຈແປນ ລາວ ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຊຳລະສະ ສາງ ທະນາຄານແຫ່ງ ສປປ ລາວ ພ້ອມແຂກທີ່ຖືກເຊີນ ແລະ ພະນັກງານຂອງທະນາຄານເຂົ້າຮ່ວມ.

ທ່ານ ແອນໂທນີ ຊິນ ໄດ້ອະທິບາຍເຖິງຄຸນສົມບັດ ແລະ ວິທີການໃຊ້ບັດ Mastercard ໃນຮູບແບບດີຈີຕອລ ເຊິ່ງບັດເດບິດ ແມ່ນບັດທີ່ນຳໃຊ້ວົງເງິນຂອງລູກຄ້າເອງ ມີເງິນໃນບັດ ຫຼື ນຳໃຊ້ບັນຊີທີ່ຜູກກັບບັດ ເທົ່າໃດຈະສາມາດນຳໃຊ້ໄດ້ເທົ່ານັ້ນ ບໍ່ມີດອກເບ້ຍໃນການນຳໃຊ້ ສ່ວນບັດເຄຣດິດ ແມ່ນບັດທີ່ທາງສະຖາບັນການເງິນອອກໃຫ້ກັບລູກຄ້າ ໂດຍມີການຕັ້ງວົງເງິນໃຫ້ກັບລູກຄ້າ ເພື່ອໃຫ້ໄປນຳໃຊ້ ແລະ ຈະມີການຄິດດອກເບ້ຍ ຫາກບໍ່ທຳການຊຳລະຕາມກຳນົດເວລາ ສຳລັບບັດເວີໂຊ Virtual Card (ບັດເໝືອນຈິງ) ຈະເປັນການນຳຂໍ້ມູນບັດສະແດງເທິງ application MJ Saduak ເພື່ອໃຫ້ລູກຄ້າສາມາດເຂົ້າເຖິງຂໍ້ມູນບັດ ແລະ ນຳໄປໃຊ້ໃນການເຮັດທຸລະກຳອອນລາຍ ຫຼື ຊ່ອງທາງອື່ນໆທີ່ສາມາດກອກຂໍ້ມູນບັດ ເພື່ອຊຳລະເຊັ່ນ: application ມືຖື MJ Saduak.

ຈຸດເດັ່ນຂອງຜະລິດຕະພັນ Virtual Card ຂອງທະນາຄານ ມາຣູຮານ ແມ່ນທ່ານສາມາດເປີດໃຊ້ບໍລິການບັດໄດ້ທັນທີ ບໍ່ຕ້ອງລໍຖ້າການອະນຸມັດ ພຽງແຕ່ມີບັນຊີກັບທາງທະນາຄານ ແລະ ສະໝັກນຳໃຊ້ແອັບພຣິເຄຊັ່ນ MJ Saduak ຂອງທະນາຄານ ທ່ານກໍສາມາດເປີດ ແລະ ປິດການນຳໃຊ້ບັດຊົ່ວຄາວໄດ້ດ້ວຍຕົວຂອງທ່ານເອງຜ່ານເມນູບັດ ເພື່ອເພີ່ມຄວາມປອດໄພໃນການນຳໃຊ້ ພ້ອມກັນນີ້ ບັດ Virtual Card ຂອງທະນາຄານ ຍັງຮອງຮັບມາດຕະຖານ 3D secure ເຊິ່ງຈະເຮັດໃຫ້ການນຳໃຊ້ບັດຂອງລູກຄ້າມີຄວາມປອດໄພຫຼາຍຂຶ້ນ ສາມາດນຳໃຊ້ໄດ້ກັບຮ້ານຄ້າອອນລາຍໃນເຄືອຂ່າຍ Mastercard ທົ່ວໂລກ.

ການໃຫ້ບໍລິການບັດ MJ Saduak ເປັນການເພີ່ມຟັງຊັນບັດເໝືອນຈິງ ເຂົ້າໄປໃນ Mobile Banking ຂອງທະນາຄານ ເຊິ່ງລູກຄ້າສາມາດນຳໃຊ້ຟັງຊັ່ນໃນການອອກບັດດ້ວຍຕົນເອງ ແລະ ສາມາດນຳໃຊ້ໄດ້ທັນທີ ລູກຄ້າທີ່ເປັນສະມາຊິກ MJ Saduak ແລະ ມີບັນຊີ CASA ສາມາດເປີດໃຊ້ບໍລິການບັດໄດ້ທັນທີ ບໍ່ຕ້ອງລໍຖ້າການອະນຸມັດ ພຽງເລືອກເມນູບັດ ເລືອກບັນຊີ ແລະ ກົດສະໝັກບັດ ຫຼັງຈາກສະໝັກບັດສຳເລັດ ຈະສາມາດເຂົ້າເມນູເບິ່ງຂໍ້ມູນບັດ ແລະ ສາມາດນຳຂໍ້ມູນບັດໄປໃຊ້ໃນການຊື້ສິນຄ້າອອນລາຍໄດ້ທັນທີ.
ປັດຈຸບັນ ທະນາຄານ ມາຣູຮານ ແມ່ນໄດ້ໃຫ້ການບໍລິການລູກຄ້າຊຳລະສິນຄ້າຜ່ານລະບົບ QR Code ປະມານ 1.300 ຮ້ານ ນອກຈາກນີ້ ລູກຄ້າຍັງສາມາດຖອນເງິນສົດ ແລະ ໂອນເງິນຂ້າມທະນາຄານ ຜ່ານບັດ ATM ຂອງທະນາຄານ ມາຣູຮານ ແລະ ຖອນເງິນສົດຂ້າມທະນາຄານຜ່ານຕູ້ ATM (ຖອນ ຕູ້ໃດກະໄດ້) ທັງໝົດ 14 ທະນາຄານ ລວມຈຳນວນ 1.100 ຕູ້ ໃນທົ່ວປະເທດ ໂດຍຜ່ານເຄືອຂ່າຍ LAPnet ແລະ ລູກຄ້າຍັງສາມາດໂອນເງິນຂ້າມທະນາຄານຜ່ານຕູ້ ATM (ໂອນຕູ້ໃດກະໄດ້) ຢູ່ 8 ທະນາຄານທີ່ໄດ້ຮ່ວມສັນຍາກັນ.
# ຂ່າວ & ພາບ: ຊິລິການດາ