ພະແນກພາຍໃນ ນວ ໄດ້ນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

    ພິທີປະກາດເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຈໍານວນ 5 ສະຫາຍ ຍິງ 3 ສະຫາຍ ຂອງພະແນກພາຍໃນ ນະຄອນຫຼວງວຽງຈັນ ແລະ ມອບໃບຢັ້ງຢືນໃຫ້ໜ່ວຍພັກຮາກຖານພະແນກພາຍໃນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2019 ຈັດຂຶ້ນວັນທີ 28 ກັນຍາ 2020 ຢູ່ຫ້ອງວ່າການປົກຄອງ ນວ ໂດຍໃຫ້ກຽດມອບຂອງສະຫາຍ ບຸນທອງ ພົມມະຈັນ ຄະນະປະຈໍາພັກ ຫົວໜ້າຄະນະຈັດຕັ້ງ ນວ ແລະ ຕາງໜ້າຮັບໂດຍສະຫາຍ ບຸນທາມ ພຸດທະວົງສາ ຄະນະພັກ ນວ ເລຂາຄະນະພັກຮາກຖານ ຫົວໜ້າພະແນກພາຍໃນ ນວ ມີຄະນະພັກຮາກຖານ ແລະ ສະມາຊິກພັກເຂົ້າຮ່ວມ.

   # ຂ່າວ & ພາບ: ລັດເວລາ

error: Content is protected !!