ກະຊວງສາທາລະນະສຸກ ໄດ້ຮັບເຄື່ອງບົ່ງມະຕິພະຍາດໄວຣັສຕັບອັກເສບ B

    ໂດຍໄດ້ຮັບເຄື່ອງຊ່ວຍເຫຼືອລ້າຈາກມູນນິທິ ເມຣິເອີ ປະເທດຝຣັ່ງ ເປັນຊຸດເຄື່ອງມືການບົ່ງມະຕິພະຍາດໄວຣັສຕັບອັກເສບ B ແບບໄວ 120.000 ຊຸດ ໃຫ້ກະຊວງສາທາລະນະສຸກ ດັ່ງນັ້ນ ວັນທີ 28 ກັນຍາ 2020 ທີ່ເຮືອນພັກສະຖານທູດຝຣັ່ງ ປະຈໍາລາວ ໄດ້ມີພິທີມອບ-ຮັບຊຸດເຄື່ອງມືດັ່ງກ່າວ ເຊິ່ງກ່າວມອບໂດຍທ່ານ ເບີນົວ ເຊີວານລີເອ (Dr Benoit CHEVALIER) ຜູ້ຕາງໜ້າມູນິທິ ເມຣິເອີ ແລະ ກ່າວຮັບແມ່ນທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານນາງ Florence JEANBLANC-RISLER ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກະຊວງສາທາລະນະສຸກ ໄດ້ຮັບເຄື່ອງບົ່ງມະຕິພະຍາດໄວຣັສຕັບອັກເສບ B

   # ຂ່າວ & ພາບ: ວຽງມາ

error: Content is protected !!