ນວ ສຳເລັດການປະເມີນພະນັກງານ-ລັດຖະກອນ 6 ພະແນກການ ແລະ 3 ເມືອງ

    ຕາມການລາຍງານຂອງທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ (ນວ) ໃນກອງປະຊຸມຕິດຕາມ ຊຸກຍູ້ ແລະ ສຳຫຼວດຄຳຄິດເຫັນໃນການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ດຳລັດວ່າດ້ວຍການເຝິກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ ໃນວັນທີ 29 ກັນຍາ 2020 ໃຫ້ຮູ້ວ່າ ປີ 2019 ທົ່ວ ນວ ມີພະນັກງານ-ລັດຖະກອນ 4.900 ທ່ານ (ບໍ່ລວມລັດຖະກອນຄູ) ຜ່ານການຈັດຕັ້ງປະຕິບັດການປະເມີນມີ 6 ພະແນກການ ແລະ 3 ເມືອງຄື ສະຫະພັນແມ່ຍິງ ນວ ຄະນະບໍລິຫານງານຊາວໜຸ່ມ ນວ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ອົງການໄອຍະການປະຊາຊົນ ພະແນກກະສິກຳ ແລະ ປ່າໄມ້ ພະແນກພາຍໃນ ນວ ເມືອງຈັນທະບູລີ ສີສັດຕະນາກ ແລະ ເມືອງສີໂຄດຕະບອງ ມີຜູ້ປະເມີນທັງໝົດ 1.107 ທ່ານ ປະເມີນໄດ້ປະເພດດີຫຼາຍ 476 ທ່ານ ດີ 559 ທ່ານ ກາງ 38 ທ່ານ ອ່ອນ 2 ທ່ານ ຍັງບໍ່ໄດ້ຮັບການປະເມີນ 31 ທ່ານ ບໍ່ໄດ້ຮັບການປະເມີນບໍ່ມີເຫດຜົນ 2 ທ່ານ ສາມາດຕີລາຄາຜູ້ເຂົ້າຮ່ວມການປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນມີພຽງ 22,59%.

   # ຂ່າວ & ພາບ: ອົ່ນໄຟສົນທອງ

error: Content is protected !!