Land Rover New defender ລົດອະເນກປະສົງໃນຕຳນານກວ່າ 71 ປີ

     ລົດ Land Rover New defender ຖືວ່າເປັນລົດອະເນກປະສົງໃນຕຳນານຂອງ ແລນໂຣເວີມາຕະຫຼອດໄລຍະເວລາກວ່າ 71ປີ ທີ່ຜ່ານມາ ໄດ້ມີການປ່ຽນແປງໂສມຄັ້ງຍິ່ງໃຫຍ່ ເພື່ອໃຫ້ລົດລຸ້ນນີ້ມີຮູບຮ່າງລັກສະນະທີ່ເຂົ້າກັບຍຸກສະໄໝ ຍາມໃດລົດລຸ້ນນີ້ກໍຍັງຮັກສາສະພາບ ແລະ ຄວາມເປັນອອຟໂຣດແທ້ໆ ທີ່ມາພ້ອມເທັກໂນໂລຍີອອຟໂຣດແບບອັດສະລິຍະ ຄຽງຄູ່ກັບຮູບໂສມໃໝ່ທີ່ມີການອອກແບບໃຫ້ຄົງຄວາມເປັນສັນຍະລັກຂອງ defender ໂດຍອອກແບບມາໃຫ້ແຂ່ງແກ່ນ ດຸດັນ ຕື່ນເຕັ້ນ ແລະ ທັນສະໄໝ

ຫຼາຍຂຶ້ນ ໂດຍການຄິດຄົ້ນອອກແບບ ທົດສອບຂອງຜູ້ຊ່ຽວຊານດ້ານລົດຍົນລະດັບໂລກ ວັດສະດຸທີ່ໃຊ້ກໍມີ ຄຸນນະພາບຊັ້ນດີ ເພື່ອຮັບປະກັນຄວາມສາມາດຕ້ານທານກັບທຸກສະພາບແວດລ້ອມ ສາມາດເດິນທາງໄປໄດ້ທຸກສະພາບຖະໜົນ Engine + Gear ຈັກ 3.000 ແອັດຊັງ 400 ແຮງມ້າ 6 ສູບ ແຮງບິດ 550 ນິວເຕິນແມັດ ຄວາມໄວສູງສຸດຢູ່ທີ 191 ກິໂລແມັດຕໍ່ຊົ່ວໂມງ ອັດຕາເລັ່ງ 0 ຫາ 100 ແມ່ນ 6,1 ວິນາທີ ອັດຕາການກິນນ້ຳມັນໂດຍສະເລ່ຍ 1 ລິດຕໍ່ 10 ກິໂລແມັດ ເຊິ່ງສາມາດປັບການຂັບຂີ່ໄດ້ເຖິງ 7 Mode ໄດ້ຖືກອອກແບບໃໝ່ ມີຄວາມໂດດເດັ່ນ ແລະ ສວຍງາມ ລະບົບ Safety ເຊັນເຊີ ໜ້າ 4 ຫຼັງ 4 ແລະ ກ້ອງ 3D 360 ຖົງລົມນິລະໄພພາຍໃນລົດ (ອ້ອມຄັນ) ລະບົບຊ່ວຍຄວບຄຸມລົດໃນທາງຄ້ອຍຊັນ ground view clear side ສຳລັບຄວາມພິເສດ new defender ຄືຕັ້ງໃຈອອກແບບໃຫ້ເໝາະສົມກັບລູກຄ້າທຸກກຸ່ມ ກໍເລີຍມີຊຸດແຕ່ງເສີມພິເສດ ເຖິງ 4 pack ຄື: explorer pack country pack Adventure pack Urban pack ເປັນຕົ້ນ.

Land Rover New defender ລົດອະເນກປະສົງໃນຕຳນານກວ່າ 71 ປີ

    ພິທີເປີດຕົວລົດລູ່ນໃໝ່ດັ່ງກ່າວນີ້ ມີຂຶ້ນເມື່ອຕອນແລງຂອງວັນທີ 25 ທັນວາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເວນ ແມັກອິນທອຊ ຜູ້ອຳນວຍການຝ່າຍບໍລິຫານຂອງບໍລິສັດລາວ ແລນໂຣເວີ ເຊິ່ງມີບັນດາລູກຄ້າຂອງບໍລິສັດເຂົ້າຮ່ວມຊົມຈຳນວນໜຶ່ງ.

Land Rover New defender ລົດອະເນກປະສົງໃນຕຳນານກວ່າ 71 ປີ
error: Content is protected !!