ດິນໜຽວ, ສີມື ແລະ ມໍລະດົກພັນປີ ບ້ານນິຊີ ສ້າງຄຸນຄ່າຫັດຖະກຳສູ່ເສດຖະກິດຊຸມຊົນ

ໂດຍ: ສ. ແສງ​ງາມ

ຫັດຖະກຳທີ່ສືບທອດຈາກຮຸ່ນສູ່ຮຸ່ນ ບໍ່ພຽງຮັກສາເອກະລັກທາງວັດທະນະທຳ, ແຕ່ຍັງສ້າງອາຊີບ, ລາຍຮັບ ແລະ ໂອກາດທາງການທ່ອງທ່ຽວໃຫ້ປະຊາຊົນເກືອບທັງບ້ານ.

ທ່າມກາງສາຍໝອກທີ່ປົກຄຸມທົ່ວພູສູງໃນເມືອງຊາງກາຣີລາ, ແຂວງຢຸນນານ, ສປ ຈີນ, ມີຊຸມຊົນແຫ່ງໜຶ່ງທີ່ຍັງຄົງຮັກສາສີມືການປັ້ນດິນເຜົາແບບດັ້ງເດີມໄວ້ຢ່າງໜຽວແໜ້ນ. ທີ່ບ້ານນິຊີ (Nixi) ດິນໜຽວທີ່ຂຸດຈາກພູ, ສຽງຄ້ອນໄມ້ທີ່ຕີດິນ ແລະ ເຕົາໄຟທີ່ລຸກຮ້ອນ ບໍ່ແມ່ນພຽງສັນຍາລັກຂອງຫັດຖະກຳເກົ່າແກ່, ແຕ່ເປັນວິຖີການດຳລົງຊີວິດ, ແຫຼ່ງລາຍຮັບ ແລະ ພື້ນຖານການພັດທະນາການທ່ອງທ່ຽວທີ່ຂັບເຄື່ອນໂດຍປະຊາຊົນໃນທ້ອງຖິ່ນ.

ເມື່ອເດີນທາງອອກຈາກໃຈກາງເມືອງຊາງກາຣີລາ ຕາມເສັ້ນທາງຫຼວງແຫ່ງຊາດ G214 ໄປທາງທິດຕາເວັນ ຕົກ, ຖະໜົນທີ່ຄົດໂຄ້ງຕາມສາຍພູ ເປີດມຸມມອງໃຫ້ເຫັນທັງທົ່ງພູ, ປ່າໄມ້ ແລະ ສາຍໝອກ ທີ່ປົກຄຸມໝູ່ບ້ານນິຊີ ອັນເປັນຈຸດໝາຍປາຍທາງທີ່ລີ​້​ຊ່ອນຕົວຢູ່ທ່າມກາງທຳມະຊາດ.

ບ້ານນິຊີ ບໍ່ໄດ້ມີພຽງທິວທັດທີ່ສວຍງາມ ຫຼື ສະຖານທີ່ພັກອາໄສທີ່ປັບປຸງຈາກເຮືອນເກົ່າເປັນເຮືອນພັກ ແລະ ໂຮງແຮມນ້ອຍໆເທົ່ານັ້ນ, ແຕ່ຍັງມີມະນຸດວັດທະນະທຳທີ່ສືບທອດຈາກບັນພະບູລຸດມາຫຼາຍຮ້ອຍປີ. ຫັດຖະກຳເຄື່ອງປັ້ນດິນເຜົາສີດຳຂອງບ້ານນິຊີ ເປັນເອກະລັກທີ່ສຳຄັນ ແລະ ເປັນສິ່ງທີ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາສຳຜັດກັບວິຖີຊີວິດຂອງຊຸມຊົນ.

ເຄື່ອງປັ້ນດິນເຜົາຂອງບ້ານນິຊີ ມີທັງໝໍ້ດິນທຳ​ມະ​ດາ, ​ໝໍ້ກະທະ, ກາຕົ້ມນ້ຳ, ໝໍ້ຕົ້ມຊາ, ແລະ ​ຕະ​ກຽງຈຸດໄຟສຳລັບພິທີກຳຕ່າງໆ. ສິ່ງທີ່ເຮັດໃຫ້ຫັດຖະກຳນີ້ແຕກຕ່າງ ແມ່ນການໃຊ້ເຄື່ອງມືທີ່ຮຽບງ່າຍ ແລະ ສີມືຂອງຊ່າງເປັນຫຼັກ. ບໍ່ມີເຄື່ອງຈັກທີ່ທັນສະໄໝຊັບຊ້ອນ, ມີພຽງໄມ້ຕີດິນ, ໄມ້ຄ້ອນ ແລະ ໄມ້ຄັ້ນແຍກຮູບຊົງ ທີ່ຊ່າງໃຊ້ເພື່ອຄ່ອຍໆສ້າງຮູບຊົງເຄື່ອງປັ້ນດິນເຜົາຂຶ້ນມາດ້ວຍມື.

ຂັ້ນຕອນການຜະລິດເລີ່ມຈາກການນຳດິນໜຽວມາຕີໃຫ້ເປັນແຜ່ນ ຫຼື ເສັ້ນດິນ, ຈາກນັ້ນຊ່າງຈະໃຊ້ມືປະກອບ ແລະ ປັ້ນໃຫ້ເປັນຮູບຊົງຕາມທີ່ຕ້ອງການ. ຫຼັງຈາກປັບແຕ່ງ, ຂັດຜິວ ແລະ ຕົກແຕ່ງລວດລາຍແລ້ວ, ຜົນງານຈະຖືກນຳໄປເຜົາໃນເຕົາ ເພື່ອໃຫ້ໄດ້ເຄື່ອງປັ້ນທີ່ມີສີດຳ, ຄວາມແຂງແຮງ ແລະ ທົນທານ. ທຸກຂັ້ນຕອນຕ້ອງອາໄສຄວາມຊຳນານ, ປະສົບການ ແລະ ຄວາມອົດທົນ ທີ່ສືບທອດຜ່ານການຮຽນຮູ້ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫຼັງ.

ຈຸດເດັ່ນຂອງບ້ານນິຊີ ບໍ່ໄດ້ຈຳກັດຢູ່ພຽງຄວາມງົດງາມຂອງຜະລິດຕະພັນ, ແຕ່ຍັງຢູ່ໃນວິທີທີ່ຊຸມຊົນຮ່ວມກັນສ້າງມູນຄ່າຈາກຫັດຖະກຳດັ່ງກ່າວ. ທ່ານ ລາຫຼົງ ປີ​ຈື (Larong Pichu), ຜູ້ຈັດການທົ່ວໄປບໍລິສັດ Shangri-La NIXI Black Pottery Development Co., Ltd., ເລົ່າວ່າ: ຫັດຖະກຳນີ້ແມ່ນມໍລະດົກທີ່ສືບທອດມາຈາກບັນພະບູລຸດຫຼາຍຮຸ່ນ ແລະ ທ່ານເອງແມ່ນຜູ້ສືບທອດຮຸ່ນທີ 5, ໂດຍຫັດຖະກຳເຄື່ອງປັ້ນດິນເຜົາຂອງບ້ານນິຊີມີປະຫວັດສາດຍາວນານກວ່າ 1.000 ປີ.

ທ່ານກ່າວວ່າ: “ເຄື່ອງປັ້ນດິນເຜົາຂອງພວກເຮົາມີເອກະລັກຢູ່ທີ່ການໃຊ້ມືເຮັດໃນທຸກຂັ້ນຕອນ, ຕັ້ງແຕ່ການກະກຽມດິນໜຽວ, ການປັ້ນຮູບຊົງ, ການຂັດ ແລະ ຕົກແຕ່ງ, ຈົນເຖິງການເຜົາ. ພວກເຮົາຍັງສົ່ງເສີມໃຫ້ປະຊາຊົນໃນບ້ານເຂົ້າມາມີສ່ວນຮ່ວມໃນການຜະລິດ, ມີເຖິງ 175 ຄອບຄົວ ຈາກທັງໝົດ 178 ຄອບຄົວໃນບ້ານ ທີ່ມີສ່ວນຮ່ວມໃນກິດຈະການນີ້. ແຕ່ລະຄອບຄົວສາມາດສ້າງລາຍຮັບຈາກການຜະລິດເຄື່ອງປັ້ນດິນເຜົາໄດ້ປະມານ 70.000 ຢວນຕໍ່ຄົນຕໍ່ປີ, ໃນຂະນະທີ່ລາຍຮັບຂອງບໍລິສັດໃນປັດຈຸບັນຢູ່ທີ່ປະມານ 20 ລ້ານຢວນຕໍ່ປີ ແລະ ພວກເຮົາມີແຜນຈະພັດທະນາໃຫ້ລາຍຮັບບັນລຸ 100 ລ້ານຢວນຕໍ່ປີ.”

ຕົວເລກ 175 ຈາກ 178 ຄອບຄົວ ສະທ້ອນໃຫ້ເຫັນວ່າ ຫັດຖະກຳດິນເຜົາບໍ່ແມ່ນພຽງອາຊີບຂອງຊ່າງບາງຄົນ, ແຕ່ເປັນກິດຈະການທີ່ສ້າງການເຊື່ອມໂຍງກັບຊຸມຊົນໃນວົງກວ້າງ. ການມີສ່ວນຮ່ວມຂອງຄອບຄົວເກືອບທັງໝົດໃນບ້ານ ເປັນພື້ນຖານສຳຄັນທີ່ເຮັດໃຫ້ຫັດຖະກຳສາມາດດຳລົງຢູ່ໄດ້ທັງໃນດ້ານວັດທະນະທຳ ແລະ ເສດຖະກິດ.

ອີກດ້ານໜຶ່ງ, ວັດຖຸດິບທີ່ໃຊ້ສຳລັບການຜະລິດ ກໍເປັນຈຸດເດັ່ນຂອງຫັດຖະກຳນີ້. ດິນໜຽວທີ່ມີຄຸນນະພາບຖືກຂຸດຂຶ້ນມາຈາກແຫຼ່ງດິນໃນທ້ອງຖິ່ນ ເຊິ່ງບາງຈຸດຕ້ອງຂຸດລົງເລິກຫຼາຍສິບແມັດ. ທ່ານ ລາຫຼົງ ປີ​ຈື ກ່າວວ່າ: ແຫຼ່ງດິນ  ໜຽວທີ່ມີຢູ່ຍັງສາມາດນຳມາໃຊ້ໄດ້ອີກຫຼາຍຮຸ່ນຄົນ, ຂະນະທີ່ຄຸນນະພາບຂອງເຄື່ອງປັ້ນດິນເຜົາມີຄວາມທົນທານສູງ ແລະ ສາມາດນຳໃຊ້ໄດ້ຍາວນານຫຼາຍສິບປີ ຫຼື ຕະຫຼອດຊົ່ວອາຍຸຄົນ.

ຄຸນຄ່າຂອງຫັດຖະກຳບ້ານນິຊີ ຈຶ່ງບໍ່ໄດ້ຢູ່ພຽງການຜະລິດເຄື່ອງໃຊ້ທີ່ທົນທານ, ແຕ່ຢູ່ໃນການຮັກສາຄວາມຮູ້, ສີມື, ວັດຖຸດິບທ້ອງຖິ່ນ ແລະ ອາຊີບໃຫ້ຄົງຢູ່ຄຽງຄູ່ກັບຊຸມຊົນ. ເມື່ອຫັດຖະກຳເກົ່າແກ່ຖືກພັດທະນາເປັນຜະລິດຕະພັນ, ປະສົມການທ່ອງທ່ຽວ ແລະ ແຫຼ່ງລາຍຮັບ, ມັນກໍກາຍເປັນຂົວເຊື່ອມ​ຕໍ່ລະຫວ່າງມໍລະດົກຂອງອະດີດ ກັບໂອກາດຂອງອະນາຄົດ.

ບ້ານນິຊີ ເປັນຕົວຢ່າງຂອງການພັດທະນາທີ່ສາມາດນຳມໍລະດົກທາງວັດທະນະທຳມາສ້າງເປັນມູນຄ່າທາງເສດ ຖະກິດ, ໂດຍບໍ່ປະຖິ້ມຮາກຖານຂອງວິຖີຊີວິດຊຸມຊົນ. ຈາກດິນໜຽວທີ່ຂຸດຂຶ້ນຈາກພູເຂົາ ສູ່ຜະລິດຕະພັນທີ່ສົ່ງຕໍ່ໄປຫາຜູ້ໃຊ້, ຈາກສີມືຂອງບັນພະບູລຸດ ສູ່ການສ້າງອາຊີບໃຫ້ຄົນຮຸ່ນໃໝ່, ບ້ານນິຊີ ກຳລັງສະທ້ອນໃຫ້ເຫັນວ່າ ມໍລະດົກທີ່ມີຊີວິດ ສາມາດເຕີບໂຕໄປພ້ອມກັບເສດຖະກິດ ແລະ ການທ່ອງທ່ຽວ ໂດຍມີປະຊາຊົນເປັນຫົວໃຈຂອງການພັດທະນາ.

error: Content is protected !!